ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍັງຄົງສືບຕໍ່ຄົ້ນຫາຄາດຕະກອນ ທີ່ໄດ້ສັງຫານ 18 ຄົນ ຢູ່ໃນລັດ ເມນ


ໃນຮູບພາບທີ່ຂັດຈ້ອນອອກມາຈາກວີດີໂອ ເຊິ່ງໄດ້ຮັບການເຜີຍແຜ່ໂດຍຫ້ອງການຕໍາຫຼວດເຂດ Androscoggin, ມືປືນຊາຍໄດ້ຍ່າງເຂົ້າໄປ Just-In-Time Recreation ໃນເມືອງເລວິສຕັນ, ລັດເມນ, ວັນທີ 25 ຕຸລາ 2023. ທ້າວໂຣເບີດ ຄາດ ອາຍຸ 40 ປີ ໄດ້ຖືກລະບຸວ່າ ເປັນບຸກຄົນທີ່ມີຄວາມຕ້ອງການໂຕ.
ໃນຮູບພາບທີ່ຂັດຈ້ອນອອກມາຈາກວີດີໂອ ເຊິ່ງໄດ້ຮັບການເຜີຍແຜ່ໂດຍຫ້ອງການຕໍາຫຼວດເຂດ Androscoggin, ມືປືນຊາຍໄດ້ຍ່າງເຂົ້າໄປ Just-In-Time Recreation ໃນເມືອງເລວິສຕັນ, ລັດເມນ, ວັນທີ 25 ຕຸລາ 2023. ທ້າວໂຣເບີດ ຄາດ ອາຍຸ 40 ປີ ໄດ້ຖືກລະບຸວ່າ ເປັນບຸກຄົນທີ່ມີຄວາມຕ້ອງການໂຕ.

ຕຳຫຼວດ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຫຼາຍຮ້ອຍຄົນ ພວມສືບຕໍ່ການໄລ່ລ່າຢ່າງເຂັ້ມງວດໃນວັນສຸກມື້ນີ້ ຢູ່ໃນລັດ ເມນ, ເຊິ່ງຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ເພື່ອຊອກຫາຜູ້ຊາຍອາຍຸ 40 ປີ ທີ່ເຈົ້າໜ້າທີ່ໄດ້ເຊື່ອມໂຍງເຖິງການຍິງສັງຫານ 18 ຄົນ ຢູ່ທີ່ເດີ່ນໂຍນໝາກໂບລລິ້ງ ແລະ ຮ້ານອາຫານ ບາ ແລະ ປີ້ງ ໃນເມືອງນ້ອຍໆ ເລວິສຕັນ.

ຜູ້ບັນຊາການຕຳຫຼວດຂອງລັດເມນ ພັນຕໍາຫຼວດເອກ ວີລລຽມ ຣອສ (William Ross) ກ່າວວ່າ ຜູ້ຕ້ອງສົງໄສຊື່ ທ້າວໂຣເບີດ ຄາດ “ຄວນໄດ້ຮັບການພິຈາລະນາວ່າ ເປັນຜູ້ມີອາວຸດ ແລະ ເປັນບຸກຄົນອັນຕະລາຍ” ແລະວ່າ ຜູ້ໃດກໍຕາມທີ່ອາດຈະພົບເຫັນລາວ ຄວນໂທຫາເຈົ້າໜ້າທີ່ຕຳຫຼວດ ແທນທີ່ຈະປະເຊີນໜ້າກັບລາວໂດຍກົງ.

ຕຳຫຼວດ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ໄດ້ສຸມໃສ່ຄວາມພະຍາຍາມສ່ວນໃຫຍ່ຂອງພວກເຂົາເຈົ້າໃນວັນພະຫັດວານນີ້ ໃສ່ບໍລິເວນເຮືອນພັກໃນເມືອງເລວິສຕັນ ທີ່ເປັນຂອງພີ່ນ້ອງຂອງທ້າວຄາດ.

ໂຮງຮຽນຫຼວງຂອງເມືອງເລວິສຕັນ ແລະຫ້ອງການສຶກສາເມືອງໃກ້ກັບເຂດເລວິສຕັນ ໄດ້ຖືກປິດ ໃນວັນສຸກມື້ນີ້ ເນື່ອງຈາກເຈົ້າຫນ້າທີ່ຍັງຄົງສືບຕໍ່ການຄົ້ນຫາຂອງພວກເຂົາຢູ່.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ທ້າວຄາດ, ເຊິ່ງເປັນສະມາຊິກຂອງກອງກຳລັງສຳຮອງຂອງກອງທັບສະຫະລັດ ຜູ້ທີ່ຖືກລາຍງານເມື່ອບໍ່ດົນມານີ້ວ່າ ລາວມີບັນຫາສຸຂະພາບຈິດ, ໄດ້ຍ່າງເຂົ້າໄປໃນສະຖານທີ່ໂຍນໝາກໂບລລິ້ງ ທີ່ເອີ້ນວ່າ ຈັສ-ອິນ-ທາມ ຣີຄຣີເອເຊິນ (Just-In-Time Recreation), ໃນຕອນແລງຂອງວັນພຸດແລ້ວນີ້ ແລະໄດ້ເລີ້ມການຍິງຢ່າງໜັກດ້ວຍອາວຸດປືນເຄິ່ງອັດຕະໂນມັດ.

ອານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG