ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະເຫຼີມສະຫຼອງ ວັນພັກແຫ່ງຊາດ ລຳລຶກ​ເຖິງ ທ່ານມາຣຕິນ ລູເຕີ ຄິງ ຈູເນຍ


ເດັກນ້ອຍຄົນນຶ່ງ ເອົາມືແຕະຊື່ຂອງທ່ານມາຣຕິນ ລູເຕີ ຄິງ ຈູເນຍ ຢູ່ທີ່ອານຸສາວະລີຂອງທ່ານມາຣຕິນ ລູເຕີ ຄິງ ຈູເນຍ ໃນນະຄອນຫຼວງ ວໍຊິງຕັນ ດີຊີ, ໃນວັນທີ 14 ມັງກອນ 2024.
ເດັກນ້ອຍຄົນນຶ່ງ ເອົາມືແຕະຊື່ຂອງທ່ານມາຣຕິນ ລູເຕີ ຄິງ ຈູເນຍ ຢູ່ທີ່ອານຸສາວະລີຂອງທ່ານມາຣຕິນ ລູເຕີ ຄິງ ຈູເນຍ ໃນນະຄອນຫຼວງ ວໍຊິງຕັນ ດີຊີ, ໃນວັນທີ 14 ມັງກອນ 2024.

ສະຫະລັດພວມສະເຫຼີມສະຫຼອງວັນທີ່ລຳລຶກເຖິງທ່ານ ມາຣຕິນ ລູເຕີ ຄິງ ຈູເນຍ ຊຶ່ງເປັນວັນພັກແຫ່ງຊາດໃນວັນຈັນມື້ນີ້ ດ້ວຍການ​ສວນ​ສະ​ໜາມ​ພາ​ເຣດ ພິທີທາງສາສະໜາ ແລະງານອາສາສະໝັກຕ່າງໆ ເພື່ອເປັນກຽດ​ໃຫ້ແກ່ມື້ລາງນັກເຄື່ອນໄຫວເພື່ອສິດທິຂອງພົນລະເຮືອນຜູ້ທີ່ມີຊື່ສຽງ.

ປະທານາທິບໍດີ ໂຈ ໄບເດັນ ກຳລັງເດີນທາງໄປຍັງນະຄອນຟີລາແດລເຟຍ ເພື່ອອາສາສະໝັກ ຢູ່ທີ່ອົງການເພື່ອການບັນເທົາຄວາມອຶດຢາກ.

ຢູ່ໃນລັດຄາໂຣໄລນາໃຕ້ ຮອງປະທານາທິບໍດີ ຄາມາລາ ແຮຣິສ ແມ່ນມີກຳນົດຈະກ່າວຄຳປາໄສ ທີ່ທຳນຽບຂາວກ່າວວ່າ ຈະຊຸກຍູ້ປະຊາຊົນໃຫ້ “ໄປໃຊ້ສິດອອກສຽງ ໃນສືບຕໍ່ການຕໍ່ສູ້ເພື່ອຄວາມຍຸຕິທຳ ແລະຕໍ່ຕ້ານການໂຈມຕີຕໍ່ພື້ນ ຖານຂອງເສລີພາບ.”

ອົງການ AmeriCorps ຂອງລັດຖະບານສະຫະລັດ ເປັນນຶ່ງໃນຫຼາຍໆອົງການທີ່ເນັ້ນໜັກໃນການບໍລິການເປັນເຈົ້າພາບຈັດງານຕ່າງໆສຳລັບວັນຂອງທ່ານມາຣຕິນ ລູເຕີ ຄິງ ຈູເນຍ ອັນເປັນວັນແຫ່ງການຮັບໃຊ້ຊາດ ຂະນະທີ່ປະຊາຊົນໃນທົ່ວປະເທດໃຊ້ວັນພັກນີ້ ເຂົ້າຮ່ວມໃນໂຄງການຕ່າງໆເພື່ອຮັບໃຊ້ໃນຊຸມຊົນ.

ທຸກໆປີຂອງວັນຈັນທີສາມໃນເດືອນມັງກອນ, ຊາວອາເມຣິກັນພາກັນສະເຫຼີມສະ ຫຼອງເພື່ອເປັນກຽດແກ່ທ່ານຄິງ ຜູ້ນຳໃນດ້ານການເຄື່ອນໄຫວ ເພື່ອສິດທິພົນລະເຮືອນຜູ້ທີ່ໄດ້ຈັດການເດີນຂະບວນປະທ້ວງທີ່ບໍ່ໃຊ້ຄວາມຮຸນແຮງໃນການຕໍ່ຕ້ານ ການແບ່ງແຍກ ແລະການສູ້ຊົນເພື່ອຄວາມສະເໝີພາບຂອງຊາວຜິດດຳ ແລະສິດໃນການປ່ອນບັດເລືອກຕັ້ງ ຢູ່ເຂດພາກໃຕ້ຂອງປະເທດ ລະຫວ່າງຊຸມປີ 1950 ແລະ 1960 ຊຶ່ງທ່ານກໍໄດ້ຖືກລອບສັງຫານ.

The United States observes its Martin Luther King Jr. Day holiday Monday with parades, prayer services and volunteer events in honor of the late civil rights icon.

President Joe Biden is traveling to Philadelphia to volunteer at a hunger relief organization.

In South Carolina, Vice President Kamala Harris is due to give an address that the White House says will encourage people to “use their voices to continue fighting for justice and against attacks on fundamental freedoms.”

The U.S. government agency AmeriCorps is one of many service-oriented organizations holding events for the Martin Luther King Jr. Day of National Service as people across the country use the holiday to take part in community service projects.

Every year on the third Monday in January, Americans honor King, the slain civil rights leader who in the 1950s and 1960s organized nonviolent protests against southern segregation, the struggle for Black equality and voting rights.

Some information for this story came from The Associated Press.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG