ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວນິຍົມໄປຊອກຫາວຽກເຮັດງານທໍາຢູ່ໄທເຖິງແມ່ນຈະມີການປັບອັດຕາຄ່າແຮງງານຂັ້ນຕໍ່າສຸດ ຂຶ້ນແລ້ວກໍຕາມ


ປ້າຍບໍລິສັດ ໄອຈ໋ອບ ຈຳກັດ ຊຶ່ງເປັນບໍລິສັດຈັດຫາງານຂອງເກົາຫຼີໃຕ້ ຢູ່ໃນນະຄອນວຽງຈັນ, ສປປ ລາວ
ປ້າຍບໍລິສັດ ໄອຈ໋ອບ ຈຳກັດ ຊຶ່ງເປັນບໍລິສັດຈັດຫາງານຂອງເກົາຫຼີໃຕ້ ຢູ່ໃນນະຄອນວຽງຈັນ, ສປປ ລາວ

ທ່າມກາງສະພາບເສດຖະກິດຝືດເຄືອງແຮງງານລາວຕ່າງໆ ກໍດິ້ນຮົນໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນໃນໄທ ທີ່ເປັນປະເທດເພື່ອນບ້ານນັ້ນ ເຖິງແມ່ນວ່າຈະມີການປັບອັດຕາຄ່າແຮງງານຂັ້ນຕໍ່າສຸດຂຶ້ນ ເມື່ອມໍ່ໆມານີ້ ແລະມີການປະກາດຈ້າງແຮງງານເດືອນຫລະ 1 ພັນກວ່າຄົນ ໂດຍບາງບໍລິສັດໃນເຂດເສດຖະກິດພິເສດກໍຕາມ. ນັກຂ່າວຂອງພວກເຮົາມີລາຍລະອຽດເລື້ອງນີ້ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ໃນໄລຍະ 2 ປີເຄິ່ງ ຊຶ່ງກໍຄື ແຕ່ເດືອນມັງການປີ 2021 ຫາ 6 ເດືອນຕົ້ນປີນີ້ ມີແຮງງານລາວທີ່ຂຶ້ນທະບຽນເພື່ອຢາກຊອກວຽກເຮັດຢູ່ໄທ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຫລາຍເຖິງ 97,300 ກວ່າຄົນ ໃນນັ້ນມີຍິງ 51 ພັນກວ່າຄົນ ແລະ ໄດ້ຖືກຮັບໄປເຮັດວຽກແລ້ວເກືອບຮອດ 91 ພັນຄົນ ຊຶ່ງໄປເຮັດວຽກຢູ່ຂະແໜງບໍລິການຫລາຍກວ່າໝູ່, ຄື 44,300 ກວ່າ ຄົນ, ຮອງລົງມາແມ່ນໃນຂະແໜງອຸດສາຫະກໍາເກືອບຮອດ 37,300 ຄົນ ສ່ວນທີ່ເຫລືອ ແມ່ນຢູ່ຂະແໜງກະສິກໍາ, ອີງຕາມກະຊວງແຮງງານ ແລະສະຫວັດດີການສັງຄົມ. ສ່ວນເຂດເສດຖະກິດພິເສດ ແລະ ເສດຖະກິດສະເພາະ ຢູ່ໃນລາວ 21 ແຫ່ງທີ່ຕັ້ງຢູ່ໃນລາວນນັ້ນແມ່ນສ້າງວຽກເຮັດງານທຳໄດ້ເກືອບຮອດ 64 ພັນຄົນ ໃນນັ້ນຫລາຍກວ່າເຄິ່ງນຶ່ງແມ່ນແຮງງານລາວ ຊຶ່ງມີ 33 ພັນກວ່າຄົນ ຖືວ່າເປັນຈໍານວນໜ້ອຍກວ່າ ພວກທີ່ໄປຊອກເຮັດວຽກຢູ່ຕ່າງປະເທດຫລາຍ ເຖິງແມ່ນວ່າ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ລົງທຶນໂດຍນັກທຸລະກິດຈີນນັ້ນ ແມ່ນຍັງຕ້ອງການແຮງງານລາວເພີ້ມຂຶ້ນເລື້ອຍໆ ຊຶ່ງກໍຄື 1 ພັນ ກວ່າຄົນ ໃນແຕ່ລະເດືອນໃນຮອບ 6 ເດືອນຜ່ານມານີ້ກໍຕາມ.

ການທີ່ແຮງງານລາວມັກໄປຊອກເຮັດວຽກຢູ່ຕ່າງປະເທດ ເຊັ່ນໄທນັ້ນ ຫລາຍກວ່າໄປເຮັດວຽກໃນເຂດເສດຖະກິດສາມຫຼ່ຽມຄໍາກໍຍ້ອນຫລາຍເຫດຜົນ ໂດຍສະເພາະແມ່ນຄວາມສ່ຽງຕໍ່ການຕົກເປັນເຫຍື່ອ ຂອງການຄ້າມະນຸດອາດຈະສູງ ກວ່າ ການໄປເຮັດວຽກຢູ່ໄທ ດັ່ງທີ່ນາງສາວລາວຜູ້ນຶ່ງ ທີ່ໄດ້ໄປເຮັດວຽກຢູ່ຮ້ານ ອາຫານແຫ່ງນຶ່ງໃນບາງກອກ ໄດ້ສອງສາມເດືອນແລ້ວ ບອກວ່າ:

“ເພາະວ່າໄປເຮັດວຽກທີ່ນັ້ນ ມັນສ່ຽງຫລາຍ ຄືໄດ້ຍິນຂ່າວຫັ້ນແຫລະຄັນຜິດລະບຽບເຂົາ ຄັນເຮັດວຽກບໍ່ໄດ້ຕາມຄາດໝາຍຈະຕັດເງິນ ແລະລົງໂທດບໍ່ຈ່າຍເງິນໃຫ້. ສ່ຽງໃນການຖືກຈັບໄປເປັນສາວຮ້ານອີກ ແລະທີ່ສໍາຄັນຄືພາສາການສື່ສານກັນ ຄືສາເຫດຕົ້ນຕໍ ສະນັ້ນພວກເຮົາຈຶ່ງໄປເຮັດວຽກຢູ່ໄທກະດີກວ່າ ເພາະເງິນບາດໄທກະຂຶ້ນສູງແດ່”.

ເຫດການທີ່ແຮງງານລາວຕົກເປັນເຫຍື່ອຂອງການຄ້າມະນຸດ ຫລື ຖືກບັງຄັບ ອອກແຮງງານຢູ່ໃນເຂດຄຸ້ມຄອງຂອງເສດຖະກິດແຫ່ງນັ້ນ ກໍປາກົດວ່າມີຫລາຍ ດັ່ງທີ່ວີໂອເອ ໂດຍອີງໃສ່ຜົນການຄົ້ນຄວ້າຂອງນັກຊ່ຽວຊານ ໄດ້ລາຍງານໄປ ໃນເດືອນແລ້ວນີ້ວ່າ ການກໍ່ອາຊະຍາກໍາຂ້າມຊາດກໍາລັງແຜ່ຂະຫຍາຍອອກຢ່າງວ່ອງໄວຢູ່ໃນເຂດລຸ່ມແມ່ນໍ້າຂອງ ລວມທັງຢູ່ພາຍໃນພື້ນທີ່ຂອງກາສິໂນ Kings Romans ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ຕົ້ນຕໍແມ່ນກິດຈະກໍາຫລອກລວງທາງອອນລາຍ ໂດຍມີສູນລວມແລະການກັກຂັງຜູ້ຖືກບັງຄັບໃຫ້ເຄື່ອນໄຫວ ຢູ່ໃນເຂດຄຸ້ມຄອງ. ເຊັ່ນດຽວກັນ, ນາງພອນ (ນາມແຝງ) ຜູ້ທີ່ເຄີຍໄດ້ໄປເຮັດວຽກຕອບ ແຊັດໃນໂທລະສັບມືຖື ຜ່ານສື່ສັງຄົມອອນລາຍ ແລ້ວຫລົບໜີ ອອກມາຈາກບ່ອນເຮັດວຽກຢູ່ໃນເຂດຄຸ້ມໃຫຍ່ທີ່ມີການກັກຂັງແຫ່ງນັ້ນ ເລົ່າສູ່ຟັງ ວ່າ:

“ສ່ວນຫລາຍ ມີແຕ່ຕອບແຊດແບບເຂົາເຈົ້າມີສັນຍາ ຖ້າຜິດສັນຍາ ລະບໍ່ຄົບສັນຍາ ກະຢາກເມືອຊີ້ນະ ເຂົາເຈົ້າບໍ່ໃຫ້ເມືອກະເລີຍລັກໜີ ລັກໜີ ລັກໜີລະບໍ່ພົ້ນຕໍາຫລວດເຂົາຈັບໄດ້ ແລ້ວເຂົາກະຈັບໄປຂັງຊັ້ນນະ ມັນຍັງບໍ່ຄົບສັນຍາເດ່”.

ນາງເລົ່າສູ່ຟັງອີກວ່າ ຖ້າຕໍາຫລວດຈັບໄດ້ ແລະນາຍຈ້າງມາທວງຖາມ ແລະມີສັນຍາເປັນຫລັກຖານວ່າ ຄົນງານຜູ້ນັ້ນເປັນໜີ້ ຫລືເຮັດວຽກບໍ່ຄົບສັນຍາ ຜູ້ກ່ຽວກໍຈະຖືກປ່ອຍໃຫ້ນາຍຈ້າງເອົາໄປເຮັດວຽກໃຫ້ຈົນຄົບສັນຍາ.

ໃນມໍ່ໆມານີ້ທາງກະຊວງແຮງງານສະຫວັດດີການສັງຄົມ ໄດ້ປະກາດຂຶ້ນແຮງງານຂັ້ນຕໍ່າຢູ່ ສປປ ລາວ ຈາກ 1,300,000 ກີບ ເປັນ 1,600,000 ກີບ ຊຶ່ງເທົ່າກັບ 77.80 ໂດລາ ຫລື ປະມານ 2,900 ບາດຕໍ່ ເດືອນ ນັບແຕ່ວັນທີ 1 ຕຸລາ ກໍຄືເດືອນ ນີ້ເປັນຕົ້ນໄປ ຊຶ່ງເປັນການປັບຂຶ້ນເປັນຄັ້ງທີສອງແລ້ວ ພາຍໃນຮອບ 5 ເດືອນ ຫລືເປັນການເພີ້ມຂຶ້ນ 23 ເປີເຊັນ ກໍນັບແຕ່ເດືອນພຶດສະພາຜ່ານມາ.

ເຖິງແມ່ນຈະມີການຂຶ້ນຄ່າແຮງງານກໍຕາມ ແຕ່ຊາວໜຸ່ມລາວ ຍັງບໍ່ຫລົດລະໃນ ການໄປຊອກວຽກເຮັດງານທໍາຢູ່ຕ່າງປະເທດ ໂດຍສະເພາະແມ່ນຢູ່ໄທ ໂດຍທີ່ ໄປອອກແຮງງານທັງແບບທີ່ຖືກກົດໝາຍ ແລະບໍ່ຖືກກົດໝາຍ. ບາງຄົນໃນເບື້ອງຕົ້ນກໍໄປເຮັດວຽກໂດຍຍັງບໍ່ທັນໄດ້ຂຶ້ນທະບຽນ ເປັນແຮງງານຕ່າງ ປະເທດ ແຕ່ກໍມາເຮັດໃຫ້ຖືກກົດໝາຍຕາມພາຍຫລັງ ເມື່ອນາຍຈ້າງພໍໃຈ ຕໍ່ຜົນງານການເຮັດວຽກຂອງເຂົາເຈົ້າ ດັ່ງທີ່ຊາຍຜູ້ນຶ່ງທີ່ເຮັດວຽກຢູ່ໂຮງງານເຟີນີເຈີແຫ່ງນຶ່ງ ໃນເຂດສະໜາມບິນດອນເມືອງຢູ່ບາງກອກເລົ່າສູ່ຟັງວ່າ:

“ຄືຂ້ອຍໄປຮອດທໍາອິດນີ້ ເຮົາຊິເປີດບັນຊີໄທບໍ່ໄດ້ເຂົາບໍ່ເປີດໃຫ້ ຖ້າເຮົາບໍ່ມີບັດແຮງງານ ສອງກໍລະນີຖ້າເປັນປາສະປອດນັກທ່ອງທ່ຽວເຮົາບໍ່ສາມາດເປີດບັນຊີຢູ່ເມືອງໄທໄດ້ ຖ້າເປັນບັດແຮງງານ ຫລືມີບັດເປັນນັກທຸລະກິດ ເຂົາຈຶ່ງອະນຸຍາດໃຫ້ເປີດບັນຊີຢູ່ໄທໄດ້.”

ແຕ່ຢ່າງໃດກໍຕາມ ຜູ້ກ່ຽວກໍບອກວ່າການທີ່ໄປເຮັດວຽກຢູ່ໄທໂດຍບໍ່ມີໃບອະນຸ ຍາດ ຫລື ບໍ່ໄດ້ໄປຕາມສັນຍາຈ້າງ ດັ່ງຢູ່ໃນບົດບັນທຶກຄວາມເຂົ້າໃຈ ຫລື MOU ລະຫວ່າງລັດຖະບານລາວ ແລະໄທແລ້ວ ແມ່ນມີຄວາມສ່ຽງສູງທີ່ຈະຖືກປັບໃໝ ທັງສໍາລັບນາຍຈ້າງ ແລະລູກຈ້າງ. ພ້ອມກັນນັ້ນການໄປໃນນາມນັກທ່ອງທ່ຽວ ແລ້ວລັກລອບເຮັດວຽກ ກໍມີຄ່າໃຊ້ຈ່າຍ ແລະເສຍເວລາໃນການເດີນທາງຫລາຍ ເພາະໃນແຕ່ລະ 28 ມື້ໃດ ຜູ້ກ່ຽວຕ້ອງໄດ້ໄປຕໍ່ວີຊາເທື່ອນຶ່ງ ໂດຍການຂ້າມຊາຍແດນໄປຫາລາວ, ຫລືໄປກໍາປູເຈຍ ຫລື ມຽນມາ ສຸດແລ້ວແຕ່ບ່ອນໃດໃກ້ກວ່າໝູ່.

XS
SM
MD
LG