ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ປາ​ແລັ​ສ​ໄຕ​ນ໌ ປະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອລ ກຽມ​ໂຈ​ມ​ຕີ


ຊາວ​ໜຸ່ມ​ປາ​ແລັ​ສ​ໄຕ​ນ໌ ເອົາ​ມື​ຄຸມ​ໜ້າ​ໃນ​ຂະ​ນະ​ທີ່​ລາວ​ນັ່ງ​ຢູ່​ຊາ​ກ​ຫັກ​ພັງ​ຂອງ​ເຮືອນ​ທີ່​ຖືກ​ທຳ​ລາຍ​ລຸນຫຼັງ​ການ​ໂຈມ​ຕີ​ຂອງກອງ​ທັບ ອິ​ສ​ຣາ​ແອ​ລ ໃສ່​ສູນ​ອົບ​ພະ​ຍົບ ຣາ​ຟາ, ໃນ​ແຫຼມ​ກາ​ຊາ, 15 ຕຸ​ລາ 2023.
ຊາວ​ໜຸ່ມ​ປາ​ແລັ​ສ​ໄຕ​ນ໌ ເອົາ​ມື​ຄຸມ​ໜ້າ​ໃນ​ຂະ​ນະ​ທີ່​ລາວ​ນັ່ງ​ຢູ່​ຊາ​ກ​ຫັກ​ພັງ​ຂອງ​ເຮືອນ​ທີ່​ຖືກ​ທຳ​ລາຍ​ລຸນຫຼັງ​ການ​ໂຈມ​ຕີ​ຂອງກອງ​ທັບ ອິ​ສ​ຣາ​ແອ​ລ ໃສ່​ສູນ​ອົບ​ພະ​ຍົບ ຣາ​ຟາ, ໃນ​ແຫຼມ​ກາ​ຊາ, 15 ຕຸ​ລາ 2023.

ສະ​ຫະ​ລັດ ກ່າວ​ວ່າເຂດ​ຊາຍ​ແດນ​ລະ​ຫວ່າງ ກາ​ຊາ ແລະ ອີ​ຈິບ ຈະ​ຍັງ​ເປີດ​ຢູ່​ຄື​ເກົ່າ, ແຕ່​ກຳ​ນົດ​ເວ​ລາ​ແມ່ນບໍ່​ແນ່ນອນ​ໃນ​ຂະ​ນະ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ ກ່ຽວ​ກັບ ສະ​ພາບ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຮ້າ​ຍ​ແຮງ​ໃນ ກາ​ຊາ ແລະ ອິ​ສ​ຣາ​ແອ​ລ ໄດ້​ບອກ​ໃຫ້​ຊາວ ປາ​ແລັ​ສ​ໄຕ​ນ໌ ທີ່​ອາ​ໄສ​ຢູ່​ທາງ​ພາກ​ເໜືອ​ຂອງ​ດິນ​ແດນ​ດັ່ງ​ກ່າວໜີອອ​ກ​ໄປ​ກ່ອນ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ຜູ້​ທີ່​ມີ​ກຳ​ນົ​ດ​ເດີນ​ທາງ​ກັບ​ໄປ ອິ​ສ​ຣາ​ແອ​ລ ໃນ​ວັນ​ຈັນ​ມື້ນີ້ຫຼັງ​ຈາກ​ການ​ຢ້ຽມ​ຢາມ ຫຼາຍ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ນັ້ນ, ໄດ້​ກ່າວ​ວ່າ ສະ​ຫະລັດ ໄດ້​ເຮັດ​ວຽກ​ກັບ​ປະ​ເທດ ອີ​ຈິບ, ອິ​ສ​ຣາ​ແອ​ລ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຮັບ​ປະ​ກັນ​ວ່າ​ການ​ຊ່ວຍ​ເຫຼືອ​ຈະ​ສາ​ມາດ​ເຂົ້າ​ໄປ​ໃນ ກາ​ຊາ ແລະ ເຂົ້າ​ໄປ​ຫາ​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ X ໃນ​ວັນ​ຈັນ​ມື້ນີ້​ວ່າ “ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ ອິ​ສ​ຣາ​ແອ​ລ, ຈໍ​ແດັນ, ບາ​ເຣນ, ກາ​ຕ້າ, ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ, ຊາ​ອຸ​ດີ​ ອາ​ຣາ​ເບຍ ແລະ ອີຈິບ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ຄູ່​ຮ່ວ​ມ​ທຸກ​ປະ​ເທດ​ກໍ​ແມ່ນ​ທັດ​ສະ​ນະ​ຄະ​ຕິ​ດຽວ​ກັນ​ເພື່ອ​ປ້ອງ​ກັນ​ຄວາມ​ຂັດ​ແຍ້ງບໍ່​ໃຫ້​ແຜ່​ລາມ, ເພື່ອ​ປ້ອງ​ກັນ​ຊີ​ວິດ​ຜູ້​ບໍ​ລິ​ສຸດ, ແລະ ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ໄປ​ໃຫ້​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ໃນ​ເຂດ ກາ​ຊາ.”

ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ມັນ​ບໍ່​ມີ​ຂໍ້​ຕົກ​ລົງ​ສຳ​ລັບ​ການ​ຢຸດ​ຍິງ​ເພື່​ອ​ອະ​ນຸ​ຍາດ​ການ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ໃນ ກາ​ຊາ ແລະ ສຳ​ລັບ​ຄົນ​ຕ່າງ​ປະ​ເທດ​ທີ່​ຈະ​ໜີ​ອອກ​ໄປ.

​ຫົວ​ໜ້າ​ອົງ​ການ​ອົບ​ພະ​ຍົບ​ ປາ​ແລັ​ສ​ໄຕ​ນ໌​ ຂອງ​ສະ​ຫະ​ປະ​ຊາ​ຊາດໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກາ​ຊາ ແມ່ນ “ກຳ​ລັງ​ຖືກ​ຮັດ​ຄໍ” ແລະ ວ່າ​ສະ​ບຽງ​ເຊັ່ນ​ນ້ຳ, ອາ​ຫານ ແລະ ຢາ​ກໍ​ຈະ​ໝົດ​ໃນ​ໄວໆ​ນີ້.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ການ​ໂຈມ​ຕີໃສ່​ ອິ​ສ​ຣາ​ແອ​ລ ເມື່​ອ​ອາ​ທິດ​ແລ້ວນີ້​ແມ່ນ​ເປັນ​ຕາ​ຢ້ານຫຼາຍ. ການ​ໂຈມ​ຕີ ແລະ ການ​ຈັບ​ຕົວ​ປະ​ກັນ​ແມ່ນ​ການ​ລະ​ເມີດ​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ​ທີ່​ມີ​ຄວາມ​ຜິດ​ຢ່າງ​ຊັດ​ເຈນ. ແຕ່​ຄຳ​ຕອບ​ຕໍ່​ການ​ສັງ​ຫານ​ພົນ​ລະ​ເຮືອນ​ບໍ່​ສາ​ມາດ​ເປັນ​ການ​ສັງ​ຫານ​ພົນ​ລະ​ເຮືອນ​ເພີ່ມ​ເຕີມ.”

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ຮຽ​ກ​ຮ້ອງ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ຜູ້​ທີ່​ໄດ້​ໂຈມ​ຕີ ອິ​ສ​ຣາ​ແອ​ລ ແລະ ຈັບ​ເອົາ​ຕົວ​ປະ​ກັນຫຼາຍກວ່າ 150 ຄົນ​ໃຫ້​ປ່ອຍ​ຕົວ​ປະ​ກັນ​ໂດຍບໍ່​ມີ​ເງື່ອນ​ໄຂ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອ​ງ ອິ​ສ​ຣາ​ແອ​ລ ໃຫ້​ອະ​ນຸ​ຍາດ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ ພະ​ນັກ​ງານ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ ໂດຍບໍ່ມີ​ຂໍ້​ຈຳ​ກັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG