ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຂອງຈີນ ຊະລໍໂຕ ໃນໄຕມາດທີ 3 ຂອງປີ 2023

ແຟ້ມພາບ - ແມ່ຍິງຄົນນຶ່ງລອງເສື້ອສຳລັບລະດູໜາວ ຢູ່ຮ້ານທີ່ມີການສົ່ງເສີມການຂາຍດ້ວຍການຫຼຸດລາຄາ ສຳລັບລະດູໃບໄມ້ຫຼົ້ນທີ່ຈະມາເຖິງ ທີ່ຮ້ານຄ້າແຫ່ງນຶ່ງໃນປັກກິ່ງ,​ ວັນທີ 20 ສິງຫາ 2023. ເສດຖະກິດຂອງຈີນ ໄດ້ຊະລໍໂຕລົງ ໃນໄຕມາດທີ 3 ຂອງປີນີ້

​ເສດຖະກິດ​ຂອງ​ຈີນ​ໄດ້​ຊະລໍຕົວ​ລົງ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້, ​ເຊິ່ງສ່ວນນຶ່ງເປັນ ຜົນມາ​ຈາກ​ວິ​ກິດ​ການ​ໃນ​ຂະ​ແໜງຫະສັງຫາລິມະ​ຊັບ​ທີ່ໄດ້ເຮັດໃຫ້​ໜີ້​ສິນ​ຂອງ​ປະ​ເທດ​ຊາດເພີ້ມຂຶ້ນ.

ຕົວ​ເລກ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດນີ້​ ໂດຍ​ຫ້ອງການ​ສະຖິຕິ​ຂອງ​ລັດຖະບານ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເສດ ຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ໄດ້ເຕີບ​ໂຕຢູ່ທີ່ 4.9 ເປີເຊັນ ​ໃນ​ລະຫວ່າງ​ເດືອນ​ກໍລະກົດ​ຫາ​ເດືອນ​ກັນຍາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ການເພີ່ມຂຶ້ນດັ່ງກ່າວ ແມ່ນດີກວ່າອັດຕາ 4.5 ເປີເຊັນ ທີ່ນັກ ວິເຄາະສ່ວນໃຫຍ່ໄດ້ຄາດຄະເນໄວ້ ແຕ່ຕໍ່າກວ່າອັດຕາການເຕີບໂຕ 6.3 ເປີເຊັນໃນສາມເດືອນທີ່ຜ່ານມາ.

ຂໍ້​ມູນ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ຜະລິດ​ຕະພັນລວມ​ພາຍ​ໃນ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 1.3 ເປີເຊັນໃນ​ໄຕ​ມາດ​ທີ 3, ​ເມື່ອ​ທຽບກັບ 0.8 ເປີເຊັນ ​ໃນ​ຊ່ວງໄລຍະ​ເດືອນ​ເມສາ​ຫາ​ເດືອນ​ມິຖຸນາ​ປີ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG