ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຍົກເລີກກົດຂໍ້ບັງຄັບສຸກເສີນ ຂອງການກໍ່ກະບົດຢູ່ໃນພາກໃຕ້


ແຟ້ມຮູບ -ເຈົ້າໜ້າທີ່ໄທຄົນນຶ່ງ ຢືນຢູ່ຂ້າງລົດບັນທຸກນໍ້າມັນທີ່ຖືກເຜົາ ຢູ່ທີ່ປໍ້ານໍ້າມັນໃນແຂວງປັດຕານີ ທີ່ຕັ້ງຢູ່ພາກໃຕ້ສຸດຂອງປະເທດ, ພາກໃຕ້ຂອງປະເທດໄທ, ວັນທີ 17 ສິງຫາ 2022.
ແຟ້ມຮູບ -ເຈົ້າໜ້າທີ່ໄທຄົນນຶ່ງ ຢືນຢູ່ຂ້າງລົດບັນທຸກນໍ້າມັນທີ່ຖືກເຜົາ ຢູ່ທີ່ປໍ້ານໍ້າມັນໃນແຂວງປັດຕານີ ທີ່ຕັ້ງຢູ່ພາກໃຕ້ສຸດຂອງປະເທດ, ພາກໃຕ້ຂອງປະເທດໄທ, ວັນທີ 17 ສິງຫາ 2022.

ປະເທດໄທ ໃນອາທິດນີ້ ໄດ້ຍົກເລີກກົດລະບຽບສຸກເສີນ ຢູ່ໃນພື້ນທີ່ແຫ່ງນຶ່ງຂອງປະເທດ ທາງພາກໃຕ້ທີ່ຫງຽບສະງົບນັ້ນ ບ່ອນທີ່ມີກຸ່ມກະບົດມຸສລິມ ໄດ້ກ່າວອ້າງເຖິງການເອົາຊີວິດຫຼາຍພັນຄົນຕະຫຼອດໄລຍະສອງທົດສະວັດຜ່ານມາ. ພວກວິພາກວິຈານ ໄດ້ກ່າວວ່າ ມາດຕະການສຸກເສີນທັງຫຼາຍ ໄດ້ນຳໄປສູ່ການລະເມີດຕໍ່ສິດທິມະນຸດຢ່າງແຜ່ຫຼາຍ.

ປະເທດແຫ່ງນີ້ທີ່ນັບຖືສາສະໜາພຸດເປັນສ່ວນໃຫຍ່ ໄດ້ອອກດຳລັດສຸກເສີນໃນສາມແຂວງທາງພາກໃຕ້ສຸດ ໃນປີ 2005 ນຶ່ງປີຫຼັງຈາກທີ່ມີຄື້ນຂອງການກໍ່ຄວາມຮຸນແຮງໂດຍພວກກະບົດ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ. ພວກຊົນເຜົ່າມາເລມຸສລິມ ເປັນຊົນກຸ່ມໃຫຍ່ທີ່ອາໄສຢູ່ໃນແຂວງທັງສາມນັ້ນ.

ດຳລັດດັ່ງກ່າວ ອະນຸຍາດໃຫ້ກຳລັງຮັກສາຄວາມປອດໄພ ຄວບຄຸມພວກຜູ້ຕ້ອງສົງໄສ ໂດຍປາດສະຈາກການຕັ້ງຂໍ້ຫາ ເປັນເວລາເຖິງ 30 ວັນ ແລະໃຫ້ການຄຸມກັນແກ່ບັນດາເຈົ້າໜ້າທີ່ຮັກສາຄວມປອດໄພຈາກການຖືກດຳເນີນຄະດີ ສຳລັບການກະທຳໃດໆທີ່ໄດ້ດຳເນີນການໄປໃນການປະຕິບັດໜ້າທີ່. ມັນຍັງໄດ້ອະນຸຍາດໃຫ້ລັດຖະບານອຳນາດຢ່າງກວ້າງຂວາງ ເພື່ອກວດກາຂ່າວສານຕ່າງໆໄດ້.

ກົດໄອຍະການເສິກ ແລະກົດໝາຍວ່າດ້ວຍຄວາມໝັ້ນຄົງພາຍໃນ ຊຶ່ງຍັງໄດ້ອະນຸຍາດໃຫ້ກອງກຳລັງຮັກສາຄວາມປອດໄພ ອຳນາດບາງຢ່າງເພີ້ມຂຶ້ນ, ກໍໄດ້ຖືກຄັດຄ້ານຢູ່ໃນແຂວງພາກໃຕ້ດັ່ງກ່າວນຳດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG