ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ປາບປາມການໂຈມຕີທາງອາກາດຂອງຣັດເຊຍ ໃນທົ່ວປະເທດ


ແຟ້ມພາບ - ປະຊາຊົນເບິ່ງໄປທີ່ສະໂມສອນເຮືອສຳລານ ມຮາໄດ້ຮັບຄວາມເສຍຫາຍຈາກຊາກເສດເຫຼືອຂອງໂດຣນຣັດເຊຍ ທີ່ຖືກຍິງຕົກ ໃນເມືອງໂອເດຊາ ວັນທີ 17 ຕຸລາ 2023 ທ່າມກາງການຮຸກຮານຂອງຣັດເຊຍໃນຢູເຄຣນ.
ແຟ້ມພາບ - ປະຊາຊົນເບິ່ງໄປທີ່ສະໂມສອນເຮືອສຳລານ ມຮາໄດ້ຮັບຄວາມເສຍຫາຍຈາກຊາກເສດເຫຼືອຂອງໂດຣນຣັດເຊຍ ທີ່ຖືກຍິງຕົກ ໃນເມືອງໂອເດຊາ ວັນທີ 17 ຕຸລາ 2023 ທ່າມກາງການຮຸກຮານຂອງຣັດເຊຍໃນຢູເຄຣນ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ກ່າວ​ໃນ​ວັນ​ຈັນວານນີ້ ວ່າ ກອງ​ກຳ​ລັງຣັດ​ເຊຍ ໄດ້​ໂຈມ​ຕີ​ໃນຊ່ວງຂ້າມ​ຄືນ​ ດ້ວຍ​ໂດຣນ ແລະ​ລູກ​ສອນ​ໄຟ​ນຳ​ວິ​ຖີ ທີ່​ແນ​ເປົ້າ​ໃສ່​ເຂດ​ຕ່າງໆ​ຂອງ​ປະ​ເທດ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ຕົນ​ໄດ້​ຍິງ​ໂດຣນ​ໂຈມ​ຕີ​ທັງ​ໝົດ 14 ລຳ ຕົກ, ລວມມີໂດຣນຊາເຮດ (Shahed) ທີ່​ຜະລິດ​ໂດຍ​ອີຣ່ານ, ພ້ອມ​ທັງ​ລູກ​ສອນ​ໄຟ​ນຳ​ວິຖີ.

ທ່ານໂອເລ ຄີເປີ (Oleh Kiper), ຜູ້ປົກຄອງເຂດໂອເດຊາ (Odesa), ກ່າວວ່າ ເສດຊິ້ນສ່ວນຈາກໂດຣນລຳນຶ່ງທີ່ຖືກທຳລາຍ ໄດ້ຕົກໃສ່ເຂດພາກໃຕ້, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ສາງຂອງທ່າເຮືອ.

ທ່ານຄີເປີ (Kiper) ກ່າວວ່າ ບໍ່ມີລາຍງານຜູ້ເສຍຊີວິດ.

ຣັດ​ເຊຍ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເມືອງໂອເດຊາ ຫຼາຍຄັ້ງ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ, ເຊິ່ງລວມ​ທັງ​ທ່າເຮືອ​ຢູ່​ຕາມ​ທະ​ເລ​ດຳ ແລະ​ແມ່​ນ້ຳດານູບ (Danube).

ກະ​ຊວງ​ພາຍ​ໃນ​ຂອງ​ຢູ​ເຄ​ຣນ ກ່າວ​ໃນ​ແອັບ​ສົ່ງ​ຂໍ້​ຄວາມ Telegram ວ່າ ​ການ​ໂຈມ​ຕີ​ຄັ້ງ​ຫລ້າ​ສຸດ​ຂອງຣັດ​ເຊຍ ໄດ້​ແນ​ເປົ້າ​ໃສ່ເຂດ​ພາກ​ໃຕ້, ພາກຕາ​ເວັນ​ອອກ ແລະ ພາກ​ກາງ​ຂອງ​ປະ​ເທດ.

ນ້ຳມັນມາດຕະຖານ​ຂອງ​ຣັດ​ເຊຍ ທີ່​ມັກ​ສົ່ງ​ອອກໂດຍ​ກຳ​ປັ່ນ​ຂອງຊາດ​ຕາ​ເວັນ​ຕົກ​ທີ່​ຈຳ​ເປັນ​ຕ້ອງ​ປະຕິບັດຕາມມາດຕະການລົງໂທດ ​ໄດ້​ມີການຊື້ຂາຍໃນ​ລາຄາທີ່​ສູງ​ກວ່າລາຄາທີ່​ບັນດາ​ພັນທະ​ມິດຂອງ​ຢູ​ເຄຣນ​ໄດ້​ກຳນົດ​ໄວ້ ຢູ່ທີ່ 60 ​ໂດ​ລາ​ຕໍ່​ຖັງ​ ​ນັບຕັ້ງແຕ່​ກາງ​ເດືອນ​ກໍລະກົດທີ່​ຜ່ານ​ມາ, ​ໂດຍມັນໄດ້​ນຳເອົາ​ເງິນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ຕໍ່​ມື້​ເຂົ້າ​ໄປ​ໃນຄັງເງິນສົງຄາມຂອງ​ວັງເຄຣມລິນ (Kremlin), ອີງຕາມລາຍງານຂອງອົງການຂ່າວ ເອພີ.

ການທັບລາຍຜົນກໍາໄລຈາກນ້ໍາມັນຂອງຣັດເຊຍ "ແມ່ນສິ່ງນຶ່ງທີ່ກະທົບຕໍ່ຄວາມຫມັ້ນຄົງຂອງເສດຖະກິດມະຫາພາກຂອງຣັດເຊຍທີ່ສຸດ". ທ່ານເບນຈາມິນ ຮິລເກນສຕັອກ (Benjamin Hilgenstock), ນັກເສດຖະສາດອາວຸໂສຂອງໂຮງຮຽນເສດຖະສາດກີຢິບ (the Kyiv School of Economics), ເຊິ່ງໃຫ້ຄຳປຶກສາຕໍ່ລັດຖະບານຢູເຄຣນກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG