ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຂອງອິສຣາແອລ ສັງຫານປະຊາຊົນຫຼາຍສິບຄົນ ໃນພາກກາງ ແລະພາກໃຕ້ຂອງແຫຼມກາຊາ


ຊາວປາແລັສໄຕນ໌ ພາກັນເລາະເບິ່ງຕຶກອາຄານບ່ອນຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງອິສຣາແອລໃນຂົງເຂດຣາຟາ, ພາກໃຕ້ແຫຼມກາຊາ, ວັນທີ 10 ມັງກອນ 2024.
ຊາວປາແລັສໄຕນ໌ ພາກັນເລາະເບິ່ງຕຶກອາຄານບ່ອນຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງອິສຣາແອລໃນຂົງເຂດຣາຟາ, ພາກໃຕ້ແຫຼມກາຊາ, ວັນທີ 10 ມັງກອນ 2024.

ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ ​ໄດ້​ສັງຫານປະຊາຊົນ​ຫລາຍ​ສິບ​ຄົນ ​ຢູ່ແຫຼມ​ກາຊາ ​ໃນ​ຂະນະ​ທີ່ມີ​ການ​ໂຈມ​ຕີ​ທາງ​ທະຫານ​ຄັ້ງ​ໃໝ່​ ໃສ່ທາງ​ພາກ​ກາງ ​ແລະ​ພາກ​ໃຕ້​ຂອງ​ເຂດ​ກາຊາ.

ກອງທັບ​ອິສຣາ​ແອ​ລກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຕົນ​ໄດ້​ທໍາໂຈມ​ຕີ​ເປົ້າ​ໝາຍ 150 ​ແຫ່ງ​ ຢູ່ບໍລິເວນ ມາກາຊີ (Maghazi) ​ທີ່ຕັ້ງຢູ່ໃນ​ພາກ​ກາງ​ ຂອງ​ເຂດກາຊາ ​ແລະ​ໃນຂົງ​ເຂດ ຄານ ຢູນິສ ​ເຊິ່ງຕັ້ງຢູ່ໃນ​ພາກ​ໃຕ້ຂອງດິນແດນທີ່ຖືກປິດລ້ອມປາແລັສໄຕນ໌, ເຊິ່ງພວກເຂົາໄດ້ອະທິບາຍກ່ຽວກັບຜູ້ທີ່ຖືກສັງຫານນັ້ນວ່າ ເປັນ "ພວກກໍ່ການຮ້າຍ."

ຊາວປາແລັສໄຕນ໌ ພາກັນເລາະເບິ່ງຕຶກອາຄານບ່ອນຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງອິສຣາແອລໃນຂົງເຂດຣາຟາ, ພາກໃຕ້ແຫຼມກາຊາ, ວັນທີ 10 ມັງກອນ 2024.
ຊາວປາແລັສໄຕນ໌ ພາກັນເລາະເບິ່ງຕຶກອາຄານບ່ອນຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງອິສຣາແອລໃນຂົງເຂດຣາຟາ, ພາກໃຕ້ແຫຼມກາຊາ, ວັນທີ 10 ມັງກອນ 2024.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກທີ່ປົກຄອງໂດຍກຸ່ມຮາມາສຢູ່ໃນຂົງ​ເຂດກາຊາກ່າວ​ວ່າ ມີຜູ້ເສຍຊີວິດ 70 ຄົນ​ ແລະມີຜູ້ໄດ້​ຮັບ​ບາດ​ເຈັບ​ຈາກການ​ໂຈມ​ຕີໃນຕອນກາງຄືນ​ທີ່ຜ່ານ​ມາອີກ 130 ຄົນ. ກະຊວງດັ່ງກ່າວ ບໍ່ໄດ້ແຍກຄວາມແຕກຕ່າງ ລະ ຫວ່າງພົນລະເຮືອນ ແລະ ນັກຕໍ່ສູ້ໃນຈໍານວນຜູ້ເສຍຊີວິດຂອງຕົນເຫຼົ່ານັ້ນ.

ຄວາມ​ຮຸນ​ແຮງ​ທີ່​ຍັງ​ຄົງດໍາເນີນຢູ່ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານແອນໂທນີ ບລິງເກັນ ສືບ​ຕໍ່​ການ​ປະ​ຕິ​ບັດງານຢູ່ໃນພາກພື້ນ ທ່າມກາງ​ການ​ເດີນ​ທາງ​ໄປ​ມາ​ລະ​ຫວ່າງ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ​ຕ່າງໆກ່ຽວກັບ​ຈຸດປະສົງ​ຫລາຍ​ຢ່າງ, ລວມທັງ​ຄວາມ​ພະຍາຍາມໃນການ​ປ້ອງ​ກັນ​ບໍ່​ໃຫ້​ສົງຄາມ​ແຜ່​ລາມ​ອອກ​ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG