ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ ທາງ​ພາກ​ຕາ​ເວັນ​ຕົກ ​ຂອງ ອັ​ຟ​ກາ​ນິ​ສ​ຖານ


ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ຂຸດ​ຮ່ອງ​ເພື່ອ​ຝັງ​ສົບ​ລວມ​ໝູ່ ສຳ​ລັບ​ຍາກ​ຕິ​ພີ່​ນ້ອງ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ, ເມືອງ ເຊັນ​ດາ ຈານ, ແຂວງ ເຮ​ຣັດ, ອັ​ຟ​ກາ​ນິ​ສ​ຖານ, 9 ຕຸ​ລາ 2023.
ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ຂຸດ​ຮ່ອງ​ເພື່ອ​ຝັງ​ສົບ​ລວມ​ໝູ່ ສຳ​ລັບ​ຍາກ​ຕິ​ພີ່​ນ້ອງ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ, ເມືອງ ເຊັນ​ດາ ຈານ, ແຂວງ ເຮ​ຣັດ, ອັ​ຟ​ກາ​ນິ​ສ​ຖານ, 9 ຕຸ​ລາ 2023.

ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ ​ໄດ້​ເກິດ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ຕົກ ​ຂອງ ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ພຸດມື້ນີ້, ສົ່ງ​ຜົນ​ກະ​ທົບ​ຕໍ່​ບໍ​ລິ​ເວນ​ດຽວ​ກັນ​ທີ່​ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ເມື່ອ​ສີ່​ວັນ​ທີ່​ຜ່ານ​ມາ ເຊິ່ງ​ໄດ້​ເຮັດ​ໃຫ້ຫຼາຍກວ່າ 2,000 ຄົນ​ເສຍ​ຊີ​ວິດ.

ອົງ​ການ​ສຳຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 6.3 ຂອງວັນ​ພຸດມື້ນີ້​ແມ່ນ​ຢູ່​ປະ​ມານ 28 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ ເຮ​ຣັດ.

ບໍ່​ມີ​ລາຍ​ງານ​ໃນ​ທັນ​ທີ ກ່ຽວ​ກັບ ຜູ້​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຄັ້ງ​ໃໝ່​ນີ້, ເຊິ່ງ​ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ການ​ປະ​ຕິ​ບັດ​ການ​ຊ່ວຍ​ເຫຼືອ ແລະ ຄົ້ນ​ຫາ​ແມ່ນ​ຍັງ​ດຳ​ເນີນ​ຢູ່​ ໃນ​ພາກ​ພື້ນ​ນັ້ນ​ ຈາກ​ແຜ່ນ​ດິນ​ໄຫວ​ຂອງວັນ​ເສົາ​ທີ່​ຜ່ານ​ມາ.

ຫຼາຍ​ຄົນ​ໄດ້​ນອນ​ຢູ່​ນ​ອກ​ເຮືອນ​ໃນ​ອາ​ທິດ​ດັ່ງ​ກ່າວ ເພາະ​ຢ້ານ​ວ່າ​ເຮືອນ​ຈະ​ພັງ​ລົງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG