ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ທີ່ຮ້າຍແຮງ ຖະຫຼົ່ມເຂດ ມີໂຄໄລວ໌


ຍາດຕິພີ່ນ້ອງຂອງບັນດາສະເລີຍເສິກຊາວຢູເຄຣນ ໃນກອງກຳລັງອາຊອບ (Azov) ພາກັນຖືປ້າຍໃນລະຫວ່າງ ການໂຮມຊຸມນຸມເພື່ອຮຽກຮ້ອງໃຫ້ແລກປ່ຽນສະເລີຍເສິກຢ່າງວ່ອງໄວ ຢູ່ທີ່ຈະຕິລັດ St. Sophia ໃນນະຄອນຫຼວງ ກີຢິບ, ເມື່ອວັນທີ 18 ຕຸລາ 2023, ທ່າມກາງການບຸກລຸກໃນຢູເຄຣນ ຂອງຣັດເຊຍ.
ຍາດຕິພີ່ນ້ອງຂອງບັນດາສະເລີຍເສິກຊາວຢູເຄຣນ ໃນກອງກຳລັງອາຊອບ (Azov) ພາກັນຖືປ້າຍໃນລະຫວ່າງ ການໂຮມຊຸມນຸມເພື່ອຮຽກຮ້ອງໃຫ້ແລກປ່ຽນສະເລີຍເສິກຢ່າງວ່ອງໄວ ຢູ່ທີ່ຈະຕິລັດ St. Sophia ໃນນະຄອນຫຼວງ ກີຢິບ, ເມື່ອວັນທີ 18 ຕຸລາ 2023, ທ່າມກາງການບຸກລຸກໃນຢູເຄຣນ ຂອງຣັດເຊຍ.

ບັນດາເຈົ້າໜ້າທີ່ຢູ່ໃນພາກໃຕ້ຂອງຢູເຄຣນ ໄດ້ກ່າວວ່າ ລູກສອນໄຟຂອງ ຣັດເຊຍ ຖະຫຼົ່ມບໍລິເວນທີ່ຢູ່ອາໄສເມື່ອຕອນແລງວັນພຸດວານນີ້ ໂດຍເຮັດໃຫ້ ຢ່າງໜ້ອຍສອງຄົນເສຍຊີວິດ.

ກະຊວງພາຍໃນຂອງຢູເຄຣນ ໄດ້ກ່າວວ່າ ລູກສອນໄຟດັ່ງກ່າວຕົກຖືກຮ້ານຂາຍ ອາຫານຢູ່ໃນຂົງເຂດມີໂຄໄລວ໌ (Mykolaiv).

ທ່ານວິທາລີ ຄິມ ຜູ້ປົກຄອງຂົງເຂດນັ້ນ ໄດ້ກ່າວວ່າ ການໂຈມຕີໄດ້ເກີດຂຶ້ນໃນ ຄຸ້ມບ້ານ ສເຕໂປບວ໌ (Stepove) ແລະໄດ້ສ້າງຄວາມເສຍຫາຍຕໍ່ຕຶກທີ່ຢູ່ອາໄສ ທັງສອງຫຼັງ ແລະທຸລະກິດດ້ານກະສິກຳແຫ່ງນຶ່ງ.

ການຍິງໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ອີກລູກນຶ່ງ ເມື່ອຕອນເຊົ້າວັນພຸດ ຕົກຖືກຕຶກທີ່ຢູ່ອາໄສໃນເຂດ ຊາໂປຣິສເຊຍ (Zaporizhzhia).

ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ໄດ້ກ່າວໃນຄຳປາ ໄສປະຈຳແລງວັນພຸດວ່າ ການໂຈມຕີທີ່ໄດ້ຂ້າປະຊາຊົນຫ້າຄົນ ແລະເຮັດໃຫ້ອີກ ຫ້າຄົນບາດເຈັບ.

ການໂຈມຕີຂອງຣັດເຊຍອີກແຫ່ງນຶ່ງ ໄດ້ສັງຫານແມ່ຍິງຄົນນຶ່ງ ແລະເຮັດໃຫ້ອີກ ສີ່ຄົນບາດເຈັບ ຢູ່ໃນເຂດ ດີນິໂປຣເປໂທຣບ (Dnipropetrovsk), ລັດຖະມົນ ຕີກະຊວງພາຍໃນ ທ່ານ ອີຮໍ ເຄຼເມັນໂກ (Ihor Klaymenko) ໄດ້ກ່າວ.

Officials in southern Ukraine said a Russian missile hit a residential area late Wednesday, killing at least two people.

Ukraine’s Interior Ministry said the missile hit a food shop in the Mykolaiv region.

Vitaliy Kim, the regional governor, said the attack happened in the village of Stepove and damaged both residential buildings and an agricultural business.

Another Russian missile strike earlier Wednesday hit a residential building in Zaporizhzhia.

Ukrainian President Volodymyr Zelenskyy said in his nightly address Wednesday that attack killed five people and injured five others.

Another Russian strike killed a woman and injured four other people in Dnipropetrovsk, Interior Minister Ihor Klymenko said.

Some information for this report came from Agence France-Presse and Reuters.

XS
SM
MD
LG