ບັນດານັກທຸລະກິດໃນລາວ ໄດ້ພາກັນປ່ຽນການຖືຄອງຊັບສິນຈາກເງິນກີບ ໄປເປັນຄຳເພິ່ມຂຶ້ນນັບມື້ ເນື່ອງຈາກວ່າ ບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ທີ່ເປັນຍ້ອນການຂາດດຸນການຄ້າຕ່າງປະເທດ.
ນັກທຸລະກິດໄທໃນລາວ ເປີດເຜີຍວ່າ ບັນດານັກທຸລະກິດການຄ້າ ແລະ ການລົງທຶນໃນລາວຍັງຄົງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ຈຶ່ງໄດ້ພາກັນປ່ຽນການຖືຄອງຊັບສິນຈາກເງິນກີບໄປເປັນຄຳເພິ່ມຂຶ້ນນັບມື້ ເພາະນອກຈາກຖືເປັນຊັບສິນທີ່ມີລາຄາສູງຂຶ້ນຢ່າງຕໍ່ເນື່ອງແລ້ວ ຍັງສາມາດທີ່ຈະປ່ຽນເປັນເງິນຕາຕ່າງປະເທດໄດ້ຢ່າງຄ່ອງຕັວອີກດ້ວຍ. ໂດຍສາເຫດທີ່ສໍາຄັນທີ່ເຮັດໃຫ້ເກີດສະຖານະການດັງກ່າວ ກໍຄືການຂາດດຸນການຄ້າ ທີ່ສົມທົບດ້ວຍການທີ່ລາວເປັນຫນີ້ຕ່າງປະເທດຍ່າງຫລວງ ຫລາຍນັ້ນ ດັງທີ່ ນັກທຸລະກິດໄທໃນລາວ ໄດ້ໃຫ້ການຢືນຢັນວ່າ
“ປະເທດລາວໄດ້ສ້າງໜີ້ສາທາລະນະເປັນຈຳນວນຫຼວງຫຼາຍ. ແລະສະພາວະການສົ່ງອອກກະບໍ່ຫຼາຍຕາມ ດັ່ງນັ້ນ ໜີ້ສິນສາທາລະນະກໍເລົຍໄດ້ເພີ່ມສູງຂຶ້ນໄປອີກ ຈຶງເຮັດ
ໃຫ້ເງິນກີບອ່ອນຄ່າລົງ ສິ່ງທີ່ເກີດຂຶ້ນກໍຄືປະຊາຊົນລາວໃນທຸກມື້ນີ້ບໍ່ຢາກຖືເງິນຂອງປະເທດຕົນເອງ. ແຕ່ໄປໃຊ້ເງິນບາດແລະເງິນໂດລາໃນການຊື້ຂາຍໃນຊັບສິນທີ່ລາຄາແພງໆ ຫຼື,ຖ້າລາຄາແພງກວ່ານັ້ນກໍຊື້ຂາຍເປັນຄໍາ ກໍຄືຄົນລວຍໃນປັດຈຸບັນນີ້ໄດ້ຫັນປ່ຽນຈາກເງິນໄປເປັນຄໍາທັ້ງຫມດແລ້ວ”
ໂດຍໃນໄລຍະ 11 ເດືອນຂອງປີ 2024 ນີ້ ການຄ້າຕ່າງປະເທດຂອງລາວມີມູນຄ່າລວມທັງໝົດ 13,904 ລ້ານໂດລາ, ໃນນີ້ເປັນການສົ່ງອອກ 6,433 ລ້ານໂດລາ ແລະ ນໍາເຂົ້າ 7,471 ລ້ານໂດລາ, ຈຶງເຮັດໃຫ້ລາວຂາດດຸນການຄ້າ ຄິດເປັນມູນຄ່າລວມ 1,038 ລ້ານໂດລາ, ໂດຍບໍ່ລວມມູນຄ່າການສົ່ງອອກໄຟຟ້າ ເພາະວ່າລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້ານັ້ນຈະຖືກນໍາໃຊ້ເພື່ອຊໍາລະຄືນຫນີ້ຕ່າງປະເທດເປັນດ້ານຫລັກ. ຈຶ່ງບໍ່ໄດ້ໂອນລາຍຮັບດັງກ່າວເຂົ້າມາໃນລະບົບການເງິນຂອງລາວນັ່ນເອງ ຫາກແຕ່ທາງການລາວ ກໍພະຍາຍາມແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດ ດ້ວຍການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຂຶ້ນມາຮອງຮັບການຊື້ ຂາຍເງິນຕາລະຫວ່າງນັກທຸລະກິດໃນລາວເປັນການສະເພາະ ນັບຈາກເດືອນສິງຫາ 2024 ເປັນ ຕົ້ນມາແລ້ວ, ໂດຍມີມູນຄ່າການຊື້-ຂາຍສະເລ່ຍເຖິງ 800 ຕື້ກີບ ຫຼື ປະມານ 37 ລ້ານໂດລາສະຫະລັດຕໍ່ວັນ ດັງທີ່ ທ່ານນາງ ວັດທະນາ ດາລາລອຍ, ຮັກສາການ ຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ຖະແຫຼງຢືນຢັນວ່າ
“ຕະຫຼາດແລກປ່ຽນເງິນຕາຫຼືເອິ່ນຫຍໍ້ວ່າ LFX ເປີດໃຫ້ການບໍລິການ ນັບຕັ້ງແຕ່ທ້າຍເດືອນ 8 ເປັນຕົ້ນມາ ບຸກຄົນ ນິຕິບຸກຄົນ ແລະການຈັດຕັ້ງສາມາດເຂ້າໄປແລກປ່ຽນຊື້-ຂາຍ ແລະ ເກັບກຳຂໍ້ມູນກ່ຽວກັບອັດຕາແລກປ່ຽນໄດ້ທັນເວລາ ແລະຮູ້ສະພາບທີ່ເປັນຈິງ ຜ່ານການຈັດຕັ້ງປະຕິບັດຮອດທ້າຍເດືອນ 10 ໂຄງປະກອບຕະຫຼາດແລກ ປ່ຽນເງິນຕາ ທົ່ວລະບົບເສດຖະກິດຂອງພວກເຮົາມີມູນຄ່າຊື້ຂາຍປະມານ 800 ຕື້ກີບຕໍ່ມື້ ຫຼື ທຽບເທົ່າປະມານ 37 ລ້ານໂດລາສະຫະລັດຕໍ່ມື້ ອັນນີ້ລວມທັງໝົດເລົຍ”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງການຄ້າໄທ ເປີດເຜີຍວ່າການຄ້າລະຫວ່າງໄທ-ລາວ ໃນໄລຍະ 10 ເດືອນຂອງປີ 2024 ມີມູນຄ່າລວມທັງໝົດ 674,659 ລ້ານບາດ ເພີ່ມຂຶ້ນ 10.41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ໃນນີ້ ເປັນການສ່ງສິນຄ້າຈາກລາວໄປໄທ 317,545 ລ້ານບາດແລະລາວນຳເຂົ້າສິນຄ້າຈາກໄທ 357,114 ລ້ານບາດ ເຮັດໃຫ້ລາວເປັນຝ່າຍຂາດດຸນການຄ້າຕໍ່ໄທ ຄິດເປັນມູນຄ່າລວມຖຶງ 39,569 ລ້ານບາດ ໂດຍສິນຄ້ານຳເຂ້າທີ່ເຮັດໃຫ້ລາວຂາດດຸນການຄ້າຫລາຍທີ່ສຸດ ກໍຄື ນ້ຳມັນ ຍານພາຫະນະກົນຈັກ ເຄື່ອງໃຊ້ໄຟຟ້າ, ເຫຼັກ, ພາດສະຕິກ, ເຍື່ອໄມ້ ແລະເຄື່ອງອຸບປະໂພກບໍລິໂພກ ຊຶ່ງເປັນປັດໄຈກະທົບເຮັດໃຫ້ເກິດບັນຫາເງິນເຟີ້ສູງແລະເງິນກີບອ່ອນຄ່າລົງດັງກ່າວ
ຟໍຣັມສະແດງຄວາມຄິດເຫັນ