ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດລາຍງານຂອງອັງກິດວ່າ ຢູເຄຣນ ເປັນໄປໄດ້ສູງທຳລາຍເຮືອບິນເຮລິຄອບເຕີຂອງຣັດເຊຍ ຫຼາຍລຳ


ທະຫານມາຣິນຢູເຄຣນຄົນນຶ່ງ ຖືປືນ AK-47 ຢູ່ແນວໜ້າ ໃກ້ແມ່ນໍ້າ Dnipro ໃກ້ກັບ Kherson ປະເທດຢູເຄຣນ , ວັນທີ14 ຕຸລາ 2023
ທະຫານມາຣິນຢູເຄຣນຄົນນຶ່ງ ຖືປືນ AK-47 ຢູ່ແນວໜ້າ ໃກ້ແມ່ນໍ້າ Dnipro ໃກ້ກັບ Kherson ປະເທດຢູເຄຣນ , ວັນທີ14 ຕຸລາ 2023

ກອງກຳລັງຂອງຢູເຄຣນ “ເປັນໄປໄດ້ສູງ” ໄດ້ທຳລາຍອຸບປະກອນປ້ອງກັນໄພທາງອາກາດຂອງຣັດເຊຍ ແລະບັນດາເຮືອບິນເຮລິຄອບເຕີ ໃນຕົ້ນອາທິດນິ້ທຢູ່ສະໜາມບິນ ເບີດີຢານ ແລະລູຮານ ທີ່ກະຊວງປ້ອງກັນປະເທດອັງກິດໄດ້ກ່າວໃນວັນສຸກມື້ນີ້ ຢູ່ໃນລາຍງານສືບລັບຫຼ້າສຸດ ປະຈຳວັນກ່ຽວກັບຢູເຄຣນ.

ລາຍງານຂອງກະຊວງນີ້ ກ່າວວ່າ ເຮືອບິນເຮລິຄອບເຕີເກົ້າລໍາຢູ່ເບີດີຢານ ແລະຫ້າລໍາຢູ່ລູຮານ “ເປັນໄປໄດ້ສູງ” ທີ່ໄດ້ຖືກທຳລາຍ.

ຢູເຄຣນກ່າວວ່າ ຕົນໄດ້ໃຊ້ລູກສອນໄຟໄລຍະໄກທີ່ເອີ້ນຫຍໍ້ວ່າ ATACMS ທີ່ສະໜອງໂດຍສະຫະລັດເປັນເທື່ອທຳອິດໃນການໂຈມຕີນັ້ນ.

ຖ້າຫາກລາຍງານກ່ຽວກັບເຮືອບິນເຮລິຄອບເຕີແມ່ນໄດ້ຮັບການຢືນຢັນ ກະຊວງປ້ອງກັນປະເທດອັງກິດໄດ້ກ່າວ “ມັນເປັນໄປໄດ້ສູງທີ່ການສູນເສຍເຫລົ່ານີ້ຈະເປັນຜົນກະທົບຕໍ່ສະມັດຕະພາບຂອງຣັດເຊຍ ໃນການປ້ອງກັນ ແລະປະຕິບັດງານກິດຈະການໃນດ້ານການບຸກໂຈມຕີ” ຢູ່ໃນເຂດທີ່ໄດ້ຮັບຜົນກະທົບ. ລາຍງານກ່າວວ່າ ຣັດເຊຍຍັງມີຄວາມລຳບາກ ໃນການທົດແທນພວກເຮືອບິນເຮລິຄອບເຕີ ທີ່ຖືກທຳລາຍ.

ການສູນເສຍອຸບປະກອນ “ເປັນໄປໄດ້ສູງ” ທີ່ຈະເຮັດໃຫ້ມີຄວາມກົດດັນເພີ້ມຂຶ້ນຕໍ່ບັນດານັກບິນຣັດເຊຍຜູ້ທີ່ “ເກືອບວ່າມີຄວາມອິດເໝື່ອຍຈາກການສູ້ລົບ ແລະບັນຫາການຮັກສາສ້ອມແປງ ເນື່ອງຈາກຄວາມບໍ່ຄາດຝັນຂອງສົງຄາມທີ່ແກ່ຍາວ” ກະຊວງປ້ອງກັນປະເທດອັງກິດໄດ້ກ່າວ.

ໃນຂະນະດຽວກັນ ປະທານາທິບໍດີ ໂວໂລດີເມຍ ເຊເລນສ໌ກີ ໄດກ້າວໃນຄຳປາໄສປະນຳວັນຂອງທ່ານວ່າ ທ່ານໄດ້ໂອ້ລົມກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໃນວັນພະຫັດວານນີ້ ກ່ຽວກັບ ພວກລູກສອນ ອາດຊ່ອຍ “ເລັ່ງໃຫ້” ຢູເຄຣນ ປົດປ່ອຍປະເທດຈາກຣັດເຊຍ ໄວຊ່ຳໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG