ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຊຸກຍູ້ການຊ່ວຍເຫຼືອທາງທະຫານແກ່ ຢູເຄຣນ ແລະ ອິສຣາແອລ


ແຟ້ມຮູບ-ນັກບິນ ພ້ອມດ້ວຍພ້ອມດ້ວຍກອງບິນທາງອາກາດທີ 436 Port Squadron ໃຊ້ລົດຍັກ ເຄື່ອນຍ້າຍລູກປືນໃຫຍ່ 155 ມມ ສໍາລັບ ຢູເຄຣນ, ຢູ່ທີ່ຖານທັບອາກາດ Dover, ລັດເດລາແວ, ວັນທີ 29 ເມສາ 2022.
ແຟ້ມຮູບ-ນັກບິນ ພ້ອມດ້ວຍພ້ອມດ້ວຍກອງບິນທາງອາກາດທີ 436 Port Squadron ໃຊ້ລົດຍັກ ເຄື່ອນຍ້າຍລູກປືນໃຫຍ່ 155 ມມ ສໍາລັບ ຢູເຄຣນ, ຢູ່ທີ່ຖານທັບອາກາດ Dover, ລັດເດລາແວ, ວັນທີ 29 ເມສາ 2022.

ທຳນຽບຂາວ​ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ໃນອາທິດນີ້ຕົນ​ມີ​ແຜນ​ທີ່​ຈະ​ພະຍາ ຍາມເພື່ອໃຫ້​ໄດ້​ຮັບ​ການ​ອະນຸມັດ​ຈາກລັດຖະສະພາ​ສະພາ ກ່ຽວ​ກັບ​ໂຄງການ​ຊ່ວຍ​ເຫລືອ​ດ້ານ​ອາວຸດ​ຊຸດໃໝ່​ໃຫ້​ແກ່ ​ຢູ​ເຄຣນ ​ແລະ ​ອິສຣາ​ແອ​ລ ທີ່​ຈະ​ມີ​ມູນ​ຄ່າລວມ​ຫຼາຍ​ກວ່າ 2 ຕື້​ໂດ​ລາ​.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊູລລິວານ ກ່າວຕໍ່ລາຍການ “Face the Nation” ຂອງໂທລະພາບ CBS ວ່າ ປະທາ ນາທິບໍດີ ໂຈ ໄບເດັນ ຈະຫາສຽງສະໜັບສະໜູນຈາກລັດຖະສະພາໃນອາທິດ ນີ້ ສໍາລັບຄວາມຈຳເປັນທີ່ຈະຕ້ອງໄດ້ຮັບການອະນຸມັດໂຄງການດັ່ງກ່າວ ເນື່ອງ ຈາກສົງຄາມ 20 ເດືອນຂອງ ຢູເຄຣນ ກັບ ຣັດເຊຍ ຍັງຄົງຕໍ່ສູ້ຢ່າງໜັກ ດ້ວຍສັນຍານແບບບໍ່ມີວັນສິ້ນສຸດ ແລະ ອິສຣາແອລ ເບິ່ງຄືວ່າຈະດໍາເນີນການ ບຸກໂຈມຕີໃນພາກພື້ນດິນຂອງເຂດກາຊາ ເພື່ອຕອບໂຕ້ການໂຈມຕີທີ່ໜ້າຕົກໃຈ ຕໍ່ ອິສຣາແອລ ໂດຍພວກຫົວຮຸນແຮງຮາມາສ ໃນວັນທີ 7 ຕຸລາ ທີ່ຜ່ານມາ.

ທ່ານໄບເດັນ ຍັງ​ອາດ​ລະດົມ​ການ​ຊ່ວຍ​ເຫລືອເພື່ອ​ສະໜັບສະໜູນ ​ໄຕ້​ຫວັນ ​ແລະ​ຄວບ​ຄຸມ​ການຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ຕາມຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ສະຫະລັດ ແລະ ​ເມັກ​ຊິ​ໂກ ​ໂດຍ​ຫວັງວ່າ​ຈະ​ໄດ້​ຮັບ​ໄຊຊະນະໃນແຜນການດັ່ງ ກ່າວ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງພັກເດໂມແຄຣັດ ທ່ານຊັກ ຊູມເມີ ກ່າວໃນ ວັນອາທິດວານນີ້ ລຸນຫລັງໄດ້ພົບປະກັບເຈົ້າໜ້າທີ່ ອິສຣາແອລ ຢູ່ທີ່ນະຄອນ ເຈຣູຊາແລັມ ວ່າ ສະພາສູງຈະດໍາເນີນການຢ່າງວ່ອງໄວເພື່ອອະນຸມັດການ ຊ່ວຍເຫຼືອໃຫ້ແກ່ ອິສຣາແອລ ເພີ້ມຕື່ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG