ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຣັດເຊຍ ປະຕິເສດການຍື່ນອຸທອນໂດຍນັກຂ່າວວິທະຍຸຢູໂຣບເສລີ/ນັກຂ່າວວິທະຍຸເສລີພາບ


ແຟ້ມຮູບ—ນັກ​ຂ່າວ​ວິທະຍຸ​​ຢູ​ໂຣບເສລີ/ນັກຂ່າວວິທະຍຸ​ເສລີພາບ ຫຼື RFE/RL ທ່ານນາງ ອາລຊູ ເຄີມາເຊວາ ເຂົ້າຮ່ວມຮັບຟັງການພິຈາລະນາຄະດີ ລຸນຫຼັງຖືກກັກຂັງເນື່ອງຈາກສົງໄສວ່າ ບໍ່ໄດ້ຂຶ້ນທະບຽນເປັນ"ເຈົ້າໜ້າທີ່ຂອງຕ່າງປະເທດ," ໃນເມືອງຄາຊານ, ຣັດເຊຍ.
ແຟ້ມຮູບ—ນັກ​ຂ່າວ​ວິທະຍຸ​​ຢູ​ໂຣບເສລີ/ນັກຂ່າວວິທະຍຸ​ເສລີພາບ ຫຼື RFE/RL ທ່ານນາງ ອາລຊູ ເຄີມາເຊວາ ເຂົ້າຮ່ວມຮັບຟັງການພິຈາລະນາຄະດີ ລຸນຫຼັງຖືກກັກຂັງເນື່ອງຈາກສົງໄສວ່າ ບໍ່ໄດ້ຂຶ້ນທະບຽນເປັນ"ເຈົ້າໜ້າທີ່ຂອງຕ່າງປະເທດ," ໃນເມືອງຄາຊານ, ຣັດເຊຍ.

ສານຣັດ​ເຊຍ ​ໃນ​ວັນ​ອັງຄານ​ວານ​ນີ້​, ໄດ້​ປະຕິ​ເສດ​ຕໍ່​ການ​ຍື່ນ​ອຸທອນໂດຍ​ນັກ​ຂ່າວ​ວິທະຍຸຢູ​ໂຣບເສລີ/ນັກຂ່າວວິທະຍຸ​ເສລີພາບ ຫຼື RFE/RL ທ່ານນາງ ອາລຊູ ເຄີມາເຊວາ (Alsu Kurmasheva) ກ່ອນການຕັດສິນກັກ​ຂັງ​ນາງ ​ໃນ​ຂໍ້​ຫາກ່ຽວກັບ​ຄວາມລົ້ມແຫຼວທີ່ບໍ່​ລົງທະບຽນເປັນ​ເຈົ້າໜ້າທີ່ຂອງ​ຕ່າງປະ​ເທດ.

ທະນາຍຄວາມຂອງ ທ່ານນາງ ເຄີມາເຊວາ ໄດ້ຮ້ອງຂໍໃຫ້ມີຂໍ້ຈໍາກັດກ່ອນການ ດຳ​ເນີນ​ຄະ​ດີສໍາລັບນັກຂ່າວ ແທນ​ທີ່​ຈະກັກຂັງກ່ອນ​ການ​ດຳ​ເນີນ​ຄະ​ດີ, ແຕ່ສານ ສູງສຸດຂອງສາທາລະນະລັດ ຕາຕາສຕານ (Tatarstan) ຂອງ ຣັດເຊຍ ໄດ້ປະຕິເສດການຂໍອຸທອນດັ່ງກ່າວ. ໃນອາທິດທີ່ຜ່ານມາ, ສານເຂດໄດ້ສັ່ງໃຫ້ ກັກຂັງນາງຢູ່ໃນຄຸກຊົ່ວຄາວຈົນຮອດຢ່າງຫນ້ອຍວັນທີ 5 ທັນວາ.

ທ່ານນາງ ເຄີມາເຊວາ ໄດ້ເຂົ້າຮ່ວມຮັບຟັງການພິຈາລະນາຄະດີແບບປິດລັບ ໃນວັນອັງຄານວານນີ້ ຜ່ານການເຊື່ອມຕໍ່ທາງວິດີໂອຈາກສູນກັກຂັງໃນເມືອງ ຄາຊານ (Kazan), ເຊິ່ງເປັນເມືອງ​ເອກຂອງເຂດ ຕາຕາສຕານ. ນັກ​ຂ່າວ​ ທີ່​ສໍານັກງານໃຫຍ່ໃນນະຄອນຫຼວງ ປຣາກ (Prague) ປະ​ເຊີນ​ໜ້າ​ກັບ​ການຈໍາ​ຄຸກ​ຮອດ 5 ປີ ​ໃນ​ຂໍ້​ຫາ​ລະ​ເມີດ​ກົດໝາຍ “ເຈົ້າໜ້າທີ່ຂອງ​ຕ່າງປະ​ເທດ” ​ຂອງ​ປະ​ເທດ, ​ໂດຍ​ທົ່ວ​ໄປແລ້ວ ​ມົສກູ ນໍາ​ໃຊ້​ກົດໝາຍດັ່ງກ່າວນີ້ ເພື່ອ​ເພັ່ງເລັງໃສ່ນັກ​ຂ່າວທີ່ທໍາການວິຈານ ​ແລະບັນດານັກ​ເຄື່ອນ​ໄຫວຕ່າງໆ​.

ທ່ານນາງ ເຄີມາເຊວາ ແລະ ສະຖານີວິທະຍຸ RFE/RL ປະຕິເສດຂໍ້ກ່າວຫາ ດັ່ງກ່າວຕໍ່ນາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG