ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ໃຫ້ຄຳໝັ້ນສັນຍາວ່າ ຈະຍຶດເອົາດິນແດນທັງໝົດທີ່ ຣັດເຊຍ ຍຶດຄອງກັບຄືນມາ


ແຟ້ມພາບ - ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຍ່າງໄປໂຮງໝໍເພື່ອຢ້ຽມຢາມຄົນເຈັບ ແລະ ເຈົ້າໜ້າທີ່ ໃນວັນທີ 13 ມີນາ 2022 ໃນນະຄອນຫຼວງກີຢິບ.
ແຟ້ມພາບ - ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຍ່າງໄປໂຮງໝໍເພື່ອຢ້ຽມຢາມຄົນເຈັບ ແລະ ເຈົ້າໜ້າທີ່ ໃນວັນທີ 13 ມີນາ 2022 ໃນນະຄອນຫຼວງກີຢິບ.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ວັນ​ອັງຄານວານນີ້​ວ່າ ຈະ​ຍຶດ​ເອົາ​ພື້ນທີ່ຕ່າງໆຂອງ​ຢູ​ເຄຣນ ທີ່​ກອງກຳລັງ ຣັດເຊຍ ​ຍຶດຄອງ​ຢູ່​ໃນ​ຂະນະ​ນີ້ຄືນມາ.

“ຢູ​ເຄຣນ ຈະ​ຍຶດ​ເອົາ​ດິນແດນ ​ແລະ​ປະຊາຊົນ​ຂອງ​ຕົນ​ຄືນ​ມາ,” ທ່ານ ເຊເລັນສກີ ໄດ້ກ່າວ​ໃນ​ຄຳ​ປາ​ໄສ​ໃນ​ຕອນ​ກາງຄືນ​ຂອງ​ທ່ານ. “ພວກ​ເຮົາ​ຈະ​ບໍ່​ປະຖິ້ມໃຜໄວ້ຢູ່ກັບຜູ້ເຂົ້າຍຶດຄອງ. ພວກເຮົາ ກຳລັງໃຊ້ທຸກວິທີທາງເພື່ອຮັບປະ ກັນວ່າສົງຄາມນີ້ຈະສິ້ນສຸດລົງດ້ວຍຄວາມຜ່າຍແພ້ຂອງຜູ້​ເຂົ້າຍຶດຄອງ.”

ທ່ານ​ຍັງ​ກ່າວຕື່ມ​ວ່າ, ​ເຖິງ​ແມ່ນວ່າ​ຈະ​ມີ​ຄວາມ​ສົງ​ໄສ​ຈາກ​ຫຼາຍ​ຄົນ​ໃນ​ໂລກ, ​ແຕ່ຢູເຄຣນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນ​ສາມາດ​ເອົາ​ຊະນະ​ໄດ້, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທັງ​ໝົດ, ​ໂດຍ​ສະ​ເພາະ​ແມ່ນຢູ່ໃນ​ເຂດ​ທະ​ເລ​ດຳ.”

​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ກ່າວ​ວ່າ ຕົນ​ໄດ້​ທຳລາຍ​ເຮືອ​ຂອງ​ຢູ​ເຄຣນ 3 ລຳ ​ທາງ​ພາກ​ເໜືອ​ຂອງ​ທະ​ເລ​ດຳ.

ຣັດ​ເຊຍ​ຍັງ​ກ່າວ​ວ່າ ຕົນ​ໄດ້​ດຳ​ເນີນ​ການ "ການຕ້ານ​ການ​ກໍ່​ການ​ຮ້າຍ" ​ໃກ້ກັບ​ທ່າ​ກຳ​ປັ່ນ ເຊວາສໂຕໂປລ (Sevastopol), ເຊິ່ງ​ເປັນ​ທີ່ຕັ້ງ​ຂອງ​ກຳ​ປັ່ນ​ທະ​ເລ​ດຳຂອງຕົນ.

ຢູ​ເຄຣນ ກ່າວ​ໃນ​ວັນ​ອັງຄານວານ​ນີ້​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ​ໃນ​ສອງ​ພາກສ່ວນ​ຂອງ​ປະ​ເທດ​ໄດ້​ເຮັດ​ໃຫ້​ຢ່າງ​ນ້ອຍ 8 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ໃນເຂດເຄີຊັນ (Kherson) ທາງ​ພາກ​ໃຕ້​ຂອງ​ຢູ​ເຄຣນ, ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ປືນ​ໃຫຍ່​ຂອງຣັດ​ເຊຍ ​ໄດ້​ເຮັດ​ໃຫ້ 4 ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ເຮັດ​ໃຫ້​ເຮືອນ​ຫລາຍ​ຫລັງໄດ້ຮັບຄວາມ​ເສຍ​ຫາຍ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ທ່ານອິກໍ ໄຄລເມັນໂກ (Igor Klymenko) ກ່າວໃນສື່ສັງຄົມ​.

ທ່ານ ໄຄລເມັນໂກ (Klymenko) ຍັງ​ກ່າວອີກ​ວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍ ຢູ່​ໃນ​ຂົງ​ເຂດຄາກີບ (Kharkiv) ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຢູ​ເຄຣນ ​ໄດ້​ເຮັດ​ໃຫ້ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກອງທັບ​ອາກາດ​ຢູ​ເຄຣນ ກ່າວ​ວ່າ ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ​ໄດ້​ຍິງ​ໂດຣນ 6 ລຳ ທີ່ຣັດ​ເຊຍ​ຍິງ​ຂຶ້ນ​ຈາກ​ໄຄຣເມຍ (Crimea) ຕົກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG