ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົງຄາມອິສຣາແອລ ກັບກຸ່ມຮາມາສ ຈົນກວ່າຈະໄດ້ຮັບໄຊຊະນະ


ແຟ້ມພາບ - ລົດຖັງຂອງອິສຣາແອລ ກັບເຂົ້າໄປໃນອິສຣາແອລ ອີກຄັ້ງ ຈາກເຂດກາຊາ ທ່າມກາງຄວາມຂັດແຍ້ງຢ່າງຕໍ່ເນື່ອງ ລະຫວ່າງອິສຣາແອລ ແລະກຸ່ມອິສລາມ ປາແລັສໄຕນ໌ ຮາມາສ ໃກ້ຊາຍແດນອິສຣາແອລ-ເຂດກາຊາ ທາງຕອນໃຕ້ຂອງອິສຣາແອລ,​ ວັນທີ 11 ມັງກອນ 2024.
ແຟ້ມພາບ - ລົດຖັງຂອງອິສຣາແອລ ກັບເຂົ້າໄປໃນອິສຣາແອລ ອີກຄັ້ງ ຈາກເຂດກາຊາ ທ່າມກາງຄວາມຂັດແຍ້ງຢ່າງຕໍ່ເນື່ອງ ລະຫວ່າງອິສຣາແອລ ແລະກຸ່ມອິສລາມ ປາແລັສໄຕນ໌ ຮາມາສ ໃກ້ຊາຍແດນອິສຣາແອລ-ເຂດກາຊາ ທາງຕອນໃຕ້ຂອງອິສຣາແອລ,​ ວັນທີ 11 ມັງກອນ 2024.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນຈາມິນ ເນຕັນຢາຮູ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ສືບ​ຕໍ່ ສົງຄາມຂອງອິສຣາແອລ​ກັບກຸ່ມ​ຫົວ​ຮຸນ​ແຮງ ຮາມາສ ຕໍ່ໄປ ຈົນ​ກວ່າ​ໄດ້​ຮັບ​ໄຊ​ຊະ​ນະ, ໂດຍສືບ​ຕໍ່​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ ກາຊາ ໃນ​ຂະ​ນະ​ທີ່​ສົງ​ຄາມ​ດຳ​ເນີນມາ​ເປັນ​ເວ​ລາ 100 ວັນ.

ສົງຄາມ​ຄັ້ງນີ້ໄດ້​ເກີດ​ຂຶ້ນ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 7 ຕຸລາ​ຂອງ​ກຸ່ມ ຮາມາສ ຢູ່​ພາກ​ໃຕ້​ຂອງ​ອິສ​ຣາ​ແອລ, ຊຶ່ງເປັນ​ມື້​ທີ່ອັນຕະລາຍ​ທີ່​ສຸດ​ໃນ​ປະຫວັດ ສາດ​ຂອງ​ປະ​ເທດ. ຫຼາຍ​ກວ່າ 1,200 ຄົນ​ໄດ້​ຖືກສັງຫານ​ໃນ​ອິສ​ຣາ​ແອລ ແລະຊາວປາແລັສໄຕນ໌​ປະມານ 24,000 ຄົນ​ໃນ​ເຂດ​ກາຊາ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອລ ຊຶ່ງຫຼາຍກວ່າ 1 ເປີເຊັນ ຂອງ​ປະຊາກອນ​ໃນເຂດ​ກາຊາ.

ໃນຂະນະທີ່ກຸ່ມ ຮາມາສ ຍັງສືບຕໍ່ຈັບຕົວປະກັນຫຼາຍກວ່າ 100 ຄົນ ຕໍ່ໄປ, ປະຊາຊົນຫຼາຍເຖິງ 120,000 ຄົນ ໄດ້ເລີ່ມການໂຮມຊຸມນຸມເປັນເວລາ 24 ຊົ່ວໂມງໃນນະຄອນ ເທລ ອາວີບ (Tel Aviv) ໃນຄືນວັນເສົາທີ່ຜ່ານມາ, ໂດຍຮຽກຮ້ອງໃຫ້ລັດຖະບານນຳເອົາຕົວປະກັນກັບຄືນບ້ານ. ມີ​ຕົວ​ປະກັນ​ຫຼາຍ​ກວ່າ 100 ຄົນ​ໄດ້​ຖືກ​ປ່ອຍ​ຕົວ​ໃນ​ເດືອນ​ພະຈິກ​ທີ່ຜ່ານ​ມາ ໃນ​ລະຫວ່າງ​ການ​ຢຸດ​ການ​ສູ້​ລົບຊົ່ວຄາວ ​ແຕ່ຫຼັງຈາກນັ້ນ ບໍ່ມີການປ່ອຍຕົວເລີຍ.

ພວກ​ປະ​ທ້ວງ, ຊຶ່ງຖື​ຮູບ​ພາບ​ຂອງ​ຜູ້ທີ່ຖືກ​ລັກ​ພາ​ຕົວ, ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່ "ຈະຕຸລັດ​ຕົວ​ປະກັນ" ທີ່ຢູ່ກົງກັນຂ້າມ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິສຣາ​ແອລ, ບ່ອນ​ທີ່​ບັນດາ​ຜູ້​ປະທ້ວງ​ເຕົ້າ​ໂຮມ​ກັນ​ເລື້ອຍໆ ​ເພື່ອ​ຮຽກຮ້ອງ​ໃຫ້ ອິສຣາ​ແອລ ​ດຳເນີນການຫຼາຍກວ່າເກົາ ເພື່ອໃຫ້ມີການປ່ອຍຕົວປະກັນ.

ບໍລິສັດແລະອົງການຈັດຕັ້ງຕ່າງໆ ຂອງ ອິສຣາແອລ ຫຼາຍແຫ່ງ ໄດ້ສັງເກດເບິ່ງໄລຍະເວລາຂອງສົງຄາມໃນວັນອາທິດວານນີ້, ຊຶ່ງເປັນມື້ເຮັດວຽກໃນອິສຣາແອລ, ໂດຍມີການນັດຢຸດງານເປັນເວລາ 100 ນາທີ ເພື່ອສະຫນັບສະຫນູນ ຕົວປະກັນ ແລະຄອບຄົວຂອງພວກເຂົາເຈົ້າ.

ກຸ່ມຮາມາສ ກ່າວ​ວ່າ ຕົນ​ຈະ​ບໍ່​ເຈລະຈາ ​ກ່ຽວ​ກັບເລື້ອງ​ພວກ​ຕົວ​ປະກັນ​ທີ່​ຍັງ​ເຫຼືອ​ ຈົນ​ກວ່າ​ອິສຣາ​ແອ​ລຈະ​ຢຸດ​ການ​ໂຈມ​ຕີ​ໃນ​ເຂດ​ກາຊາ.

ທ່ານ ເນຕັນຢາຮູ ທີ່​ເປັນ​ຜູ້​ຕໍ່ຕ້ານ ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ຄືນ​ວັນ​ເສົາ​ທີ່ຜ່ານມາ​ວ່າ ອິສຣາ​ແອ​ລ ຈະ​ບໍ່​ຖືກຄັດຂວາງ​ຈາກ​ຂໍ້​ກ່າວ​ຫາ​ທີ່​ວ່າ ອິສຣາ​ແອ​ລ​ ກຳລັງ​ຂ້າລ້າງເຜົ່າພັນ​ຊາວ​ປາ​ແລ​ສ​ໄຕ​ນ໌.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG