ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ປະ​ຫານ​ຊີ​ວິດ​ທ​ະ​ຫານ​ທີ່ບໍ່​ເຊື່ອ​ຟັງ​ຄຳ​ສັ່ງໃນ ຢູ​ເຄ​ຣນ


ທະ​ຫານ​ຄົນ​ນຶ່ງ​ຍ່າງ​ຢູ່​ໃກ້​ຕຶກ​ທີ່​ພັກ​ອາ​ໄສ​ທີ່​ໄດີັ້ບ​ຄວາມ​ເສຍ​ຫາຍ​ໃນ​ເມືອງ ອັບ​ດິບ​ກາ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 17 ຕຸ​ລາ 2023.
ທະ​ຫານ​ຄົນ​ນຶ່ງ​ຍ່າງ​ຢູ່​ໃກ້​ຕຶກ​ທີ່​ພັກ​ອາ​ໄສ​ທີ່​ໄດີັ້ບ​ຄວາມ​ເສຍ​ຫາຍ​ໃນ​ເມືອງ ອັບ​ດິບ​ກາ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 17 ຕຸ​ລາ 2023.

ກອ​ງ​ທັບ ຣັດ​ເຊຍ ໄດ້​ປະ​ຫານ​ຊີ​ວິດທະ​ຫານ​ຈຳ​ນວນຫຼາຍ​ຜູ້​ທີ່ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ສົງ​ຄາມ​ໃນ ຢູ​ເຄ​ຣນ, ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້, ໃນ​ສິ່ງ​ທີ່​ເຊື່ອ​ວ່າ​ ຈະ​ເປັນ​ຜົນ​ສະ​ທ້ອນ​ຈາກຂ​ວັນ​ກຳ​ລັງ​ໃຈ​ທີ່​ຕ່ຳ​ໃນ​ໝູ່​ທະ​ຫານ ຣັດ​ເຊຍ.

ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ພວກ​ເຮົາ​ມີ​ຂໍ້​ມູນ​ວ່າ​ ກອງ​ທັບ ຣັດ​ເຊຍ ໄດ້​ປະ​ຫານ​ຊີ​ວິດ​ທະ​ຫານ​ຜູ້​ທີ່​ປະ​ຕິ​ເສດ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ.”

ທ່ານ​ເວົ້​າ​ວ່າ​ “ພວກ​ເຮົາ​ຍັງ​ມີ​ຂໍ້​ມູນ​ທີ່​ວ່າ ພວກ​ຜູ້​ບັນ​ຊາ​ການ​ ຣັດ​ເຊຍ ໄດ້​ຂົ່ມ​ຂູ່​ທີ່​ຈະ​ປະ​ຫານໜ່ວຍ​ທະ​ຫານທັງ​ໝົດ ຖ້າ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະໜີ​ຈາກການຖືກ​ຍິງ​ດ້ວຍ​ປືນ​ໃຫຍ່​ຂອງ ຢູ​ເຄ​ຣນ.” ທ່ານ ເຄີ​ບີ ໄດ້​ກ່າວ​ຕື່ມ, ໂດຍ​ເອີ້ນ​ການ​ກະ​ທຳນັ້ນ​ວ່າ “ປ່າ​ເຖື່ອນ.”

ສະ​ຖານ​ທູດ​ຂອງ ຣັດ​ເຊຍ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ​ແມ່ນບໍ່​ສາ​ມາດ​ທີ່​ຈະ​ຕອບ​ອີ​ເມ​ລ ​ເພື່ອ​ຂໍ​ຄຳ​ເຫັນ​ຂອງວີ​ໂອ​ເອ​ ໃນ​ທັນ​ທີ.

ທະ​ຫານ ຣັດ​ເຊຍ ທີ່​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຈຳ​ນວນ​ນຶ່ງ​ເມື່ອບໍ່​ດົນ​ມານີ້​ຢູ່​ໃກ້​ກັບ​ເມືອງ ອັບ​ດິບ​ກາ ແມ່ນ​ຍ້ອນ​ຄຳ​ສັ່ງ​ຂອງ​ພວກ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ​ເອງ, ທຳ​ນຽບ​ຂາວ​ໄດ້​ກ່າວ.

ກອງ​ທະ​ຫານ ຢູ​ເຄ​ຣນ ແລະ ຣັດ​ເຊຍ ໄດ້​ທຳ​ການ​ຕໍ່​ສູ້​ກັນ​ເພື່ອ​ເມືອງ ອັບ​ດິບ​ກາ, ເຊິ່ງ​ແມ່ນ​ເມືອງ​ແນວ​ໜ້າ​ໃນ​ພາກ​ພື້ນ​ໂດ​ເນັດ​ສ໌ ນັບ​ຕັ້ງ​ແຕ່​ກາງ​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ. ເມືອງ​ດັ່ງ​ກ່າວ​ແທ້​ຈິງ​ແລ້ວ​ຖືກ​ທຳ​ລາຍ​ເຫຼືອ​ແຕ່​ຊາກ​ຫັກ​ພັງ ຍ້ອນ​ການ​ຖິ້ມ​ລະ​ເບີດ​ໃສ່​ຂອງ ຣັດ​ເຊຍ ເມື່ອບໍ່​ດົນ​ມານີ້, ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG