ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກພັກຣີ​ພັບບລິກັນ ທ່ານສະກາລິສ ຊອກຫາການລົງຄະແນນສຽງ ຈາກພັກ ເພື່ອເປັນປະທານສະພາຕໍ່າ


ຜູ້ນຳສຽງສ່ວນຫລາຍ ທ່ານສະຕີບ ສະກາລິສ ຂວາ ກ່າວຕໍ່ບັນດານັກຂ່າວ ຫລັງຈາກກອງປະຊຸມປິດລັບ ລະຫວ່າງທີ່ທ່ານໄດ້ຖືກສະເໜີເປັນຜູ້ສະໜັກ ປະທານສະພາຕໍ່າ ວັນທີ 11 ຕຸລາ 2023 ໃນນະຄອນຫລວງວໍຊິງຕັນ
ຜູ້ນຳສຽງສ່ວນຫລາຍ ທ່ານສະຕີບ ສະກາລິສ ຂວາ ກ່າວຕໍ່ບັນດານັກຂ່າວ ຫລັງຈາກກອງປະຊຸມປິດລັບ ລະຫວ່າງທີ່ທ່ານໄດ້ຖືກສະເໜີເປັນຜູ້ສະໜັກ ປະທານສະພາຕໍ່າ ວັນທີ 11 ຕຸລາ 2023 ໃນນະຄອນຫລວງວໍຊິງຕັນ

ບັນດາສະມາຊິກສະພາ ຢູ່ໃນສະພາຕໍ່າ ພ້ອມແລ້ວທີ່ຈະພົບປະ ໃນວັນພະຫັດ ວານນີ້ ໃນຂະນະທີ່ສະມາຊິກພັກຣີພັບບລິກັນ ທ່ານສະຕີບ ສະກາລິສ ປະເຊີນໜ້າການທົດສອບວ່າ ທ່່ານສາມາດມີຜູ້ສະໜັບສະໜູນພຽງພໍຈາກພັກ ເພື່ອມາເປັນປະທານສະພາຕໍ່າຄົນຕໍ່ໄປ ຫຼື​ບໍ່.

ສະມາຊິກພັກຣີພບບລິກັນ ໄດ້ສະເໜີ​ໃຫ້ທ່ານສະກາລິສ ​ໃນ​ການລົງຄະແນນສຽງ​ແບບປິດລັບໃນວັນພຸດທີ່ຜ່ານມາ ເພື່ອໃຫ້ເປັນຜູ້ທີ່ເຂົາເຈົ້າເລືອກເອົາ ​ມາແທນອະດີດປະທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ຜູ້ທີ່ໄດ້ປົດອອກຈາກ ຕໍາແໜ່ງ ໃນອາທິດແລ້ວນີ້.

ທ່ານໄດ້ຊະນະການລົງຄະແນນສຽງພາຍໃນພັກ 133 ຕໍ່ 99 ​ໂດຍ​ເອົາຊະນະປະທານຄະນະກຳມະການຍຸຕິທຳ​ຂອງສະພາຕໍ່າ ທ່ານຈີມ ຈໍແດນ.

ທ່ານສະກາລິສ ອາຍຸ 58 ປີ ໄດ້ຊະນະການຊຸກຍູ້ ຂອງພັກຣີພັບບລິກັນ ດ້ວຍການສະໜັບສະໜູນຈາກ​ສະ​ມາ​ຊິກ​ພັກ ແລະ​ການ​ຈັດ​ຕັ້ງ​ເປັນ​ເວລາຍາວນານ.

ທ່ານສະກາລິສ ບັດນີ້ຕ້ອງໄດ້ຮັບອະນຸມັດຂອງສະພາທັງໝົດ ບ່ອນທີ່ສະມາຊິກພັກຣີພັບບລິກັນ ກຳສຽງ​ສວນ​ຫຼາຍ ​ຢ່າງ​ຫວຸດ​ຫວິດ 221 ຕໍ່ 212 ​ຊຶ່ງໝາຍຄວາມວ່າເຂົາເຈົ້າຕ້ອງໄດ້​ສາ​ມັກ​ຄີ​ກັນຢູ່ເບື້ອງຫ​ລັງຜູ້ສະໝັກ ເພື່ອໃ​ຫ້​ໄດ້​ຮັບ​ສຽງ​ສ່ວນ​ຫຼາຍ ໃນ​ການ​ຖືກ​ເລືອກ​ເປັນປະທານສະພາ​ຕ່ຳ​ຄົນ​ຕໍ່​ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG