ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາຕໍ່າ ຈິມ ຈໍແດັນ ໄດ້ຮັບການສະໜັບສະໜຸນ ຈາກພັກຣີພັບບລີກັນ ໃຫ້ສະໝັກເອົາຕໍາແໜ່ງປະທານສະພາຕໍ່າ ສະຫະລັດ


ແຟ້ມພາບ - ສະມາຊິກສະພາຕໍ່າ ຈິມ ຈໍແດັນ ກ່າວໃນລະຫວ່າງ ການພິຈາລະນາຄະນະອະນຸຄະນະກຳມະການຕຸລາການອຂງສະພາຕໍ່າ, ວັນທີ 9 ກຸມພາ 2023
ແຟ້ມພາບ - ສະມາຊິກສະພາຕໍ່າ ຈິມ ຈໍແດັນ ກ່າວໃນລະຫວ່າງ ການພິຈາລະນາຄະນະອະນຸຄະນະກຳມະການຕຸລາການອຂງສະພາຕໍ່າ, ວັນທີ 9 ກຸມພາ 2023

ດ້ວຍ​ການ​ລົງ​ຄະ​ແນນ​ສຽງ​ທີ່​ກຳ​ນົດ​ໄວ້ ໃນ​ຕອນ​ບ່າຍ​ວັນ​ອັງ​ຄານ​ມື້​ນີ້ ໃນ​ສະ​ພາ​ຕ່ຳ​ສະ​ຫະ​ລັດ, ຜູ້​ສະ​ຫມັກ​ ​ຊິງຕໍາແໜ່ງປະທານສະພາຕໍ່າ ຂອງພັກຣີ​ພັບ​ບ​ລິ​ກັນ​ຄົນ​ຫລ້າ​ສຸດ ​ ທ່ານຈິມ ຈໍແດັນ (Jim Jordan) ກຳລັງ​ມີ​ຄວາມກ້າວໜ້າ ໃນ​ການຕ່າວປີ້ນບັນດາຜູ້ຕິຕຽນ ໃນ​ຄວາມ​ພະ​ຍາ​ຍາມ​ຂອງທ່ານ ເພື່ອຈະຮັກສາການສະໜັບ​ສະ​ໜູນຂອງ​ພັກຣີ​ພັບ​ບ​ລິ​ກັນ.​

ທ່ານຈໍແດັນ, ຜູ້ແທນຝ່າຍຂວາຈາກລັດໂອຮາຍໂອ, ໄດ້ຮັບການສະຫນັບສະຫນູນຈາກສະມາຊິກພັກຣີພັບບລີກັນຫຼາຍຄົນ, ແຕ່ມັນຍັງບໍ່ຈະແຈ້ງວ່າ ທ່ານຈະສາມາດໄດ້ຮັບການສະໜັບສະໜູນທີ່ພຽງພໍ ຈາກບັນດາສະມາຊິກ ໃນຄວາມພະຍາຍາມຂອງທ່ານ ເພື່ອໃຫ້ໄດ້ເປັນປະທານສະພາຕໍ່າ ຫຼືບໍ່.

"ຂ້າພະເຈົ້າ ຮູ້ສຶກດີຫຼາຍ ກ່ຽວກັບແຮງຂັບເຄື່ອນທີ່ພວກເຮົາມີ." ທ່ານຈໍແດັນ ກ່າວຕໍ່ບັນດານັກຂ່າວຢູ່ນອກຫ້ອງການຂອງທ່ານ ໃນວັນຈັນວານນີ້. "ພວກເຮົາຈະເລືອກເອົາປະທານສະພາຕໍ່າ ໃນມື້ອື່ນນີ້."

ທ່ານຈໍແດັນ, ເຊິ່ງໄດ້ຮັບການສະໜັບສະໜູນຈາກອະດີດປະທານາທິບໍດີ ສະຫະລັດ ທ່ານ ໂດໂນລ ທຣໍາ, ຈະພົບກັບເພື່ອນຮ່ວມງານໃນພັກຣີພັບບລີກັນ ໃນວັນອັງຄານມື້ນີ້ ຢູ່ກອງປະຊຸມແບບປິດລັບ ອີກຄັ້ງນຶ່ງ ໃນຄວາມພະຍາຍາມທີ່ຈະຮວມພັກຂອງທ່ານໃຫ້ເປັນເອກກະພາບກັນຢ່າງເຕັມສ່ວນ ໃນການສະໜັບສະໜູນການລົງສະໝັກຂອງທ່ານ. ສະມາຊິກພັກຣີພັບບລີກັນບາງຄົນ ໄດ້ສະແດງຄວາມເປັນຫ່ວງວ່າ ທ່່ານຈໍແດັນ ທີ່ຢູ່ຝ່າຍຂົ້ວຈັດເກີນໄປ ສຳລັບຕຳແໜ່ງປະທານສະພາຕ່ຳ.

ສະພາ​ຕ່ຳ ​ຂາດປະທານສະພາມາ​ເປັນ​ເວລາ​ສອງ​ອາທິດແລ້ວ ຫລັງ​ຈາກທີ່​ພັກຣີພັບ​ບລິ​ກັນ​ໄດ້​ຂັບ​ໄລ່​ ອະດີດ​ປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ອອກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG