ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ເປີດ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ໃໝ່​ໃສ່​ເປົ້າ​ໝາຍ​ກຸ່ມ​ຮາ​ມາ​ສ ໃນ​ຂະ​ນະ​ທີ່​ທ່ານ ມາກ​ຣົງ ຢ້ຽມ​ນະ​ຄອນ ເຈ​ຣູ​ຊາ​ແລັມ


ຊາວ​ປາ​ແລັ​ສ​ໄຕ​ນ໌ ດຶງ​ເດັກ​ຊາຍ​ອອກ​ຈາກ​ຊາກ​ຫັກ​ພັງ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ​ ໃສ່​ເຮືອນ​ຂອງ​ຄອບ​ຄົວ ຊາ​ຣຸບ ໃນ​ເຂດ​ຊາຍ​ແດນ ຣາ​ຟາ, ເຂດ​ກາ​ຊາ, 24 ຕຸ​ລາ 2023.
ຊາວ​ປາ​ແລັ​ສ​ໄຕ​ນ໌ ດຶງ​ເດັກ​ຊາຍ​ອອກ​ຈາກ​ຊາກ​ຫັກ​ພັງ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ​ ໃສ່​ເຮືອນ​ຂອງ​ຄອບ​ຄົວ ຊາ​ຣຸບ ໃນ​ເຂດ​ຊາຍ​ແດນ ຣາ​ຟາ, ເຂດ​ກາ​ຊາ, 24 ຕຸ​ລາ 2023.

ອິ​ສ​ຣາ​ແອ​ລ ໄດ້​ເປີດ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂະ​ໜາດ​ໃຫຍ່​ຄັ້ງ​ໃໝ່​ໃສ່​ເປົ້າ​ໝາຍ​ຕ່າງໆ​ໃນ​ເຂດກາ​ຊາ ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ຮາ​ມາ​ສ ເມື່ອ​ຂ້າມ​ຄືນ​ວັນ​ອັງ​ຄານ​ວານນີ້, ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ​ປະ​ຊາ​ຊົນຫຼາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີ​ວິດ, ລວມ​ທັງ​ຜູ້​ທີ່​ຢູ່​ໃນ​ສູນ​ອົບ​ພະ​ຍົບ​ແຄມ​ທະ​ເລ.

ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ເລື່ອນ​ການ​ບຸກ​ລຸກ​ທາງ​ພື້ນ​ດິນ​ເຂົ້າ​ໄປ​ໃນ​ເຂດ​ແດນ​ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ປິດ​ລ້ອມ​ທີ່​ແນ​ເປົ້າ​ເພື່ອກວາດ​ລ້າງ​ກຸ່ມ​ຮາ​ມາ​ສ​ນັ້ນ, ກອ​ງ​ທັບ​ອິ​ສ​ຣາ​ແອ​ລ​ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ທຳ​ລາຍຫຼາຍກວ່າ 400 ສະ​ຖານ​ທີ່​ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຫຼັງ​ຈາກ​ໄດ້​ໂຈມ​ຕີ 320 ແຫ່ງ​ເມື່ອ​ນຶ່ງວັນ​ກ່ອນ​ໜ້າ​ນັ້ນ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກກາ​ຊາ ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 704 ຄົນ​ໄດ້​ເສຍ​ຊີ​ວິດ, ແນວ​ໃດ​ກໍ່​ຕາມ​ຕົວ​ເລກ​ສູງ​ສຸດ​ແມ່ນບໍ່​ສາ​ມາດ​ຢືນ​ຢັນ​ໄດ້​ຢ່າງ​ເປັນ​ອິດ​ສະຫຼະ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປາ​ແລັ​ສ​ໄຕ​ນ໌​ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ເຂດ​ກາ​ຊາ ຍ້ອນ​ສົງ​ຄາມ​ທີ່​ດົນ​ກວ່າ​ສອງ​ອາ​ທິດ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 5,791 ຄົນ.

ດ້ວຍ​ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ກຳ​ລັງ​ເພີ່ມ​ຂຶ້ນ​ນັ້ນ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສະ​ຫະ​ປະ​ຊາ​ຊາດ​ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ຢຸດ​ຍິງ​ໃນ​ເຂດ​ກາ​ຊາ, ເຊິ່ງ​ແມ່ນ​ການ​ຢືນ​ຢັດ​ທີ່​ໄດ້​ຜັກ​ດັນ​ໃຫ້​ ອິ​ສ​ຣາ​ແອ​ລ ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ.

ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ທີ່​ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ​ທ່ານ ຈອນ ເຄີ​ບີ ຍັງ​ໄດ້​ປະ​ຕິ​ເສດ​ການ​ຢຸດ​ຍິງ​ໃນ​ທັນ​ທີ, ໂດຍ​ເວົ້າ​ວ່າ​ມັນ​ມີ​ແຕ່​ຈະ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ. ແນວ​ໃດ​ກໍ່​ຕາມ​, ທ່ານ​ ເຄີ​ບີ ບໍ່​ໄດ້​ປະ​ຕິ​ເສດ​ການ​ຢຸດ​ດ້ານ​ມະ​ນຸດ​ສະ​ທຳ​ເພື່ອ​ອະ​ນຸ​ຍາດ​ໃຫ້​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ເຄື່ອນ​ຍ້າຍ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສຫຼາຍ​ຮ້ອຍ​ພັນ​ຄົນ.

ດ້ວຍ ອິ​ສ​ຣາ​ແອ​ລ ວາງ​ແຜນ​ທີ່​ຈະ​ທຳ​ການ​ບຸກ​ໂຈມ​ຕີ​ທາງ​ພາກ​ພື້ນ​ດິນ​ໃນ​ເຂດ​ກາ​ຊາ​ນັ້ນ, ທ່ານ ເຄີ​ບີ ໄດ້​ເຕືອນ ກ່ຽວ​ກັບ ການນອງ​ເລືອດ​ເພີ່ມ​ເຕີມ ແລະ ຈະ​ມີ​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ວ່າ “ນີ້​ແມ່ນ​ສົງ​ຄາມ. ນີ້​ແມ່ນ​ການ​ຕໍ່​ສູ້. ນີ້​ແມ່ນ​ການນອງ​ເລືອດ. ມັນ​ເປັນ​ຕາ​ຢ້ານ ແລະ ມັນ​ຈະ​ຫຍຸ້ງ​ຍາກ. ແລະ ພົນ​ລະ​ເຮືອນ​ທີ່​ບໍ​ລິ​ສຸດ​ແມ່ນ​ຈະ​ໄດ້​ຮັບ​ຄວາມ​ເຈັບ​ຊ້ຳ​ໃນ​ຕໍ່​ໜ້າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ສາ​ມາດບອກ​ສິ່ງ​ອື່ນ​ທີ່​ແຕກ​ຕ່າງກວ່ານີ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ມັນ​ຈະ​ບໍ່​ເກີດ​ຂຶ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG