ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາເທີກີ ພິຈາລະນາການຮັບເອົາ ສະວີເດັນ ເຂົ້າເປັນສະມາຊິກ ອົງການ NATO


ແຟ້ມຮູບ-ຫ້ອງການລັດຖະສະພາຂອງເທີກີ ຖືກເປີດເຜີຍໃຫ້ເຫັນ ລຸນຫຼັງການລົງມະຕິເຫັນດີ ໃນການສະເໜີຊື່ໃຫ້ ຟິນແລນ ເຂົ້າເປັນສະມາຊິກອົງການ NATO, ໃນນະຄອນຫຼວງອັງກາຣາ, ວັນທີ 30 ມີນາ 2023.
ແຟ້ມຮູບ-ຫ້ອງການລັດຖະສະພາຂອງເທີກີ ຖືກເປີດເຜີຍໃຫ້ເຫັນ ລຸນຫຼັງການລົງມະຕິເຫັນດີ ໃນການສະເໜີຊື່ໃຫ້ ຟິນແລນ ເຂົ້າເປັນສະມາຊິກອົງການ NATO, ໃນນະຄອນຫຼວງອັງກາຣາ, ວັນທີ 30 ມີນາ 2023.

ສະວີເດັນ ໄດ້ກ້າວເຂົ້າໃກ້ໃນການເປັນສະມາຊິກຂອງອົງການ NATO ໃນວັນຈັນວານນີ້ ເມື່ອປະທານາທິບໍດີຂອງເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ (Recep Tayyip Erdogan) ໄດ້ຍື່ນຮ່າງກົດໝາຍຕໍ່ລັດຖະສະພາ ເພື່ອຂໍການອະນຸມັດໃຫ້ແກ່ປະເທດ ນໍດິກ ເຂົ້າຮ່ວມເປັນພັນທະມິດທາງທະຫານ.

ສໍາລັບ 31 ປະ​ເທດ​ສະມາຊິກອື່ນໆ​ຂອງອົງການ NATO ໄດ້​ໃຫ້ການອະນຸມັດ ການເຂົ້າເປັນສະມາຊິກຂອງ ສະວີເດັນ ແລ້ວ​, ເຮັດ​ໃຫ້​ ເທີກີ ​ແລະ​ ຮັງກາຣີ ​ເປັນ​ປະ​ເທດ​ສຸດ​ທ້າຍ​ທີ່​ຍັງ​ບໍ່ໄດ້ເຮັດເທື່ອ.
ທ່ານເອີດວານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດອົງການ NATO ຂອງ​ທ່ານ​ວ່າ ທ່ານ​ຈະ​ນຳ​ໃຊ້​ຮ່າງ​ກົດໝາຍ​ຢືນຢັນການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ ສະ​ວີ​ເດັນ ​ເມື່ອ​ສະພາ​ແຫ່ງ​ຊາດ​ເປີດ​ຄືນ​ໃໝ່ ​ໃນ​ວັນ​ທີ 1 ຕຸລາ​ນີ້ ​ແລະ​ຮ່າງ​ກົດໝາຍ​ດັ່ງກ່າວ ກໍ​ໄດ້​ຖືກ​ຍື່ນ​ໄປໃນ​ວັນ​ຈັນ​ວານນີ້.
ໃນກ່ອນ​ໜ້າ​ນັ້ນ, ເທີກີ ໄດ້​ອ້າງເຖິງຂໍ້​ກ່າວ​ຫາ ກ່ຽວກັບວ່າ ​ສະ​ວີ​ເດັນ ​ໄດ້ໃຫ້ທີ່ພັກພິງ​ແກ່ພວກ​ກໍ່​ການ​ຮ້າຍ ມາ​ເປັນ​ເຫດຜົນ​ທີ່ເຮັດໃຫ້​ຫຼ້າ​ຊ້າ. ອັງກາຣາ ກ່າວວ່າ ສະຕັອກໂຮມ ຈໍາເປັນຕ້ອງໄດ້ໃຊ້ມາດຕະການທີ່ຮຸນແຮງຫຼາຍຂຶ້ນເພື່ອປາບປາມພັກແຮງງານຊາວເຄີດ, ຫຼື ທະຫານບ້ານ PKK, ກ່ອນທີ່ສະມາຊິກຂອງສະວີເດັນຈະຂໍການຢືນຢັນ.
ກຸ່ມ PKK ຖືວ່າ ​ເປັນ​ອົງການ​ກໍ່​ການ​ຮ້າຍ​ໂດຍ ເທີກີ, ສະຫະລັດ ແລະສະຫະພາບຢູໂຣບ.

ການ​ຕັດສິນ​ໃຈ​ຂອງ ເທີກີ ​ແມ່ນ​ໄດ້​ຮັບ​ການ​ຕ້ອນຮັບ​ໂດຍອົງການ NATO ພ້ອມດ້ວຍ ສະວີ​ເດັນ, ເຊິ່ງ​ທັງ​ສອງ​ໄດ້​ອອກ​ຖະ​ແຫຼ​ງການ​ຍ້ອງຍໍ​ ທ່ານເອີດວານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG