ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອິສຣາແອລ ກ່າວວ່າ ກອງທະຫານ ດຳເນີນການໂຈມຕີພາກພື້ນດິນ ໃນເຂດກາຊາ ອີກຄັ້ງ


ພາບໜ້າຈໍນີ້ ມາຈາກວີດີໂອແຈກຍາຍໂດຍກອງທັບອິສຣາແອລ ໃນວັນທີ 26 ຕຸລາ 2023, ສະແດງໃຫ້ເຫັນ "ການໂຈມຕີແບບກຳນົດເປົ້າໝາຍ" ທາງພາກເໜືອຂອງເຂດກາຊາ ພ້ອມກັບລົດຖັງ ແລະ ທະຫານລາບ.
ພາບໜ້າຈໍນີ້ ມາຈາກວີດີໂອແຈກຍາຍໂດຍກອງທັບອິສຣາແອລ ໃນວັນທີ 26 ຕຸລາ 2023, ສະແດງໃຫ້ເຫັນ "ການໂຈມຕີແບບກຳນົດເປົ້າໝາຍ" ທາງພາກເໜືອຂອງເຂດກາຊາ ພ້ອມກັບລົດຖັງ ແລະ ທະຫານລາບ.

ກອງທັບ​ອິສຣາ​ແອ​ລ ກ່າວ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ວ່າ ຕົນ​ໄດ້​ດຳເນີນການປະຕິບັດການທາງພາກພື້ນດິນ ໃນເຂດກາຊາ ​ອີກ​ເທື່ອ​ນຶ່ງ​ ບ່ອນ​ທີ່​ກອງ​ກຳລັງ​ອິສຣາ​ແອ​ລ ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດທີ່​ແນ​ເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງຮາມາສ ເປັນ​ເວລາ​ເກືອບ 3 ອາທິດແລ້ວ.

ກອງກຳລັງປ້ອງກັນປະເທດ​ອິສຣາ​ແອ​ລ ຫຼື IDF ກ່າວ​ວ່າ ການ​ບຸກໂຈມຕີ ​ຄັ້ງ​ນີ້​ເກີດຂຶ້ນພຽງຊ່ວງ​ເວລາ​ສັ້ນໆ ຂະນະທີ່ພວກ​ລົດ​ຖັງ ​ແລະ​ທະຫານລາບຂອງ​ຕົນ ​ໄດ້ປະທະ​ກັບ​ພວກ​ນັກລົບຫົວ​ຮຸນ​ແຮງຮາມາສ ​ແລະ​ໄດ້ໂຈມ​ຕີອາວຸດ​ຕ້ານ​ລົດ​ຖັງ ກ່ອນ​ທີ່​ຈະ​ກັບ​ຄືນ​ໄປ​ຍັງ​ດິນ​ແດນຂອງ​ອິສຣາ​ແອ​ລ.

ການປະຕິບັດງານຂອງ IDF ເຊິ່ງເປັນປະຕິບັດການຄັ້ງທີສອງໃນຮອບຫຼາຍມື້ ແມ່ນເປັນການບຸກເຂົ້າໄປຄັ້ງຫຼ້າສຸດ ໃນຂະນະທີ່ໄດ້ກະກຽມກຳລັງສໍາລັບການບຸກໂຈມຕີທາງພາກພື້ນດິນເຕັມຮູບແບບ ຕາມທີ່ໄດ້ສັນຍາໄວ້.

ເຈົ້າ​ໜ້າ​ທີ່​ອິສ​ຣາ​ແອລ ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ໂດຍ​ຮັບ​ປະ​ກັນ​ວ່າ ກຸ່ມຮາມາສ ຈະບໍ່​ສາ​ມາດ​ທຳການໂຈມຕີທີ່ເປັນໄພຂົ່ມຂູ່ຕໍ່​ອິສຣາແອລ ໄດ້ອີກຕໍ່ໄປ ຫຼັງ​ຈາກ​ການ​ສັງ​ຫານໝູ່ປະ​ມານ 1,400 ຄົນ​ໃນ ​ວັນ​ທີ 7 ຕຸ​ລາ, ເຊິ່ງສ່ວນໃຫຍ່ເປັນພົນລະເຮືອນ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເຂດ​ກາ​ຊາ​ ມີ​ເຖິງ​ຢ່າງນ້ອຍ 7,000 ຄົນ, ເຊິ່ງສ່ວນ​ໃຫຍ່​ເປັນ​ແມ່​ຍິງ ແລະ​ເດັກ​ນ້ອຍ, ອີງ​ຕາມ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງເຂດກາຊາ.

ບັນດາຜູ້ນຳຂອງສະຫະພາບຢູໂຣບ ໃນວັນພະຫັດວານນີ້ ໄດ້ຮຽກຮ້ອງໃຫ້ຢຸດຕິຊົ່ວຄາວ ການຖິ້ມລະເບີດຂອງອິສຣາແອລ ແລະການໂຈມຕີດ້ວຍຈະຫຼວດຂອງກຸ່ມຮາມາສ ເພື່ອອຳນວຍຄວາມສະດວກ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ສາມາດເຂົ້າໄປໃນເຂດກາຊາໄດ້.

ຢູ່ທີ່​ກອງ​ປະຊຸມ​ສຸດ​ຍອດ​ທີ່​ນະຄອນບຣັສເຊີລສ໌ (Brussels), ຜູ້ນຳ​ຂອງ 27 ປະ​ເທດ​ອີຢູ ​ໄດ້​ສະ​ແດງ​ຄວາມກັງວົນ​ຢ່າງຍິ່ງ ຕໍ່​ສະຖານະ​ການ​ດ້ານ​ມະນຸດສະທຳ ​ທີ່​ຊຸດ​ໂຊມ​ລົງ​ຢູ່​ໃນເຂດກາຊາ.

ບັນດາຜູ້ນໍາຢູໂຣບ ໄດ້ຮຽກຮ້ອງໃຫ້ມີ "ການເຂົ້າເຖິງ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳທີ່ຕໍ່ເນື່ອງ, ວ່ອງໄວ, ປອດໄພ ແລະບໍ່ມີຂໍ້ຈຳກັດ ເພື່ອເຂົ້າເຖິງຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ໂດຍຜ່ານມາດຕະການຕ່າງໆທີ່ຈໍາເປັນທັງຫມົດ ລວມທັງຊ່ອງທາງຕ່າງໆ ດ້ານມະນຸດສະທໍາ ແລະການຢຸດຊົ່ວຄາວສຳລັບຄວາມຕ້ອງການດ້ານມະນຸດສະທໍາ."

ກອງທັບ​ອິສຣາ​ແອ​ລ​ໄດ້​ຮຽກຕົວ​ທະຫານກອງໜຸນ 300,000 ຄົນ ​ແລະ​ໄດ້ສົ່ງພວກ​ທະຫານໄປປະການ​ຢູ່​ໃກ້​ເຂດຊາຍ​ແດນ​ກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG