ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ລາຍງານ ກ່ຽວກັບການໂຈມຕີທາງອາກາດ ຄັ້ງໃໝ່ຂອງຢູເຄຣນ


ແຟ້ມພາບ - ຜູ້ຄົນຍ່າງຜ່ານລົດຫຼາຍຄັນທີ່ໄດ້ຮັບຄວາມເສຍຫາຍ ທີ່ຈອດຢູ່ໃກ້ຕຶກບ້ານພັກຫຼາຍຊັນ ຫຼັງຈາກ ສິ່ງທີ່ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນກ່າວວ່າ ເປັນການໂຈມຕີທາງດ້ານທະຫານຂອງຢູເຄຣນ, ຢູ່ໃນເມືອງແບລໂກຣອດ ຂອງຣັດເຊຍ, ວັນທີ 5 ມັງກອນ 2024.
ແຟ້ມພາບ - ຜູ້ຄົນຍ່າງຜ່ານລົດຫຼາຍຄັນທີ່ໄດ້ຮັບຄວາມເສຍຫາຍ ທີ່ຈອດຢູ່ໃກ້ຕຶກບ້ານພັກຫຼາຍຊັນ ຫຼັງຈາກ ສິ່ງທີ່ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນກ່າວວ່າ ເປັນການໂຈມຕີທາງດ້ານທະຫານຂອງຢູເຄຣນ, ຢູ່ໃນເມືອງແບລໂກຣອດ ຂອງຣັດເຊຍ, ວັນທີ 5 ມັງກອນ 2024.

ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ລາຍງານວ່າ ມີການໂຈມຕີທາງອາກາດຂອງ ຢູເຄຣນ ຕໍ່ສອງຂົງເຂດໃນອັງຄານວານນີ້ ຂະນະທີ່ວັງເຄຣມລິນ ໄດ້ກ່າວວ່າ ຕົນຈະດຳເນີນການຕອບໂຕ້ຄືນຕໍ່ການໂຈມຕີຂອງຢູເຄຣນ ທີ່ເພີ້ມຫຼາຍຂຶ້ນໃສ່ເມືອງແບລໂກຣອດທີ່ຕັ້ງຢູ່ຊາຍແດນຂອງຣັດເຊຍ.

ທ່ານວີຢາເສັສລາບ ກລາດຄອບ ຫົວໜ້າຂົງເຂດແບລກາຣອດ ໄດ້ລາຍງານວ່າ ສາມຄົນໄດ້ຮັບບາດເຈັບຍ້ອນຊິ້ນສ່ວນຕ່າງໆທີ່ຕົກລົງມາ ຫຼັງຈາກລະບົບປ້ອງກັນໄພທາງອາກາດຂອງຣັດເຊຍ ໄດ້ຍິງພວກອາວຸດຂອງຢູເຄຣນ ທີ່ໄດ້ບິນເຂົ້າມາໃນເມືອງ.

ທ່ານກລາດຄອບ ໄດ້ກ່າວວ່າ ເຮືອນຫຼາຍຫຼັງ ແລະລົດຫຼາຍຄັນ ໄດ້ຮັບຄວາມເສຍຫາຍ ໃນຄຸ້ມບ້ານຫຼາຍແຫ່ງ.

ການໂຈມຕີດັ່ງກ່າວເກີດຂຶ້ນນຶ່ງວັນຫຼັງຈາກທີ່ລະບົບປ້ອງກັນໄພທາງອາກາດຂອງຣັດເຊຍໄດ້ຍິງ 10 ເປົ້າໝາຍທາງອາກາດ ທີ່ກຳລັງບິນເຂົ້າມາໃນເມືອງແບລກາຣອດ ຕົກ.

ບໍລິເວນດັ່ງກ່າວ ໄດ້ຕົກຢູ່ພາຍໃຕ້ການໂຈມຕີຂອງຢູເຄຣນ ໃນບໍ່ເທົ່າໃດອາທິດເມື່ອມໍ່ໆມານີ້ ລວມທັງລູກສອນໄຟ ແລະການໂຈມຕີດ້ວຍໂດຣນຄັ້ງຫຼ້າສຸດເມື່ອເດືອນແລ້ວນີ້ ທີ່ໄດ້ສັງຫານພົນລະເຮືອນ 25 ຄົນ ພ້ອມທັງເດັກນ້ອຍຫ້າຄົນ.

Russian officials reported Ukrainian aerial attacks on two regions Tuesday, as the Kremlin said it would act to counter an increase in Ukrainian shelling on the Russian border city of Belgorod.

Vyacheslav Gladkov, the head of the Belgorod region, reported three people were injured by debris Tuesday after Russian air defenses downed Ukrainian weapons that were approaching the city.

Gladkov said houses and cars were damaged in several villages.

The attacks came a day after Russian air defenses downed 10 air targets approaching Belgorod.

The area has come under Ukrainian attacks in recent weeks, including a missile and drone attack late last month that killed 25 civilians, including five children.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG