ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານຄວາມຄາດຫວັງຂອງຊາວຢູເຄຣນໃນທາງທີ່ດີ ເຖິງແມ່ນຈະພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະຄວາມຮູ້ສຶກກໍຕາມ


ພະນັກງານຂອງຮ້ານອາຫານ White Burger ກໍາລັງກະກຽມອາຫານຕາມສັ່ງ ໃນເມືອງ ກຣາມາຕອກ (Kramatorsk), ຢູເຄຣນ, ວັນພຸດ, ທີ 13 ກັນຍາ 2023. ການສໍາຫຼວດຂອງ ກາລລັບ ເປີດເຜີຍອອກມາໃນວັນທີ 26 ຕຸລາ 2023 ກ່າວວ່າ ປະຊາຊົນຊາວຢູເຄຣນສ່ວນໃຫຍ່ ຍັງຄາດຫວັງເຖິງອານາຄົດທີ່ດີ.
ພະນັກງານຂອງຮ້ານອາຫານ White Burger ກໍາລັງກະກຽມອາຫານຕາມສັ່ງ ໃນເມືອງ ກຣາມາຕອກ (Kramatorsk), ຢູເຄຣນ, ວັນພຸດ, ທີ 13 ກັນຍາ 2023. ການສໍາຫຼວດຂອງ ກາລລັບ ເປີດເຜີຍອອກມາໃນວັນທີ 26 ຕຸລາ 2023 ກ່າວວ່າ ປະຊາຊົນຊາວຢູເຄຣນສ່ວນໃຫຍ່ ຍັງຄາດຫວັງເຖິງອານາຄົດທີ່ດີ.

ເຖິງວ່າຈະມີການຄາດການທີ່ມືດມົວກ່ຽວກັບຄວາມຮູ້ສຶກທາງດ້ານຈິດໃຈ ແລະ ຄວາມເປັນຢູ່ທາງດ້ານການເງິນຂອງພວກເຂົາເຈົ້າກໍຕາມ, ຊາວຢູເຄຣນ ຍັງຄົງ ຄາດຫວັງກ່ຽວກັບອະນາຄົດຂອງພວກເຂົາເຈົ້າ, ອີງຕາມການສໍາຫຼວດຂອງ ກາລລັບ (Gallup) ທີ່ເຜີຍແຜ່ອອກມາໃນວັນພະຫັດມື້ນີ້.
ຄວາມ​ກົດ​ດັນ​ຂອງ​ສົງຄາມ ​ໄດ້ສ້າງຄວາມ​ໜັກໜ່ວງ​ຕໍ່​ພົນລະ​ເມືອງຊາວ​ຢູ​ເຄຣນ ນັບ​ຕັ້ງ​ແຕ່​ການ​ບຸກ​ໂຈມ​ຕີ​ຢ່າງ​ເຕັມອັດຕາ​ຂອງ ຣັດ​ເຊຍ ​ໃນ​ເດືອນ​ກຸມພາ ປີ 2022. ຫລາຍ​ຄົນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ຊື້ສິ່ງ​ຈຳ​ເປັນຕ່າງໆ​ເຊັ່ນ​ອາຫານ ​ແລະ​ບ່ອນ​ພັກ​ອາ​ໄສ, ​ແລະ​ອີກ​ຫລາຍໆ​ຄົນ​ລາຍ​ງານ​ເຖິງ​ປະສົບການຄວາມ​ຮູ້ສຶກ​ໃນ​ທາງ​ລົບ, ພວກເຂົາເຈົ້າມີຄວາມກັງວົນຢ່າງຫຼວງຫຼາຍ.
ຊີວິດການເປັນຢູ່ໃນ ຢູເຄຣນ ໄດ້ມີຄວາມທ້າທາຍ, ມີພຽງປະມານ 38 ເປີເຊັນ ຂອງຊາວຢູເຄຣນທີ່ໄດ້ຮັບການສໍາຫຼວດກ່າວວ່າ ພວກເຂົາເຈົ້າພໍໃຈກັບຊີວິດ ການເປັນຢູ່ຂັ້ນພື້ນຖານຂອງພວກເຂົາເຈົ້າ, ແລະປະມານ 63 ເປີເຊັນກ່າວວ່າ ການດໍາລົງຊີວິດໃນຂັ້ນພື້ນຖານ ແຮງເຮັດໃຫ້ຊີວິດການເປັນຢູ່ຮ້າຍແຮງຂຶ້ນ.

ປະມານ 53 ເປີເຊັນຂອງປະຊາກອນທີ່ໄດ້ຮັບການສໍາຫຼວດກ່າວວ່າ ໃນຊ່ວງ ເວລາ 12 ເດືອນທີ່ຜ່ານມາ ພວກເຂົາເຈົ້າບໍ່ສາມາດຫາຊື້ອາຫານໃຫ້ຕົນເອງຫຼື ຄອບຄົວຂອງພວກເຂົາເຈົ້າໄດ້. ປະມານ 48 ເປີເຊັນຂອງຜູ້ທີ່ຖືກສໍາຫຼວດກ່າວ ວ່າ ພວກເຂົາບໍ່ສາມາດຫາບ່ອນພັກອາໄສໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG