ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣ​ແອ​ລ ໂຈມ​ຕີ​ທາງ​ອາ​ກາດ​ໃສ່ເຂດ ກາ​ຊາ ແລະ ເລ​ບາ​ນອນ


ຄວັນ​ປິວ​ຂຶ້ນ​ເທິງ​ຟ້າຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ກາ​ຊາ, ເຊິ່ງ​ເຫັນ​ໄດ້​ຈາກ​ພາກ​ໃຕ້​ຂອງ ອ​ສິ​ຣາ​ແອ​ລ, 23 ຕຸ​ລາ 2023.
ຄວັນ​ປິວ​ຂຶ້ນ​ເທິງ​ຟ້າຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ກາ​ຊາ, ເຊິ່ງ​ເຫັນ​ໄດ້​ຈາກ​ພາກ​ໃຕ້​ຂອງ ອ​ສິ​ຣາ​ແອ​ລ, 23 ຕຸ​ລາ 2023.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ເຂດ​ກາ​ຊາ ໃນ​ວັນ​ຈັນ​ມື້ນີ້, ໃນ​ຂະ​ນະ​ທີ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງສະ​ຫະ​ພາບ​ຢູ​ໂຣບ ໄດ້​ພົບ​ປະ​ກັນ​ເພື່ອ​ພິ​ຈາ​ລະ​ນາ​ການ​ຮຽກ​ຮ້ອງ​ສຳ​ລັບ​ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທຳ.

ເຮືອ​ບິນ​ຂອງ ອິ​ສ​ຣາ​ແອ​ລ ຍັງ​ໄດ້​ໂຈມ​ຕີ​ເປົ້າ​ໝາຍຫຼາຍ​ແຫ່ງ​ຂອງ​ພວກ​ເຮັ​ສ​ບອ​ລ​ລ​າ ໃນ​ປະ​ເທດ ເລ​ບາ​ນອນ, ລວມ​ທັງ​ກຸ່ມ​ຕ່າງ​ໆ​ທີ່ກອ​ງ​ທັບ​ໄດ້​ກ່າວ​ວ່າ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ຍິງ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ ແລະ ຈະຫຼວດ​ໄປ​ສູ່ ອິ​ສ​ຣາ​ແອ​ລ.

ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສະ​ຫະ​ພາບ​ຢູ​ໂຣ​ລ ທ່ານ ໂຈ​ເຊັ​ຟ ບໍ​ແຣ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ທ່ານ​ເຊື່ອວ່າ​ການ​ຢຸດ​ເພື່​ອະ​ນຸດ​ສະ​ທຳ​ໃນ​ຄວາມ​ຂັດ​ແຍ້ງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່​ອ​ອະ​ນຸ​ຍາດ​ການ​ຊ່ວຍ​ເຫຼືອ​ໃຫ້​ໄປ​ຮອດ​ປະ​ຊາ​ຊົນ​ໃນ​ເຂດ​ກາ​ຊາ.

ຄຳ​ເຫັນ​ຂອງ​ທ່ານ​ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາ​ກ​ຂະ​ບວນ​ລົດ​ຊ່ວ​ຍ​ເຫຼືອ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຜ່ານ​ເຂດ​ຊາຍ​ແດນ ຣາ​ຟາ ເຂົ້າ​ໄປ​ໃນ​ເຂດ ກາ​ຊາ.

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ “ວັນ​ທຳ​ອິດ, ລົດ​ບັນ​ທຸກ 20 ຄັນ​ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ມາ, 20 ຄັນ. ມື້​ວານນີ້, ແມ່ນ​ມີ​ອີກ​ປະ​ມານ 20 ຄັນ. ແຕ່​ໃນ​ເວ​ລາ​ປົກ​ກະ​ຕິ, ໃນ​ຊ່ວງ​ເວ​ລາ​ປົກ​ກະ​ຕິ​ທີ່ບໍ່​ມີ​ສົງ​ຄາມ, ລົດ​ບັນ​ທຸກ 100 ຄັນ​ໄດ້​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ​ທຸກວັນ. ສະ​ນັ້ນ​ມັນ​ເຫັນ​ໄດ້​ຊັດ​ວ່າ 20 ຄັນ​ແມ່ນບໍໍ່​ພໍ.”

ອິ​ສ​ຣາ​ແອ​ລ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ໃສ່​ເຂດ​ກາ​ຊາ​ດົນ​ກວ່າ 2 ອາ​ທິດ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ທີ່​ໄດ້​ສັງ​ຫານ 1,400 ຄົນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ​ປະ​ຊາ​ຊົນ​ປະ​ມານ ນຶ່ງ​ລ້ານ​ສີ່​ແສນ​ຄົນ​ໄດ້ຫຼົບ​ໜີ​ອອກ​ຈາກ​ເຮືອນ​ຂອງ​ເຂົາ​ເຈົ້າ ແລະ ມີ​ການ​ຂາດ​ແຄນ​ນ້ຳ, ອາ​ຫານ, ນ້ຳມັນ​ເຊື້ອ​ໄຟ ແລະ ຢາ​ໃນ​ເຂດ​ກາ​ຊາ​ຢ່າງ​ຮຸນ​ແຮງ.

ທ່ານ ບໍ​ແຣ​ລ ຍັງ​ໄດ້​ກ່າວ​ວ່າ​ຄວາມ​ພະ​ຍາ​ຍາມ​ເພື່ອຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ຕ້ອງ​ລວມ​ມີ​ການ​ຢຸດ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ​ກຸ່ມ​ຮາ​ມາ​ສ ​ຈາກ​ເຂດ​ກາ​ຊາ ແລະ ປ່ອຍ​ຕົວ​ປະ​ກັນ​ທີ່​ກຸ່ມ​ຫົວ​ຮຸນ​ແຮງດັ່ງ​ກ່າວ​ກຳ​ລັງ​ຈັບ​ໄວ້​ຢູ່.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປາ​ແລັ​ສ​ໄຕ​ນ໌​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ເຂດ​ກາ​ຊາ ໄດ້​ເພີ່ມ​ຂຶ້ນ​ຮອດ​ຢ່າງ​ໜ້ອຍ 4,651 ຄົນ, ດ້ວຍ​ອີກ 14,254 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ປະ​ຕິ​ເສດ​ທີ່​ຈະ​ສືບ​ຕໍ່​ໂຈມ​ຕີ​ເຂດ​ກາ​ຊາ ຈົນ​ກວ່າ​ພວກ​ຮາ​ມາ​ສ ຈະບໍ່​ມີ​ຄວາມ​ສາ​ມາດ​ເພື່ອ​ໂຈມ​ຕີ​ອີກ​ຕໍ່​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG