ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດຂອງອິສຣາແອລ ສັງຫານຜູ້ບັນຊາການ ຂອງກຸ່ມເຮັສໂບລລາ ໃນເລບານອນ


ຮູບພາບທີ່ບໍ່ໄດ້ລະບຸວັນທີ ໄດ້ຖືກເຜີຍແຜ່ໂດຍສື່ທາງທະຫານຂອງກຸ່ມເຮັສໂບລລາ ສະແດງໃຫ້ເຫັນ ຜູ້ບັນຊາການອາວຸໂສ ຂອງກຸ່ມເຮັສໂບລລາ ວິສຊາມ ຕາວີລ (Wissam Tawil), ຜູ້ທີ່ໄດ້ຖືກສັງຫານໃນ ບ້ານເຄີເບັດ ເຊເລມ (Kherbet Selem), ທາງພາກໃຕ້ຂອງເລບານອນ, ວັນທີ 8 ມັງກອນ 2024.
ຮູບພາບທີ່ບໍ່ໄດ້ລະບຸວັນທີ ໄດ້ຖືກເຜີຍແຜ່ໂດຍສື່ທາງທະຫານຂອງກຸ່ມເຮັສໂບລລາ ສະແດງໃຫ້ເຫັນ ຜູ້ບັນຊາການອາວຸໂສ ຂອງກຸ່ມເຮັສໂບລລາ ວິສຊາມ ຕາວີລ (Wissam Tawil), ຜູ້ທີ່ໄດ້ຖືກສັງຫານໃນ ບ້ານເຄີເບັດ ເຊເລມ (Kherbet Selem), ທາງພາກໃຕ້ຂອງເລບານອນ, ວັນທີ 8 ມັງກອນ 2024.

ການໂຈມຕີທາງອາກາດຂອງອິສຣາແອລ ໄດ້ສັງຫານ ຜູ້ບັນຊາການຂອງກຸ່ມເຮັສໂບລລາ (Hezbollah) ຄົນສໍາຄັນ ໃນພາກໃຕ້ຂອງເລບານອນ ໃນວັນຈັນວານນີ້, ເຊິ່ງເປັນສັນຍານຫຼ້າສຸດ ຂອງຄວາມຂັດແຍ້ງທີ່ກວ້າງຂຶ້ນ ໃນຕາເວັນອອກກາງ.

ເຈົ້າຫນ້າທີ່ດ້ານຄວາມໝັ້ນຄົງຂອງເລບານອນ ກ່າວວ່າ ການໂຈມຕີໃສ່ລົດ SUV ໄດ້ສັງຫານຜູ້ບັນຊາການກອງກໍາລັງແບບລັບໆ​ຂອງ ເຮັສໂບລາ ທີ່ ດຳເນີນການຢູ່ຕາມຊາຍແດນອິສຣາແອລ. ກຸ່ມເຮັສໂບລລາ ໄດ້ລະບຸວ່າ ຜູ້ບັນຊາການຄົນດັ່ງກ່າວແມ່ນ ວິສຊາມ ອັລ-ຕາວີລ (Wissam Al-Tawil), ເຊີ່ງເຈົ້າຫນ້າທີ່ດ້ານຄວາມໝັ້ນຄົງທ່ານນຶ່ງ ກ່າວວ່າລາວມີບົດບາດນຳພາໃນການບໍລິຫານຈັດການ ການດໍາເນີນງານຂອງ ກຸ່ມເຮັສໂບລລາຢູ່ໃນພາກໃຕ້. "

ອິສຣາແອລ ໄດ້ກ່າວວ່າ ກຳລັງທະຫານຂອງຕົນ ໂຈມຕີເປົ້າໝາຍຂອງ ກຸ່ມເຮັສໂບລລາ ໃນວັນຈັນວານນີ້ ແຕ່ບໍ່ໄດ້ສະແດງຄວາມເຫັນໃດໆ ກ່ຽວກັບການເສຍຊີວິດຂອງ ທ້າວ ຕາວີລ.

ທ້າວຕາວີລ ແມ່ນຜູ້​ອະວຸໂສທີ່ສຸດຂອງ ກຸ່ມເຮັສໂບລລາ ທີ່ໄດ້ຖືກສັງຫານ ນັບຕັ້ງແຕ່ການໂຈມຕີຂອງກຸ່ມຮາມາສ ໃນວັນທີ 7 ຕຸລາ ໃສ່ພາກໃຕ້ຂອງອິສຣາແອລ ທີ່ໄດ້ພາໃຫ້ເກີດສົງຄາມໃນເຂດກາຊາ ແລະການຕໍ່ສູ້ກັນເປັນໄລຍະໆລະຫວ່າງອິສຣາແອລ ແລະ ກຸ່ມເຮັສໂບລລາ ຊຶ່ງໄດ້ເພີ້ມຂຶ້ນ ນັບຕັ້ງແຕ່ການໂຈມຕີທີ່ເກີດຈາກອິສຣາແອລ ໄດ້ສັງຫານຜູ້ນຳອະວຸໂສຂອງກຸ່ມຮາມາສ ໃນເບຣຸດ ເມື່ອອາທິດແລ້ວນີ້.

ຜູ້ນໍາກຸ່ມຮາມາສ ຊາເລ ອາລ-ອາຣູຣີ (SalEh Al-Aroouri) ແມ່ນບຸກຄົນທີ່ມີຊື່ສຽງທີ່ສຸດຂອງກຸ່ມຮາມາສ ທີ່ໄດ້ເສຍຊີວິດໃນລະຫວ່າງສົງຄາມ ໃນການໂຈມຕີຄັ້ງທຳອິດໃສ່ເບຣຸດ ນັບຕັ້ງແຕ່ການຕໍ່ສູ້ໄດ້ເລີ່ມຕົ້ນຂຶ້ນ.

ຜູ້ນຳຂອງກຸ່ມເຮັສໂບລລາ ຮັສຊານ ນາສຣາລລາ (Hassan Nasrallah) ໄດ້ເຕືອນອິສຣາແອລ ໃນວັນສຸກທີ່ຜ່ານມາວ່າ ນັກລົບຂອງຕົນຈະຕອບໂຕ້ ຢ່າງວ່ອງໄວ ຕໍ່ການສັງຫານ ອາຣູຣີ. ກຸ່ມດັ່ງກ່າວໄດ້ອ້າງວ່າ ມີການໂຈມຕີໃສ່ຖານ ອາກາດທີ່ອິສຣາແອລ​ຄວບ​ຄຸມໃນມື້ຕໍ່ມາ.

ໃນລະຫວ່າງການຕໍ່ສູ້ຂ້າມຊາຍແດນໃນຊ່ວງສາມເດືອນທີ່ຜ່ານມາ ມີຫຼາຍກ່ວາ 180 ຄົນໃນເລບານອນ, ລວມທັງນັກລົບເຮັສໂບລລາ ຫຼາຍກວ່າ 135 ຄົນ ຖືກສັງຫານ,​ ແຕ່ກໍຍັງມີພົນລະເຮືອນຫຼາຍກວ່າ 20 ຄົນ ລວມທັງນັກຂ່າວ 3 ຄົນ ເສຍຊີວິດ, ອີງຕາມລາຍງານຂອງອົງການຂ່າວ ເອເອັຟພີ.

ໃນພາກເຫນືອຂອງອິສຣາແອລ, ທະຫານ 9 ຄົນແລະພົນລະເຮືອນຢ່າງຫນ້ອຍ 4 ຄົນ ໄດ້ຖືກສັງຫານ, ອີງຕາມເຈົ້າຫນ້າທີ່ອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG