ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດງານທາງທະຫານຂອງຣັດເຊຍ ໄດ້ເຄື່ອນເຂົ້າໃກ້ກັບເມືອງຍຸທະສາດ ອາບວ໌ດິກາ


ຄັວນໄຟລຸກໄໝ້ຂຶ້ນ ຢູ່ເໜືອງບໍລິເວນເມືອງ Avdiivka ເຊິ່ງເປັນຂົງເຂດທີ່ມີຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ, ດັ່ງທີ່ເຫັນຈາກເມືອງ Yasynuvata (Yasinovataya) ໃນພາກພື້ນ ໂດເນດສ໌, ເຂດປົກຄອງໂດຍ ຣັດເຊຍ ໃນ ຢູເຄຣນ, ວັນທີ 13 ຕຸລາ 2023.
ຄັວນໄຟລຸກໄໝ້ຂຶ້ນ ຢູ່ເໜືອງບໍລິເວນເມືອງ Avdiivka ເຊິ່ງເປັນຂົງເຂດທີ່ມີຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ, ດັ່ງທີ່ເຫັນຈາກເມືອງ Yasynuvata (Yasinovataya) ໃນພາກພື້ນ ໂດເນດສ໌, ເຂດປົກຄອງໂດຍ ຣັດເຊຍ ໃນ ຢູເຄຣນ, ວັນທີ 13 ຕຸລາ 2023.

ການປະຕິບັດການບຸກໂຈມຕີເມືອງ ອາບດີບກາ ທີ່ສຳຄັນທາງຍຸດທະສາດໃນ ພາກຕາເວັນອອກຂອງຢູເຄຣນ ໂດຍກອງກຳລັງຂອງຣັດເຊຍ ປາກົດວ່າຈະ ໝົດແຮງລົງເລື້ອຍໆ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ຂອງ ກີຢິບ ໃນ ວັນຈັນວານນີ້.

ກອງກຳລັງຂອງຢູເຄຣນ ໄດ້ສະ​ກັດ​ກັ້ນການໂຈມຕີ 15 ຄັ້ງຂອງ ຣັດເຊຍ ຈາກສີ່ທິດທາງຢູ່ທີ່ເມືອງ ອາບດີບກາ ຕະຫຼອດໄລຍະ 24 ຊົ່ວໂມງກ່ອນໜ້ານີ້ ເມື່ອປຽບທຽບໃສ່ກັບການໂຈມຕີເຖິງ 60 ຄັ້ງຕໍ່ວັນໃນກາງອາທິດແລ້ວນີ້ ອີງຕາມ ທ່ານວິທາລີ ບາຣາບາສ ຫົວໜ້າຄະນະບໍລິຫານຂອງເມືອງດັ່ງກ່າວ.

ຄວາມອ່ອນເພຍນັ້ນສະແດງໃຫ້ເຫັນວ່າ ຄວາມພະຍາຍາມຂອງຣັດເຊຍ ທີ່ຈະຕີ ເອົາເມືອງອາບດີບກາ ໄດ້ “ແຜ່ວລົງ” ທ່ານບາຣາບາສ ກ່າວ.

ສະຖາບັນເພື່ອການສຶກສາຄົ້ນຄວ້າສົງຄາມໄດ້ກ່າວ​ຢ້ຳເຖິງຄວາມ​ຄິດ​ເຫັນ​ອັນ ດຽວກັນກັບທ່ານບາຣາບາສ ໃນບົດລາຍງານໃນຕອນແລງວັນອາທິດຜ່ານມານີ້. ອີງຕາມກຸ່ມຄົ້ນຄວ້າທີ່ມີສຳນັກງານໃຫຍ່ຕັ້ງຢູ່ໃນວໍຊິງຕັນນັ້ນ “ກອງກຳລັງຂອງ ຣັດເຊຍ ໄດ້ສືບຕໍ່ປະຕິການບຸກໂຈມຕີ ທີ່ແນໃສເພື່ອປິດລ້ອມເມືອງ ອາບດີບກາ....ແຕ່ກໍຍັງບໍ່ໄດ້ຮັບຄວາມຄືບໜ້າເທື່ອ ທ່າມກາງການຫລຸດລົງຂອງ ຂວັນກຳລັງໃຈໃນການປະຕິບັດການຂອງຣັດເຊຍຢູ່ໃນພື້ນທີ່ ກໍອາດເປັນໄປ ໄດ້.”

ບັນດາທະຫານຢູເຄຣນ ຍ່າງລະຫວ່າງປະຕິບັດໜ້າທີ່ໃກ້ກັບເຂດແນວໜ້າ, ທ່າມກາງການໂຈມຕີຂອງ ຣັດເຊຍ ໃສ່ ຢູເຄຣນ, ໃນພາກພື້ນໂດເນດສ໌, ຢູເຄຣນ, ວັນທີ 15 ຕຸລາ 2023.
ບັນດາທະຫານຢູເຄຣນ ຍ່າງລະຫວ່າງປະຕິບັດໜ້າທີ່ໃກ້ກັບເຂດແນວໜ້າ, ທ່າມກາງການໂຈມຕີຂອງ ຣັດເຊຍ ໃສ່ ຢູເຄຣນ, ໃນພາກພື້ນໂດເນດສ໌, ຢູເຄຣນ, ວັນທີ 15 ຕຸລາ 2023.

ກ່ອນໜ້າລະດູໜາວຈະມາເຖິງນີ້ ທັງສອງຝ່າຍ ໄດ້ຫາທາງທີ່ຈະທຳຄວາມກ່າວ ໜ້າໃດໆໃນສະໜາມລົບ ທີ່ອາດຈະກະຕຸ້ນຄວາມພະຍາຍາມຂອງພວກເຂົ້າເຈົ້າ ແລະສ້າງຂວັນກຳລັງໃຈ.

ຣັດເຊຍຫວັງວ່າ ຈະສາມາດບຸກຜ່ານຜ່າແນວປ້ອງກັນຂອງຢູເຄຣນ ຢູ່ໃນເຂດ ແນວໜ້າລະຫວ່າງ ກູປີອານສຄ໌ແລະລີແມນ ທາງພາກຕາເວັນອອກສຽງເໜືອ ຂອງຢູເຄຣນ ດັ່ງທີ່ຜູ້ບັນຊາການກອງກຳລັງພາກພື້ນດິນຂອງຢູເຄຣນ ໄດ້ກ່າວ ເຕືອນໃນວັນຈັນວານນີ້. ພາບບັນທຶກວີດີໂອ ທີ່ໄດ້ນຳອອກເຜີຍແຜ່ໂດຍກອງກຳ ລັງພາກພື້ນດິນໄດ້ສະແດງໃຫ້ເຫັນພັນເອກ ໂອເລກແສນດີ ຊີຣສກີ ກ່າວບອກ ພວກທະຫານ ຜູ້ທີ່ທ່ານໄດ້ພົບປະຢູ່ໃນສະຖານທີ່ທີ່ບໍ່ໄດ້ຖືກເປີດເຜີຍວ່າ ສະຖາ ນະການຢູ່ເຂດແນວໜ້າທາງພາກຕາເວັນອອກສຽງເໜືອຂອງຢູເຄຣນ ໄດ້ “ຮຸນ​ແຮງຂຶ້ນຢ່າງຫຼວງຫຼາຍ” ໃນບໍ່ເທົ່າວັນຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG