ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຊະນະການປະຊຸມເລືອກຕັ້ງຂອງພັກຢູ່ລັດໄອໂອວາ ໃນຄືນວັນຈັນວານນີ້, ໂດຍນັບເປັນການແຂ່ງຂັ້ນສະເໜີຊື່ແບບລັດຕໍ່ລັດ ຄັ້ງທຳອິດ ທີ່ພັກຣີພັບບລີກັນ ຈະໃຊ້ໃນການເລືອກຜູ້ສະໝັກ ທີ່ຈະປະເຊີນໜ້າກັບປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງທົ່ວໄປເດືອນພະຈິກ
ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ ທ່ານໂຢບ ກາລລັນ ໄດ້ປະຕິເສດຕໍ່ການຢຸດຍິງໃດໆ ຂະນະທີ່ທ່ານກ່າວຖະແຫລງຕໍ່ບັນດານັກຂ່າວໃນວັນຈັນວານນີ້ ໂດຍກ່າວວ່າ ອິສຣາແອລບໍ່ສາມາດທີ່ຈະຍຸຕິປະຕິບັດການທາງທະຫານຢູ່ໃນກາຊາຢ່າງເຕັມສ່ວນໄດ້
ຜູ້ນໍາເກົາຫຼີເໜືອກ່າວວ່າ ບັດນີ້ ຄູ່ແຂ່ງປະຊາທິປະໄຕ ແມ່ນສັດຕູຜູ້ທໍາອິດ ແລະເປັນສັດຕູທີ່ສໍາຄັນຂອງປະເທດຕະຫຼອດໄປ
ໃນຖະແຫຼງການຮ່ວມກ່າວວ່າ ຄວາມຮຸນແຮງດັ່ງກ່າວໄດ້ສະແດງໃຫ້ເຫັນ 'ຜົນກະທົບຢ່າງຮ້າຍແຮງທີ່ພົນລະເຮືອນໄດ້ຮັບຈາກສົງຄາມ'
ປະທານາທິບໍດີ ໂຈ ໄບເດັນ ກຳລັງເດີນທາງໄປຍັງນະຄອນຟີລາແດລເຟຍ ເພື່ອອາສາສະໝັກ ຢູ່ທີ່ອົງການເພື່ອການບັນເທົາຄວາມອຶດຢາກ
ກອງທັບສະຫະລັດ ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ຍິງລູກສອນໄຟຕໍ່ຕ້ານກຳປັ່ນ ທີ່ຖືກຍິງມາຈາກເຂດທີ່ຄວບຄຸມໂດຍ ກຸ່ມຮູຕີ ໃນເຢເມນ ໄປຫາກຳປັ່ນລົບຂອງກອງທັບເຮືອສະຫະລັດ ຢູ່ໃນເຂດພາກໃຕ້ທະເລແດງ
ນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ສົງຄາມຂອງອິສຣາແອລກັບກຸ່ມຫົວຮຸນແຮງ ຮາມາສ ຕໍ່ໄປ ຈົນກວ່າໄດ້ຮັບໄຊຊະນະ, ໂດຍສືບຕໍ່ດຳເນີນການບຸກໂຈມຕີຢູ່ເຂດ ກາຊາ ໃນຂະນະທີ່ສົງຄາມດຳເນີນມາເປັນເວລາ 100 ວັນ
ນັກການເມືອງຣັດເຊຍທ່ານນຶ່ງ ທີ່ຫວັງວ່າຈະລົງແຂ່ງຂັນກັບ ປະທານາທິບໍດີ ວລາດີເມຍ ປູຕິນ ໃນການເລືອກຕັ້ງປະທານາທິບໍດີທີ່ຈະມາເຖິງຂອງປະເທດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການຕັດສິນໃຈຂອງວັງ ເຄຣມລິນ ໃນການເຮັດສົງຄາມກັບຢູເຄຣນວ່າ ເປັນ “ຄວາມຜິດພາດອັນໃຫຍ່ຫຼວງ” ໃນວັນພະຫັດວານນີ້ ເມື່ອທ່ານໄດ້ໂອ້ລົມ ກັບພັນລະຍາ ຂອງບັນດາທະຫານ
ອົງການອະນາໄມໂລກ ອ້າງໃຫ້ເຫັນເຖິງ "ສິ່ງທ້າທາຍທີ່ເກືອບບໍ່ສາມາດຜ່ານໄດ້" ໃນການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ
ການຕັດສິນລົງໂທດນີ້ ແມ່ນການໂຈມຕີອີກແບບນຶ່ງຕໍ່ສື່ມວນຊົນ ຕໍ່ສື່ມວນຊົນ ຢູ່ໃນປະເທດ ທີ່ຕັ້ງຢູ່ໃນເຂດເອເຊຍ ຕາເວັນອອກສຽງໃຕ້ແຫ່ງນີ້
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວໃນວັນພຸດວານນີ້ວ່າ ກໍາລັງຂອງປະເທດຂອງທ່ານ ໄດ້ສະແດງໃຫ້ໂລກເຫັນວ່າ ກອງທັບຣັດເຊຍ ສາມາດຖືກຢຸດໄດ້ ແຕ່ກ່າວວ່າ ລັດຖະບານ ກີຢິບ ຕ້ອງການທີ່ສຸດ ໃຫ້ພັນທະມິດຕາເວັນຕົກ ສົ່ງລະບົບປ້ອງກັນໄພທາງອາກາດ ເພີ້ມຕື່ມອີກ
ເປົ້າໝາຍດັ່ງກ່າວນັ້ນ ລວມທັງຂົງເຂດ ຄານ ຢູນີສ ນໍາອີກດ້ວຍ
ທ່ານວີຢາເສັສລາບ ກລາດຄອບ ຫົວໜ້າຂົງເຂດແບລກາຣອດ ໄດ້ລາຍງານວ່າ ສາມຄົນໄດ້ຮັບບາດເຈັບຍ້ອນຊິ້ນສ່ວນຕ່າງໆທີ່ຕົກລົງມາ ຫຼັງຈາກລະບົບປ້ອງກັນໄພທາງອາກາດຂອງຣັດເຊຍ ໄດ້ຍິງພວກອາວຸດຂອງຣັດເຊຍ ທີ່ໄດ້ບິນເຂົ້າມາໃນເມືອງ
ລາຍງານຂອງອິສຣາແອລກ່າວວ່າ ບໍ່ມີຄວາມເສຍຫາຍ ແລະ ກ່າວວ່າ ຕົນດໍາເນີນການໂຈມຕີຄັ້ງໃໝ່ໃສ່ພາກໃຕ້ຂອງເລບານອນ ແລະ ແຫຼມກາຊາ
ທຳນຽບຫ້າແຈ ໄດ້ຮັບຮູ້ໃນວັນອັງຄານວານນີ້ວ່າ ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ (Lloyd Austin) ໄດ້ຮັບການປິ່ນປົວມະເຮັງໃນຕ່ອມນ້ຳກາມ ແລະວ່າການເຂົ້າຮັກສາໃນໂຮງຫມໍເມື່ອມໍ່ໆນີ້ຂອງທ່ານແມ່ນເປັນຜົນມາຈາກອາການແຊກຊ້ອນ ຈາກທໍ່ປັດສະວະອັກເສບຫຼັງຈາກການຜ່າຕັດຕ່ອມນ້ຳກາມຂອງທ່ານ
ກອງບັນຊາການຂອງສະຫະລັດ ໃນພາກຕາເວັນອອກກາງ ກ່າວວ່າ ກອງກຳລັງຂອງສະຫະລັດແລະອັງກິດ ໄດ້ຍິງເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟທັງໝົດຕົກ
ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການທົບທວນຄືນ ຈະໄຈ້ແຍກເບິ່ງກົດລະບຽບອັນໃດ ຫຼື ຂັ້ນຕອນໃດ ທີ່ບໍ່ໄດ້ປະຕິບັດຕາມ ເພື່ອທີ່ພວກເຂົາເຈົ້າ ສາມາດ “ພະຍາຍາມທີ່ຈະຮຽນຮູ້ຈາກເຫດການນີ້.”
ບັນດາເຈົ້າຫນ້າທີ່ທໍານຽບຂາວ ໃນວັນຈັນວານນີ້ ໄດ້ພົບກັບຜູ້ນໍາຈາກພາກອຸດສາຫະກໍາເທັກໂນໂລຈີ ແລະດ້ານປ້ອງກັນປະເທດ ເພື່ອປຶກສາຫາລື ກ່ຽວກັບວ່າຈະມອບອຸປະກອນທີ່ທັນສະໄໝຂອງສະຫະລັດ ເຊັ່ນລະບົບເຮືອບິນບໍ່ມີຄົນຂັບ ຫຼື ອຸປະກອນທຳລາຍລ້າງ ແລະ ສະໜັບສະໜູນການດຳເນີນການເພື່ອປ້ອງກັນຕົນຈາກຣັດເຊຍ ໃຫ້ຢູເຄຣນ ແນວໃດ
ການໂຈມຕີທາງອາກາດຂອງອິສຣາແອລ ໄດ້ສັງຫານ ຜູ້ບັນຊາການຂອງກຸ່ມເຮັສໂບລລາ (Hezbollah) ຄົນສໍາຄັນ ໃນພາກໃຕ້ຂອງເລບານອນ ໃນວັນຈັນວານນີ້, ເຊິ່ງເປັນສັນຍານຫຼ້າສຸດ ຂອງຄວາມຂັດແຍ້ງທີ່ກວ້າງຂຶ້ນ ໃນຕາເວັນອອກກາງ
ນັກຊ່ຽວຊານດັ່ງກ່າວ ໄດ້ຊີ້ໃຫ້ເຫັນຫຼັກຖານຂອງບຸກຄົນທັງຫຼາຍທີ່ຖືກເຜົາທັງເປັນ ແລະສົບຂອງພວກຄົນທີ່ຖືກຕັດຫົວ, ຖືກຕັດອະໄວຍະວະ ຫຼື ບາດແຜທີ່ສອດຄ່ອງກັບການປະຫານຊີວິດຕ່າງໆ
ໂຫລດຕື່ມອີກ