ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກຽມໂຈມຕີເຂດກາຊາ, ແຕ່ຍັງບໍ່ມີການຕັດສິນໃຈເທື່ອ


ທະຫານກອງທັບອິສຣາແອລ ເຄື່ອນພົນ ຢູ່ຈຸດນຶ່ງທີ່ໃກ້ກັບຊາຍແດນເຂດກາຊາ ໃນພາກໃຕ້ຂອງອິສຣາແອລ ໃນວັນທີ 11 ຕຸລາ 2023
ທະຫານກອງທັບອິສຣາແອລ ເຄື່ອນພົນ ຢູ່ຈຸດນຶ່ງທີ່ໃກ້ກັບຊາຍແດນເຂດກາຊາ ໃນພາກໃຕ້ຂອງອິສຣາແອລ ໃນວັນທີ 11 ຕຸລາ 2023

ອິສຣາແອລ ກ່າວໃນວັນພະຫັດວານນີ້ວ່າ ກໍາລັງຂອງຕົນ ​ພວມກະກຽມ ການປະຕິບັດການທາງພື້ນດິນ ໃນເຂດກາຊາ, ແຕ່ຍັງບໍ່ມີການຕັດສິນໃຈໃດໆ ກ່ຽວກັບການໂຈມຕີຕອບໂຕ້ດັ່ງກ່າວເທື່ອ.

ກອງທັບ​ອິສຣາ​ແອ​ລ ​ໄດ້​ວາງ​ກຳລັງ​ກອງ​ໜຸນ 300,000 ຄົນ ​ໃກ້​ຊາຍ​ແດນ​ເຂດ​ກາຊາ ​ໃນ​ຂະນະ​ທີ່​ຕົນ​ໄດ້​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງ​ກຸ່ມຮາມາສ ທີ່​ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 1,200 ຄົນ​ໃນ​ອິສຣາ​ແອ​ລ.

ການດຳເນີນການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ທີ່​ເລີ້ມ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມຮາມາສ​ໃນ​ວັນ​ເສົາ ​ໄດ້​ສັງຫານ 1,200 ຄົນ​ ໃນ​ເຂດກາຊາ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ເກືອບ 340,000 ຄົນ​ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ເຂດກາຊາ, ໂດຍ​ຫຼາຍ​ກວ່າ 2/3 ໄດ້​ໄປ​ລີ້​ໄພ​ຢູ່​ໂຮງຮຽນ​ຂອງ​ສະຫະ​ປະຊາ​ຊາດ.

ບັນດາ​ອົງການ​ມະນຸດສະທຳ​ ໄດ້​ສະ​ແດງ​ຄວາມ​ກັງວົນ​ ກ່ຽວ​ກັບ​ການ​ສະໜອງ​ອາຫານ, ນ້ຳ, ​ເຊື້ອ​ໄຟ ​ແລະ ຢາ​ປົວ​ພະຍາດ ທ່າມກາງ​ການ​ປິດ​ລ້ອມ​ເຂດ​ກາຊາ​ຂອງ​ອິສຣາແອລ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມ​ຢູ່​ໃນ​ປະ​ເທດ​ອິ​ສ​ຣາ​ແອລ ໃນ​ວັນ​ພະ​ຫັດ​ນີ້, ບ່ອນ​ທີ່​ທ່ານ​ມີ​ກຳ​ນົດ​ຈະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິສຣາ​ແອລ ທ່ານ ເບັນຈາມິນ ເນຕັນຢາຮູ, ປະ​ທາ​ນາ​ທິ​ບໍ​ດີ ໄອແຊັກ ເຮີທຊອກ (Isaac Hertzog) ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ.

“ພວກເຮົາຢືນຢັດ ຕ້ານການກໍ່ການຮ້າຍຢ່າງເດັດດ່ຽວ, ທ່ານບລິງເກັນ ກ່າວຕໍ່ບັນດານັກຂ່າວ. “ພວກ​ເຮົາ​ໄດ້​ເຫັນ​ການ​ກະ​ທຳ​ທີ່​ເກືອບ​ຈະ​ພັນ​ລະ​ນາ​ບໍ່ໄດ້​ຂອງ​ກຸ່ມຮາມາສ ຕໍ່ຜູ້​ຊາຍ, ຜູ້ຍິງ, ແລະ​ເດັກ​ນ້ອຍ​ຊາວ​ອິສ​ຣາ​ແອລ. ທຸກໆມື້ພວກເຮົາຮັບຮູ້ຫຼາຍຂຶ້ນ, ແລະມັນເປັນເລື່ອງທີ່ຫນ້າເສົ້າໃຈແທ້ໆ.”

ທ່ານບລິງເກັນ ຍັງ​ມີ​ກຳ​ນົດ​ຈະ​ໄປ​ຢ້ຽມ​ຢາມ​ຈໍ​ແດນ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ພາກ​ພື້ນດັ່ງກ່າວ. ທ່ານຮັສເຊັນ ອາລ-ຊີກ (Hussein Al-Sheikh), ເລຂາທິ ການໃຫຍ່ຂອງຄະນະບໍລິຫານງານຂອງອົງການປົດປ່ອຍປາແລັສໄຕນ໌, ກ່າວໃນສື່ສັງຄົມ X, ເຊິ່ງໃນເມື່ອກ່ອນເອີ້ນວ່າ ທວິທເຕີ, ວ່າ ທ່ານບລິງເກັນ ຈະພົບປະກັບເຈົ້າໜ້າທີ່ປາແລັສໄຕນ໌ ປະທານາທິບໍດີປາແລັສໄຕນ໌ ທ່ານມາມູດ ອັບບັສ (Mahmoud Abbas) ໃນວັນສຸກ ທີ່ນະຄອນອໍາມານ (Amman).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG