ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ບຸກກວດ​ຄົ້ນ​ອົງ​ການ​ຂ່າວ, ຈັບ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ


ທ່ານ ເຢ ຕຸດ ອະ​ດີດ​ເຈົ້າ​ໜ້າ​ທີ່ກອງ​ທັບ​ບົກ ມຽ​ນ​ມາ ໃນ​ພາບ​ວັນ​ທີ 18 ສິງ​ຫາ 2015, ຜູ້​ທີ່​ໄດ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ ຖືກ​ຈັບ ແລະ ຕັ້ງ​ຂໍ້​ຫາ ກ່ຽວ​ກັບ ການ​ເຜີນ​ແຜ່​ຂ່າວ​ປອມ ແລະ ຍຸ​ແຍ່.
ທ່ານ ເຢ ຕຸດ ອະ​ດີດ​ເຈົ້າ​ໜ້າ​ທີ່ກອງ​ທັບ​ບົກ ມຽ​ນ​ມາ ໃນ​ພາບ​ວັນ​ທີ 18 ສິງ​ຫາ 2015, ຜູ້​ທີ່​ໄດ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ ຖືກ​ຈັບ ແລະ ຕັ້ງ​ຂໍ້​ຫາ ກ່ຽວ​ກັບ ການ​ເຜີນ​ແຜ່​ຂ່າວ​ປອມ ແລະ ຍຸ​ແຍ່.

ກອງ​ທັບຂອງ ມຽນ​ມາ ໄດ້​ບຸກກວດ​ຄົ້ນ​ອົງ​ການ​ຂ່າວ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ລັດ ຣາ​ໄຄ​ນ໌ ແລະ ໄດ້​ຈັບ​ນັກ​ຂ່າວ​ຄົນ​ນຶ່ງ ແລະ ພະ​ນັກ​ງານ​ຫ້ອງ​ການ​ຄົນ​ນຶ່ງ, ວີ​ໂອ​ເອ​ພະ​ແນກ​ມຽນ​ມາ ໄດ້​ລາຍ​ງານ, ເຊິ່ງ​ໄດ້​ເນັ້ນ​ຢ້ຳ​ໃຫ້​ເຫັນ​ການ​ປາບ​ປາມ​ຢ່າງບໍ່​ລົດ​ລະ​ຂອງກອງ​ທັບຫຼັງ​ການ​ກໍ່​ລັດ​ຖະ​ປະ​ຫານ​ຕໍ່​ສື່ມວ​ນ​ຊົນ​ໃນ​ທົ່ວ​ປະ​ເທດ.

ການ​ບຸກກວດ​ຄົ້ນ​ຫ້ອງ​ການ​ກຸ່ມ​ສື່ມວ​ນ​ຊົນ​ການ​ພັດ​ທະ​ນາ​ ໄດ້​ເກີດ​ຂຶ້ນເມື່ອ​ຕອນ​ບ່າຍ​ຂອງວັນ​ອາ​ທິດ​ທີ່​ຜ່ານ​ມາ. ທ່ານ ຊໍ ຊໍ, ໂຄ​ສົກ​ຂອງ​ອົງ​ການ​ຂ່າວ​ນັ້ນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ມຽນ​ມາ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຍຶດ​ອຸ​ປະ​ກອນ​ໄປ ແລະ ໄດ້​ຈັບ​ນັກ​ຂ່າວ​ຄົນ​ນຶ່ງ ແລະ ຍາມ​ຮັກ​ສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ.

ໃນ​ວັນ​ດຽວ​ກັນ, ກອງ​ທັບ​ຂອງ​ມຽນ​ມາ ໄດ້​ປະ​ກາດ​ການ​ຈັບອະ​ດີດ​ເຈົ້າ​ໜ້າ​ທີ່ກອງ​ທັບ​ບົກ ຜູ້​ທີ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ພາຍ​ໃຕ້​ລັດ​ຖະ​ບານ​ທີ່​ຖືກ​ໜູນຫຼັງ​ໂດຍກອ​ງ​ທັບ​ກ່ອນ​ໜ້ານີ້.

ທ່ານ ເຢ ຕຸດ, ອະ​ດີດ​ລັດ​ຖະ​ມົນ​ຕີ, ຖື​ກ​ຕັ້ງ​ຂໍ້​ຫາ ກ່ຽວ​ກັບ ການ​ເຜີຍ​ແຜ່​ຂ່າວ​ທີ່​ຜິດ ແລະ ຍຸ​ແຍ່​ໃນ​ເຟ​ສ​ບຸກ​ຂອງ​ທ່ານ ແລະ ປະ​ເຊີນ​ກັບ​ການ​ຂັງ​ຄຸກ 3 ປີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG