ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ສ້າງ​ຮູບ​ເງົາ​ສາ​ລະ​ຄະ​ດີ​ມຽນ​ມາ ຖືກ​ຕັດ​ສິນ​ລົງ​ໂທດ ໃຫ້​ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ


ແຟ້ມ - ເຈົ້າ​ໜ້າ​ທີ່​ຄຸກ ແລະ​ຕຳ​ຫຼວດ ເຕົ້າ​ໂຮມ​ກັນ​ໃນ​ບໍ​ລິ​ເວນ​ທາງ​ເຂົ້າ​ຄຸກ​ອິນ​ຊີນ (Insein) ໃນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 18 ຕຸ​ລາ 2021.
ແຟ້ມ - ເຈົ້າ​ໜ້າ​ທີ່​ຄຸກ ແລະ​ຕຳ​ຫຼວດ ເຕົ້າ​ໂຮມ​ກັນ​ໃນ​ບໍ​ລິ​ເວນ​ທາງ​ເຂົ້າ​ຄຸກ​ອິນ​ຊີນ (Insein) ໃນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 18 ຕຸ​ລາ 2021.

ນັກ​ຂ່າວ​ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ແລະ​ຜູ້​ສ້າງ​ຮູບ​ເງົາ​ສາ​ລະ​ຄະ​ດີ​ໄດ້​ຖືກ​ຕັດ​ສິນ​ຈຳ​ຄຸກ​ຕະ​ຫຼອດ​ຊີ​ວິດ​ຢູ່​ທີ່​ປະ​ເທດ​ມຽນ​ມາ ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ ຊຶ່ງ​ຖື​ວ່າ​ເປັນ​ການ​ໂຈມ​ຕີ​ອີກ​ຄັ້ງ​ນຶ່ງ ​ຕໍ່​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວຂອງ​ພວກ​ຜູ້​ນຳ​ທະ​ຫານ​ນັບ​ແຕ່ໄດ້​ເຂົ້າ​ຢຶດ​ອຳ​ນາດ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ເມື່ອ​ປີ 2021.

ທ່ານ​ນາງ​ຊິນ ແດ​ເວ (Shin Daewe) ໄດ້​ຖືກ​ຕັດ​ສິນ​ໂທດ​ຈຳ​ຄຸກ​ຕະ​ຫຼອດ​ຊີ​ວິດ​ຍ້ອນ​ລະ​ເມີດ​ກົດ​ໝາຍ​ ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ສາ​ມີ​ຂອງ​ທ່ານ​ນາງ ​ກ່າວ​ຕໍ່ພະ​ແນກພາ​ສາ​ພະ​ມ້າ​ຂອງ​ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ ຊຶ່ງ​ເປັນ​ອົງ​ການ​ອອກ​ອາ​ກາດ​ໃນ​ເຄືອ​ຂ່າຍ​ດຽວ​ກັນ​ກັບ​ວີ​ໂອ​ເອ.

ທ່ານ​ນາງ​ຊິນ ແດ​ເວ ໄດ້​ຖືກ​ຈັບ​ໃນ​ວັນ​ທີ 15 ຕຸ​ລາໃນ​ຂະ​ນະ​ທີ່​ໄປ​ຮັບ​ເອົາ​ໂດ​ຣນ​ຖ່າຍ​ວີ​ດີ​ໂອ ​ທີ່​ທ່ານ​ນາງ​ໄດ້​ສັ່ງ​ຊື້​ທາງ​ອອນ​ລາຍ ເພື່ອ​ໃຊ້​ໃນ​ການ​ຖ່າຍ​ຮູບ​ເງົ​າ​ສາ​ລະ​ຄະ​ດີ ສາ​ມີ​ຂອງ​ທ່ານ​ນາງ ທ່ານ​ກູ ອູ ໄດ້​ກ່າວ.

ຕຳ​ຫຼວດ ​ຫຼັງ​ຈາກນັ້ນ ກໍ​ໄດ້​ສອບ​ປາກ​ຄຳ​ທ່ານ​ນາງ​ຊິນ ແດ​ເວ ອາ​ຍຸ 50 ປີ ເປັນ​ເວ​ລາ​ເກືອບ 2 ອາ​ທິດ ກ່ອນ​ທີ່​ຈະ​ຕັ້ງ​ຂໍ້​ຫາ​ຕໍ່​ທ່ານ​ນາງ ແລະ​ສົ່ງ​ນາງ​ໄປ​ເຂົ້າ​ຄຸກ ອິນ​ຊີນ (Insein) ທີ່​ມີ​ຊື່​ສຽງ​ບໍ່​ຄ່ອຍ​ດີ ທ່ານ​ກູ ອູ ໄດ້​ກ່າວ.

ທ່ານ​ນາງ​ຊິນ ແດ​ເວ ຊຶ່ງ​ໃນ​ທີ່​ສຸ​ດ​ກໍ​ຖືກ​ດຳ​ເນີນ​ຄະ​ດີໂດຍ​ສານ​ຂອງ​ພວກ​ທະ​ຫານ ສາ​ມີ​ຂອງ​ທ່ານ​ນາງ​ໄດ້​ກ່າວ ແລະ​ໄດ້​ຖືກ​ປະ​ຕິ​ເສດ ບໍ່​ໃຫ້​ມີ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ກົດ​ໝາຍ. ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ​ວ່າ ທ່ານ​ນາງ​ຊິນ ແດ​ເວ ປາ​ກົດ​ວ່າ​ໄດ້​ຖືກ​ທໍ​ລະ​ມານ.

“ເວ​ລາ​ນາງ​ກັບ​ຄືນ​ມາ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ໄປ​ຫາ​ນາງນາງ. ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ​ ນາງ​ໄດ້​ຮັບ​ບາດ​ເຈັບ​ທີ່​ຫົວ” ທ່ານກູ ອູ ກ່າວ. “ນາງ​ໄດ້​ຖືກຫຍິບ​ຢູ່​ທີ່​ຫົວ ແລະ​ມີ​ໄມ້​ດາມ​ຢູ່​ທີ່​ແຂນ​ຂອງ​ນາງ. ນັ້ນ​ໝາຍ​ຄວາມ​ວ່າ ນາງ​ໄດ້​ຖືກ​ທຸບ​ຕີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG