ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດອ່າວເປີ​ເຊຍ ເພີ້ມການຊອກຫາຊ່ອງທາງແກ້ໄຂຄວາມຂັດແຍ້ງໃນແຫຼມ ກາຊາ


ປະທານາທິບໍດີອີຈິບ ທ່ານຟາທາ ເອລ-ຊິດຊີ, ຊ້າຍ, ແລະ ເລຂາທິການໃຫຍ່ ທ່ານອາເມັດ ອາບູລ ໄກທ໌ ຫາລືກັບ ທ່ານກາຕາຣີ ເອເມຍ ເຊກຄ໌ ທາມິມ ບິນ ຮາມາດ ອາລ ທານີ, ລະຫວ່າງກອງປະຊຸມສຸດຍອດສັນຕິພາບສາກົນ ໃນນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 21 ຕຸລາ 2023. (Egyptian Presidency Media Office via AP)
ປະທານາທິບໍດີອີຈິບ ທ່ານຟາທາ ເອລ-ຊິດຊີ, ຊ້າຍ, ແລະ ເລຂາທິການໃຫຍ່ ທ່ານອາເມັດ ອາບູລ ໄກທ໌ ຫາລືກັບ ທ່ານກາຕາຣີ ເອເມຍ ເຊກຄ໌ ທາມິມ ບິນ ຮາມາດ ອາລ ທານີ, ລະຫວ່າງກອງປະຊຸມສຸດຍອດສັນຕິພາບສາກົນ ໃນນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 21 ຕຸລາ 2023. (Egyptian Presidency Media Office via AP)

ການບຸກສັງຫານທີ່ໂຫດ​ຮ້າຍເຂົ້າໄປໃນອິສຣາແອລຂອງກຸ່ມຮາມາສ ແລະ ການ ຕອບໂຕ້ທາງທະຫານແບບເດັດຂາດຂອງລັດຖະບານຢິວ ແມ່ນກໍາລັງຜັກດັນໃຫ້ ເກີດຄວາມເຄັ່ງຕຶງຄັ້ງໃໝ່ແກ່ຄວາມສຳພັນຂອງສະຫະລັດທີ່ມີມາແຕ່ດົນນານໃນອ່າວເປີເຊຍ, ເຊິ່ງເປັນບ່ອນທີ່ບັນດາຜູ້ນຳຢູ່ໃນພາກພື້ນ ຕ້ອງນຳທາງລະຫວ່າງ ຄວາມຄຽດແຄ້ນຂອງປະຊາຊົນຂອງຕົນ ແລະ ຄວາມຢ້ານກົວຕໍ່ຄວາມກ້າຫານ ຂອງ ອີຣ່ານ.

ນຶ່ງ​ໃນ​ບັນດາ​ປະ​ເທດຕ່າງໆເຫຼົ່ານັ້ນ, ກາຕ້າ ທີ່ກໍາລັງ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ຖານະສໍາ ຄັນ​ຂອງ​ຜູ້​ສ້າງ​ສັນຕິພາບ​ ພ້ອມດ້ວຍຄວາມ​ສາມາດ​ທີ່​ເປັນ​ເອກະລັກ​ສະເພາະ ຂອງພວກເຂົາເຈົ້າ ​ໃນ​ການ​ຫາລື​ກັບ​ທຸກ​ຝ່າຍ​ຄື ອິສຣາ​ແອລ, ກຸ່ມຮາມາສ ​ແລະ ສະຫະລັດ.

ທ່ານ ແອນເດຣຍສ໌ ຄຣຽກ (Andreas Krieg), ຜູ້ບັນຍາຍອາວຸໂສຢູ່ທີ່ໂຮງຮຽນກ່ຽວກັບການສຶກສາທາງດ້ານຄວາມປອດໄພ ທີ່ມະຫາວິທະຍາໄລຄິງລອນດອນ ກ່າວໃນການໃຫ້ສໍາພາດກັບ VOA ວ່າ "ອ່າວດັ່ງກ່າວ ແມ່ນມີບົດບາດສໍາຄັນຢູ່ໃນຄວາມຂັດແຍ້ງນີ້ ຫຼາຍກວ່າສົງຄາມແຫຼມກາຊາທີ່ຜ່ານມາ."

“ບັນດາປະເທດຢູ່ໃນຂົງເຂດ​ອ່າວແຫ່ງນີ້ ໄດ້ເພັ່ງເລັງໃສ່ໜ່ວຍງານ ແລະເອກະ ລາດຂອງຕົນຢູ່​ໃນ​ພາກ​ພື້ນ,”​ ຫຼາຍ​ກວ່າ​ການ​ປະ​ທະ​ກັນໃນກ່ອນໜ້ານັ້ນ​ລະຫວ່າງ ອິສຣາແອລ ແລະກຸ່ມ ຮາມາສ, ທ່ານກ່າວ. "ນີ້ຍັງຫມາຍຄວາມວ່າ ພວກເຂົາເຈົ້າກໍາລັງຊອກຫາຍຸດທະສາດທີ່ສອດຄ່ອງກັບ ສະຫະລັດ ຫນ້ອຍ ກວ່າຫຼາຍໆປີທີ່ຜ່ານມາ."

ໃນລະຫວ່າງ​ກອງ​ປະຊຸມ​ສຸດ​ຍອດສະ​ພາການ​ຮ່ວມ​ມື​ອ່າວ​ເປີ​ເຊຍ ແລະ ອາ​ຊຽນ ​ໃນ​ຕົ້ນ​ເດືອນ​ນີ້, ບັນດາ​ຜູ້ນຳ​ໄດ້​ອອກ​ຖະ​ແຫຼງການ​ທີ່​ເຄັ່ງ​ຄັດຮ່ວມກັນ ​ໂດຍ​ຮຽກຮ້ອງ​ໃຫ້ “ທຸກ​ຝ່າຍ​ທີ່​ມີຄວາມຂັດແຍ້ງກັນນັ້ນ ຈົ່ງ​ປົກ​ປ້ອງ​ພົນລະ​ເຮືອນ, ຫຼີກ​ເວັ້ນການ​ແນ​ເປົ້າໝາຍໃສ່​ພວກ​ເຂົາ​ເຈົ້າ ​ແລະ ຈົ່ງຢຶດຖື​ກົດໝາຍດ້ານ​ມະນຸດ ສະທຳ​ສາກົນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG