ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຈະໄປຢ້ຽມຢາມ ອິສຣາແອລ ໃນຂະນະທີ່ວິກິດການຢູ່ເຂດກາຊາ ພວມທະວີຂຶ້ນ


ຊາວປາແລັສໄຕນ໌ ລຽນແຖວໂຕ່ງເອົານໍ້າໃສ່ຂຸ ໃນເມືອງກາຊາ ວັນທີ 16 ຕຸລາ 2023 ອົງການສະຫະປະຊາຊາດກ່າວວ່າ ຄົນສ່ວນໃຫຍ່ໃນກາຊາ ບໍ່ມີນໍ້າໃຊ້
ຊາວປາແລັສໄຕນ໌ ລຽນແຖວໂຕ່ງເອົານໍ້າໃສ່ຂຸ ໃນເມືອງກາຊາ ວັນທີ 16 ຕຸລາ 2023 ອົງການສະຫະປະຊາຊາດກ່າວວ່າ ຄົນສ່ວນໃຫຍ່ໃນກາຊາ ບໍ່ມີນໍ້າໃຊ້

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະເດີນທາງໄປຍັງ ອິສຣາແອລໃນວັພຸດມື້ອື່ນນີ້ ໃນຂະນະທີ່ວິກິດການດ້ານມະນຸດສະທຳ ພວມເພີ້ມຂຶ້ນໃນແຫລມກາຊາ ກ່ອນໜ້າຂອງຄວາມຄາດໝາຍວ່າ ຈະມີການບຸກຖະຫລົ່ມທາງພາກພື້ນດິນ ໂດຍກຳລັງຂອງອິສຣາແອລ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີ ໄບເດັນ ຈະຢ້ຽມຢາມ ນະຄອນ ແຕລ ອາວີບ ກ່ອນເດີນທາງໄປປະເທດຈໍແດນ ບ່ອນທີ່ທ່ານຈະພົບປະກັບ ກະສັດ ອັບດູລລາ, ປະທານາທິບໍດີອີຢິບ ທ່ານອັບແດລ ຟາຕາ ແອລ-ຊິສຊີ ແລະອຳນາດການປົກຄອງຂອງປາແລັສໄຕນ໌ ປະທານາທິບໍດີ ມາມູດ ອັບບັສ.

ທໍານຽບຂາວກ່າວວ່າ ທ່ານໄບເດັນ ຈະເນັ້ນຢໍ້າວ່າ ກຸ່ມຫົວຮຸນແຮງຮາມາສ ບໍ່ໄດ້ຢືນຢັດເພື່ອສິດທິກຽດສັກສີຂອງປະຊາຊົນຊາວປາແລັສໄຕນ໌ ແລະການຕັດສິນໃຈເພື່ອກຳນົດອະນາດຄົດດ້ວຍຕົນເອງ ແລະສົນທະນາເຖິງຄວາມຕ້ອງການດ້ານມະນຸດສະທຳຂອງພົນລະເຮືອນໃນແຫລມກາຊາ.

“ທ່ານປະທານາທິບໍດີ ຈະຟັງຈາກອິສຣາແອລ ວ່າ ເຂົາເຈົ້າຈະດຳເນີນການປະຕິບັດງານຢ່າງໃດ ໃນວິທີທາງທີ່ຈະເຮັດໃຫ້ພົນລະເຮືອນເສຍຊີວິດໜ້ອຍທີ່ສຸດ ແລະເປີດຊ່ອງທາງໃຫ້ການຊ່ວຍເຫລືອດ້ານມະນຸດສະທຳເຂົ້າໄປເຖິງພົນລະເຮືອນຢູ່ໃນກາຊາ ໃນທາງທີ່ບໍ່ເປັນຜົນປະໂຫຍດແກ່ກຸ່ມຮາມາສ” ລັດຖະທົນຕີຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດກ່າວຫັລງຈາກພົບປະກັບນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ.

ທ່ານບລິງເກັນ ກ່າວວ່າ ການສົນທະນາຂອງທ່ານກັບ ທ່ານເນຕັນຢາຮູ ໄດ້ເກີດຜົນທີ່ອາດເຮັດໃຫ້ມີຄວາມກ້າວໜ້າ ຂອງການນໍາເອົາການຊ່ວຍເຫລືອມະນຸດສະທຳໄປສູ່ ເຂດທີ່ຖືກປິດລ້ອມແກ່ຊາວປາແລສໄຕນ໌ ຢູ່ໃນແຫລມກາຊາ.

“ມື້ນີ້ ແລະຢູ່ໃນການຂໍຮ້ອງຂອງພວກເຮົາ ສະຫະລັດ ແລະອິສຣາແອລ ໄດ້ເຫັນພ້ອມພັດທະນາແຜນການທີ່ຈະຊ່ວຍໃຫ້ການຊ່ວຍເຫລືອດ້ານມະນຸດສະທຳຈາກບັນດາປະເທດຜູ້ບໍລິຈາກ ແລະບັນດາອົງການຈັດຕັ້ງຮ່ວມມື ເພື່ອເຂົ້າໄປຫາພົນລະເຮືອນໃນກາຊາ ແລະພຽງແຕ່ເຂົາເຈົ້າເທົ່ານັ້ນ ຮ່ວມທັງຄວາມເປັນໄປໄດ້ຂອງການສ້າງຕັ້ງພື້ນທີ່ຊ່ວຍຮັກສາພົນລະເຮືອນອອກຈາກໄພອັນຕະລາຍ” ທີ່ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG