ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກ່າວວ່າ 1.1 ລ້ານຄົນ ຢູ່ໃນເຂດກາຊາ ຄວນອົບພະຍົບອອກ ພາຍໃນ 24 ຊົ່ວໂມງ


ບັນດາເດັກນ້ອຍຊາວປາເລັສໄຕນ໌ ທີ່ໄດ້ຮັບບາດເຈັບ ໃນການໂຈມຕີຂອງອິສຣາແອລ ຖືກນຳໄປທີ່ໂຮງໝໍ ຊີຟາ (Shifa) ໃນເມືອງກາຊາ ໃນວັນທີ 11 ຕຸລາ 2023
ບັນດາເດັກນ້ອຍຊາວປາເລັສໄຕນ໌ ທີ່ໄດ້ຮັບບາດເຈັບ ໃນການໂຈມຕີຂອງອິສຣາແອລ ຖືກນຳໄປທີ່ໂຮງໝໍ ຊີຟາ (Shifa) ໃນເມືອງກາຊາ ໃນວັນທີ 11 ຕຸລາ 2023

ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອ​ລ​ໃນ​ວັນ​ສຸກນີ້ ​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເຮືອນ​ອອກ​ຈາກ​ເມືອງກາຊາ "ເພື່ອ​ຄວາມ​ປອດ​ໄພ ​ແລະ​ການ​ປົກປ້ອງຂອງພວກເຂົາເອງ."

ໃນຖະແຫຼງການສະບັບນຶ່ງ ໃນສື່ສັງຄົມ X, ເຊິ່ງໃນເມື່ອກ່ອນເອີ້ນວ່າ ທວິຕເຕີ, ໂຄສົກກອງກຳລັງປ້ອງກັນຊາດຂອງອິສຣາແອລ ຫຼື IDF ທ່ານ ໂຈນາທັນ ຄອນຣິກັສ (Jonathan Conricus) ກ່າວວ່າ, "IDF ຮຽກຮ້ອງໃຫ້ມີການຍົກຍ້າຍພົນລະເຮືອນທຸກຄົນຈາກເມືອງກາຊາ ອອກຈາກບ້ານເຮືອນຂອງພວກເຂົາ ໄປທາງທິດໃຕ້, ເພື່ອຄວາມປອດໄພ ແລະການປົກປ້ອງຂອງພວກເຂົາເອງ, ໃຫ້ຍ້າຍໄປທີ່ພື້ນທີ່ທາງທິດໃຕ້ຂອງ ວາດີ ກາຊາ (wadi Gaza) ແມ່ນ້ໍາກາຊາ."

“ເຈົ້າ​ຈະ​ສາມາດ​ກັບ​ຄືນ​ໄປ​ເມືອງກາຊາ ໄດ້​ກໍ​ຕໍ່​ເມື່ອ​ມີ​ການ​ປະກາດອະນຸຍາດ​ອີກເທື່ອນຶ່ງເທົ່ານັ້ນ. ຢ່າເຂົ້າໃກ້ພື້ນທີ່ຮົ້ວຮັກສາຄວາມປອດໄພກັບລັດຂອງອິສຣາແອລ,” ທ່ານກ່າວ.

ຖະ​ແຫຼງການ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງຖະແຫຼງການໃນ​ວັນ​ພະຫັດ​ທີ່ຜ່ານມາວ່າ ​ເຈົ້າ​ໜ້າ​ທີ່​ທະຫານ​ອິສຣາ​ແອ​ລ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ປະຊາກອນ​ທັງ​ໝົດ​ໃນ​ພາກ​ເໜືອ​ຂອງ​ເຂດ​ກາຊາ ​ປະມານ 1.1 ລ້ານ​ຄົນ ຄວນ​ຍົກຍ້າຍ​ໄປ​ຍັງ ​ພາກ​ໃຕ້ຂອງ​ເຂດ​ກາຊາ ​ພາຍ​ໃນ 24 ຊົ່ວ​ໂມງ.

“ອົງການສະຫະປະຊາຊາດ ເຫັນວ່າມັນເປັນໄປບໍ່ໄດ້ທີ່ການເຄື່ອນໄຫວດັ່ງກ່າວຈະເກີດຂຶ້ນໄດ້ ໂດຍບໍ່ມີຜົນສະທ້ອນດ້ານມະນຸດສະທຳອັນຮ້າຍແຮງ,” ໂຄສົກອົງການສະຫະປະຊາຊາດ ທ່ານສະ​ເຕບຟານ ດູແຈ​ຣິກ (Stephane Dujarric) ກ່າວໃນຖະແຫຼງ ການສະບັບນຶ່ງ. "ອົງການສະຫະປະຊາຊາດ ຮຽກຮ້ອງຢ່າງໜັກແໜ້ນ ໃຫ້ຍົກເລີກຄໍາສັ່ງດັ່ງກ່າວ, ຖ້າໄດ້ຮັບການຢືນຢັນ, ເພື່ອຫລີກລ້ຽງສິ່ງທີ່ສາມາດຫັນປ່ຽນ ສິ່ງທີ່ເປັນໂສກນາດຕະກຳຢູ່ແລ້ວ ໃຫ້ກາຍເປັນສະຖານະການທີ່ຮ້າຍແຮງ."

ທ່ານ ດູແຈ​ຣິກ (Dujarric) ກ່າວ​ວ່າ ຄຳ​ສັ່ງ​ດັ່ງກ່າວ​ຍັງ​ໃຊ້​ກັບເຈົ້າໜ້າທີ່ ​ຂອງ​ສະຫະ​ປະຊາ​ຊາດ​ທັງ​ໝົດ ​ແລະຜູ້​ທີ່​ພັກ​ອາ​ໄສ​ຢູ່​ໃນ​ສະຖານ​ທີ່​ຂອງ​ສະຫະ​ປະຊາ​ຊາດ - ລວມເຖິງ​ໂຮງຮຽນ, ສຸກສາລາ ​ແລະ​ຄລີ​ນິກ.

ປະຊາກອນໃນເຂດກາຊາ ແມ່ນຢູ່ພາຍໃຕ້ການປິດລ້ອມຢ່າງສົມບູນທີ່ກຳນົດຂຶ້ນ ໃນອາທິດນີ້ ໃນດິນແດນທີ່ກຸ່ມຮາມາສຄວບຄຸມ ຢູ່ແລ້ວ, ເພື່ອເປັນການຕອບໂຕ້ຕໍ່ການໂຈມຕີທີ່ໂຫດຮ້າຍໃນວັນເສົາແລ້ວໃສ່ອິສຣາແອລ ທີ່ເຮັດໃຫ້ພົນລະເຮືອນຫຼາຍຮ້ອຍຄົນເສຍຊີວິດ. ຊາວ​ປາ​ແລັ​ສ​ໄຕ​ນ໌ ​ທີ່​ອາ​ໄສ​ຢູ່​ທີ່​ນັ້ນ ​ບໍ່​ມີ​ໄຟຟ້າ, ນ້ຳ ​ແລະ​ນ້ຳມັນ​ເຊື້ອ​ໄຟ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG