ທະນາຍຄວາມຂອງ ທ່ານນາງ ເຄີມາເຊວາ ໄດ້ຮ້ອງຂໍໃຫ້ມີຂໍ້ຈໍາກັດກ່ອນການດຳເນີນຄະດີສໍາລັບນັກຂ່າວ ແທນທີ່ຈະກັກຂັງກ່ອນການດຳເນີນຄະດີ, ແຕ່ສານ ສູງສຸດຂອງສາທາລະນະລັດ ຕາຕາສຕານ ຂອງ ຣັດເຊຍ ໄດ້ປະຕິເສດການຂໍອຸທອນ
ກອງທັບຂອງມຽນມາ ໄດ້ປະກາດການຈັບອະດີດເຈົ້າໜ້າທີ່ກອງທັບບົກ ຜູ້ທີ່ໄດ້ປະຕິບັດໜ້າທີ່ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ ພາຍໃຕ້ລັດຖະບານທີ່ຖືກໜູນຫຼັງໂດຍກອງທັບກ່ອນໜ້ານີ້.
ທ່ານເນຕັນຢາຮູ ກ່າວວ່າ ຢຸດຍິງ ເທົ່າກັບ 'ຍອມແພ້ຕໍ່ກຸ່ມຮາມາສ ຍອມແພ້ຕໍ່ການກໍ່ການຮ້າຍ'
"ການຕັດສິນໃຈດັ່ງກ່າວ ຈະຕ້ອງໄດ້ຮັບການຕອບໂຕ້ທີ່ສົມສ່ວນຈາກສະຫະພັນ ຂອງຣັດເຊຍ. ໃນກໍລະນີດັ່ງກ່າວ, ຊັບສິນທີ່ເປັນຂອງປະເທດທີ່ບໍ່ເປັນມິດ ຈະຖືກຍຶດເອົາຫຼາຍກວ່າກອງທຶນທີ່ຖືກຍຶດຂອງພວກເຮົາຢູ່ໃນຢູໂຣບ." ທ່ານໂວໂລດິນ (Volodin) ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນແອັບສົ່ງຂໍ້ ຄວາມ Telegram.
ການທີ່ແຮງງານລາວມັກໄປຊອກເຮັດວຽກຢູ່ຕ່າງປະເທດ ເຊັ່ນໄທນັ້ນ ຫລາຍກວ່າໄປເຮັດວຽກໃນເຂດເສດຖະກິດສາມຫຼ່ຽມຄໍາກໍຍ້ອນຫລາຍເຫດຜົນ ໂດຍສະເພາະແມ່ນຄວາມສ່ຽງຕໍ່ການຕົກເປັນເຫຍື່ອ ຂອງການຄ້າມະນຸດອາດຈະສູງ ກວ່າ ການໄປເຮັດວຽກຢູ່ໄທ
ເຈົ້າໜ້າທີ່ກ່າວວ່າ ຜູ້ທີ່ເປັນກໍາລັງສໍາຮອງໃນກອງທັບ ເປີດການຍິງໃສ່ສະຖານທີ່ໂຍກໝາກໂບລລິ້ງ ແລະຈາກນັ້ນກໍເປັນຮ້ານອາຫານ ໃນລັດເມນ ທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງປະເທດ
ທະຫານ ຣັດເຊຍ ທີ່ເສຍຊີວິດ ແລະ ບາດເຈັບຈຳນວນນຶ່ງເມື່ອບໍ່ດົນມານີ້ຢູ່ໃກ້ກັບເມືອງ ອັບດິບກາ ແມ່ນຍ້ອນຄຳສັ່ງຂອງພວກຜູ້ນຳຂອງເຂົາເຈົ້າເອງ, ທຳນຽບຂາວໄດ້ກ່າວ.
ກອງກຳລັງປ້ອງກັນປະເທດອິສຣາແອລ ຫຼື IDF ກ່າວວ່າ ການບຸກໂຈມຕີ ຄັ້ງນີ້ເກີດຂຶ້ນພຽງຊ່ວງເວລາສັ້ນໆ ຂະນະທີ່ພວກລົດຖັງ ແລະທະຫານລາບຂອງຕົນ ໄດ້ປະທະກັບພວກນັກລົບຫົວຮຸນແຮງຮາມາສ ແລະໄດ້ໂຈມຕີອາວຸດຕ້ານລົດຖັງ ກ່ອນທີ່ຈະກັບຄືນໄປຍັງດິນແດນຂອງອິສຣາແອລ.
ພວກເຂົາເຈົ້າ ຍັງຄົງຄາດຫວັງກັບອະນາຄົດທີ່ດີ ເຖິງວ່າຈະມີການຄາດການທີ່ມືດມົວກ່ຽວກັບຄວາມຮູ້ສຶກທາງດ້ານຈິດໃຈ ແລະ ຄວາມເປັນຢູ່ທາງດ້ານການເງິນຂອງພວກເຂົາເຈົ້າກໍຕາມ
ບັນດາເຈົ້າໜ້າທີ່ອິສຣາແອລ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັບປະກັນໃຫ້ກຸ່ມ ຮາມາສ ບໍ່ສາມາດທຳການໂຈມຕີທີ່ເປັນໄພຂົ່ມຂູ່ຕໍ່ອິສຣາແອລ ໄດ້ອີກຕໍ່ໄປ ຫລັງຈາກການໂຈມຕີໃນວັນທີ 7 ຕຸລາ ຂອງກຸ່ມຫົວຮຸນແຮງ ທີ່ໄດ້ສັງຫານປະມານ 1,400 ຄົນ.
Russia said it destroyed three Ukrainian uncrewed boats in the Black Sea
ໃນລະຫວ່າງທີ່ກໍາລັງມີການວິຈານຮ່ວມກັນກ່ຽວກັບການຕອບໂຕ້ຂອງອິສຣາແອລຕໍ່ການໂຈມຕີຂອງກຸ່ມກໍ່ການຮ້າຍຮາມາສ, ປະເທດອ່າວດັ່ງກ່າວ ອາດມີບົດບາດສໍາຄັນໃນການແກ້ໄຂບັນຫາຕ່າງໆເຫຼົ່ານັ້ນ
ທ່ານ ເຄີບີ ໄດ້ເຕືອນ ກ່ຽວກັບ ການນອງເລືອດເພີ່ມເຕີມ ແລະ ຈະມີພົນລະເຮືອນເສຍຊີວິດ ແລະ ບາດເຈັບ.
ປະທານາທິບໍດີຂອງເທີກີ ໄດ້ຍື່ນຮ່າງກົດໝາຍຕໍ່ລັດຖະສະພາ ເພື່ອຂໍການອະນຸມັດໃຫ້ແກ່ປະເທດເຂົ້າຮ່ວມເປັນພັນທະມິດທາງທະຫານ
ກອງທັບອາກາດຢູເຄຣນກ່າວວ່າ ຕົນໄດ້ຍິງໂດຣນໂຈມຕີທັງໝົດ 14 ລຳ ຕົກ, ລວມມີໂດຣນຊາເຮດ (Shahed) ທີ່ຜະລິດໂດຍອີຣ່ານ, ພ້ອມທັງລູກສອນໄຟນຳວິຖີ.
ທ່ານມາກຣົງ ໄດ້ກ່າວຕໍ່ປະທານາທິບໍດີອິສຣາແອລວ່າ ສິ່ງທີ່ໄດ້ເກີດຂຶ້ນຈະ 'ບໍ່ມີວັນຖືກລືມໄດ້ເລີຍ' ແລະວ່າບູລິມະສິດສູງສຸດ ຄວນເປັນເລື້ອງການປ່ອຍໂຕກັນທັງຫຼາຍ ທີ່ຖືກຈັບກຸ່ມໂດຍກຸ່ມຮາມາສ
ອິສຣາແອລ ໄດ້ດຳເນີນການໂຈມຕີໃສ່ເຂດກາຊາດົນກວ່າ 2 ອາທິດໃນການຕອບໂຕ້ຕໍ່ການໂຈມຕີເມື່ອວັນທີ 7 ຕຸລາທີ່ຜ່ານມາໂດຍກຸ່ມຫົວຮຸນແຮງ ຮາມາສ ທີ່ໄດ້ສັງຫານ 1,400 ຄົນ.
ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຍົກເລີກກົດຂໍ້ບັງຄັບດັ່ງກ່າວ ເນື່ອງຈາກສະຖານະການຢູ່ໃນພາກໃຕ້ເລີ້ມເບົາບາງລົງແລ້ວ
ຢູເຄຣນກ່າວວ່າ ຕົນໄດ້ໃຊ້ລູກສອນໄຟໄລຍະໄກທີ່ເອີ້ນຫຍໍ້ວ່າ ATACMS ທີ່ສະໜອງໂດຍສະຫະລັດເປັນເທື່ອທຳອິດໃນການໂຈມຕີນັ້ນ
ຂະບວນລົດຊ່ວຍເຫຼືອດ້ານມະນຸດສະທຳທີ່ຕ້ອງການເປັນຢ່າງຍິ່ງ ຊຶ່ງໄດ້ຄາດຫວັງກັນນັ້ນ ຈະເຂົ້າສູ່ເຂດກາຊາຈາກປະເທດອີຈິບ ຜ່ານດ່ານຂ້າມຊາຍແດນ ຣາຟາ ໃນວັນສຸກມື້ນີ້ ບັດນີ້ຄາດກັນວ່າ ຈະຊັກຊ້າໄປຢ່າງນ້ອຍນຶ່ງມື້.
ໂຫລດຕື່ມອີກ