ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມາກຣົງ ຢ້ຽມຢາມ ອິສຣາແອລ ເພື່ອສະແດງຄວາມາສາມັກຄີ ແລະຊຸກຍູ້ການປົກປ້ອງຊາວປາແລັສໄຕນ໌ ໃນແຫຼມ ກາຊາ


ປະທານາທິບໍດີຝຣັ່ງ ທ່ານເອັມມານູເອລ ມາກຣົງ ພົບປະກັບປະຊາຊົນຊາວຝຣັ່ງ ເຊື້ອສາຍອິສຣາແອລ ຜູ້ທີ່ສູນເສຍຄົນທີ່ພວກເຂົາຮັກ, ເຊັ່ນດຽວກັບຄອບຄົວຂອງໂຕປະກັນ, ຢູ່ທີ່ສະໜາມບິນ Ben Gurion, ວັນທີ 24 ຕຸລາ 2023 ໃນເມືອງ Tel Aviv.
ປະທານາທິບໍດີຝຣັ່ງ ທ່ານເອັມມານູເອລ ມາກຣົງ ພົບປະກັບປະຊາຊົນຊາວຝຣັ່ງ ເຊື້ອສາຍອິສຣາແອລ ຜູ້ທີ່ສູນເສຍຄົນທີ່ພວກເຂົາຮັກ, ເຊັ່ນດຽວກັບຄອບຄົວຂອງໂຕປະກັນ, ຢູ່ທີ່ສະໜາມບິນ Ben Gurion, ວັນທີ 24 ຕຸລາ 2023 ໃນເມືອງ Tel Aviv.

ປະທານາທິບໍດີ ຝຣັ່ງ ທ່ານເອມມານູແອລ ມາກຣົງ ໄດ້ເດີນທາງໄປຢ້ຽມຢາມ ອິສຣາແອລ ໃນວັນອັງຄານມື້ນີ້ ໂດຍກາຍເປັນຜູ້ນຳຂອງໂລກຄົນຫຼ້າສຸດ ທີ່ຈະ ນຳເອົາທັງຂໍ້ຄວາມສະແດງຄວາມເປັນນ້ຳນຶ່ງໃຈດຽວກັບ ອິສຣາແອລ ພາຍຫຼັງ ຈາກການໂຈມຕີທີ່ຮ້າຍແຮງຂອງກຸ່ມຮາມາສ ແລະຈະຊຸກຍູ້ໃຫ້ປົກປ້ອງພົນລະ ເຮືອນທັງຫຼາຍໃນເຂດກາຊາ.

ທ່ານມາກຣົງ ໄດ້ກ່າວຕໍ່ປະທານາທິບໍດີ ອິສຣາແອລ ທ່ານ ໄອແຊັກ ເຮີຊອກ ວ່າ ສິ່ງທີ່ໄດ້ເກີດຂຶ້ນຈະ “ບໍ່ມີວັນຖືກລືມໄດ້ເລີຍ” ແລະວ່າບູລິມະສິດສູງສຸດ ຄວນເປັນເລື້ອງການປ່ອຍໂຕກັນທັງຫຼາຍ ທີ່ຖືກຈັບກຸ່ມໂດຍກຸ່ມຮາມາສ.

ທ່ານມາກຣົງເວົ້າວ່າ “ຂ້າພະເຈົ້າຢາກໃຫ້ທ່ານໝັ້ນໃຈວ່າ ທ່ານຈະບໍ່ຖືກປະຖິ້ມ ພຽງລຳພັງໃນສົງຄາມຕໍ່ຕ້ານການກໍ່ການຮ້າຍນີ້.”

ກອງທັບຂອງອິສຣາແອລ ໄດ້ກ່າວໃນວັນອັງມື້ນີ້ວ່າ ຕົນໄດ້ສືບຕໍ່ດຳເນີນການ ໂຈມຕີທາງອາກາດຢູ່ໃນກາຊາ ລວມທັງແນເປົ້າໃສ່ສູນປະຕິບັດການຕ່າງໆຂອງ ກຸ່ມຮາມາສ ແລະໄດ້ສັງຫານຮອງຜູ້ບັນຊາການຂອງກຸ່ມຮາມາສຫຼາຍຄົນ.

ຊາວປາແລັສໄຕນ໌ ຍົກຍ້າຍຜູ້ຊາຍທີ່ໄດ້ຮັບບາດເຈັບຄົນນຶ່ງ ລຸນຫຼັງການໂຈມຕີທາງອາກາດຂອງ ອິສຣາແອລ ໃນຂົງເຂດກາຊາ, ວັນທີ 23 ຕຸລາ 2023.
ຊາວປາແລັສໄຕນ໌ ຍົກຍ້າຍຜູ້ຊາຍທີ່ໄດ້ຮັບບາດເຈັບຄົນນຶ່ງ ລຸນຫຼັງການໂຈມຕີທາງອາກາດຂອງ ອິສຣາແອລ ໃນຂົງເຂດກາຊາ, ວັນທີ 23 ຕຸລາ 2023.

ການໂຈມຕີຫຼາຍບັ້ນຂອງອິສຣາແອລ ໃນອາທິດນີ້ ຍັງໄດ້ຖະຫຼົ່ມຖານທີ່ໝັ້ນ ຂອງກຸ່ມຫົວຮຸນແຮງເຮສໂບລາຂອງເລບານອນ ແລະທ່ານເຮີຊອກ ໄດ້ກ່າວ ເຕືອນໃນວັນອັງຄານນີ້ວ່າ ຖ້າກຸ່ມເຮສໂບລາ ຂະຫຍາຍບັນຫາຂັດແຍ້ງອອກ ແລ້ວ “ເລບານອນຈະຕ້ອງໄດ້ຮັບຜົນທີ່ຕິດຕາມມາ.”

“ຂ້າພະເຈົ້າຢາກໃຫ້ຮູ້ຢ່າງແຈ່ມແຈ້ງວ່າ ພວກເຮົາບໍ່ຢາກຈະປະເຊີນໜ້າກັນ ຢູ່ເຂດຊາຍແດນທາງພາກເໜືອ ຫຼື ກັບຄົນອື່ນໆ” ທ່ານເຮີຊອກ ໄດ້ກ່າວ. ທ່ານກ່າວຕໍ່ໄປວ່າ “ພວກເຮົາເພັ່ງເລັງໃສ່ການທຳລາຍພື້ນຖານໂຄງລ່າງຂອງ ກຸ່ມຮາມາສ ແລະນຳເອົາພົນລະເມືອງທັງຫຼາຍຂອງພວກເຮົາກັບຄືນບ້ານ.”

ທຳນຽບຂາວ ໄດ້ກ່າວວ່າປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະນາຍົກ ລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ໄດ້ປຶກສາຫາລືກັນ “ຄວາມພະຍາຍາມຕ່າງໆກ່ຽວກັບການສະກັດກັ້ນຢູ່ໃນຂົງເຂດຢ່າງຕໍ່ເນື່ອງ, ທີ່ລວມມີການສົ່ງທະ​ຫານຊຸດໃໝ່ຂອງສະຫະລັດໄປຈຳການ” ໃນການລົມໂທລະ ສັບກັນເມື່ອວັນຈັນວານນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ເມື່ອ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ສົງ​ຄາມ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ອາດ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ທີ່ກວ້າງ​ຂວາງ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG