ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຜັກດັນອຸດສາຫະກຳປ້ອງກັນຊາດ ໃນການຊ່ວຍເຫຼືອດ້ານເທັກໂນໂລຈີ ໃຫ້ແກ່ຢູເຄຣນ


ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ທັກທາຍ ທ່ານເຈກ ຊູລລີວານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ໃນກີຢິບ,​ວັນທີ 4 ພະຈິກ 2022. ທ່ານຊູລລີວານ ຈັດປະຊຸມ ວັນທີ 8 ມັງກອນ 2024 ກ່ຽວກັບຄວາມສາມາດທາງເທັກໂນໂລຈີໃໝ່ ໃນການຊ່ວຍເຫຼືອຢູເຄຣນ (Ukrainian Presidential Press Office via AP)
ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ທັກທາຍ ທ່ານເຈກ ຊູລລີວານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ໃນກີຢິບ,​ວັນທີ 4 ພະຈິກ 2022. ທ່ານຊູລລີວານ ຈັດປະຊຸມ ວັນທີ 8 ມັງກອນ 2024 ກ່ຽວກັບຄວາມສາມາດທາງເທັກໂນໂລຈີໃໝ່ ໃນການຊ່ວຍເຫຼືອຢູເຄຣນ (Ukrainian Presidential Press Office via AP)

ບັນດາເຈົ້າຫນ້າທີ່ທໍານຽບຂາວ ໃນວັນຈັນວານນີ້ ໄດ້ພົບກັບຜູ້ນໍາຈາກພາກອຸດສາຫະກໍາເທັກໂນໂລຈີ ແລະດ້ານປ້ອງກັນ​ປະ​ເທດ ເພື່ອປຶກສາຫາລື ກ່ຽວກັບວ່າ ຈະມອບອຸປະກອນທີ່ທັນສະໄໝຂອງສະຫະລັດ ເຊັ່ນ ລະບົບເຮືອບິນບໍ່ມີຄົນຂັບ ຫຼື ອຸປະກອນທຳລາຍລ້າງ ແລະ ສະໜັບສະໜູນການດຳເນີນການເພື່ອປ້ອງກັນຕົນຈາກຣັດເຊຍ ໃຫ້ຢູເຄຣນ ແນວໃດ, ອີງຕາມບັນດາຜູ້ຊ່ວຍສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

ທ່ານເຈກ ຊູລລີວານ (Jake Sullivan), ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ໄດ້ເປີດການປະຊຸມ 5 ຊົ່ວໂມງ ລະຫວ່າງຜູ້ຊ່ຽວຊານໃນອຸດສາຫະກຳ ແລະ ເຈົ້າໜ້າທີ່ຂອງລັດ ກ່ຽວກັບຄວາມສາມາດທາງດ້ານເທັກໂນໂລຈີໃໝ່ ທີ່ຈະເຮັດໃຫ້ຢູເຄຣນ ສາມາດກວດຈັບ ແລະ ຕອບໂຕ້ລະບົບເຮືອບິນບໍ່ມີຄົນຂັບຂອງຣັດເຊຍແລະທຳລາຍລ້າງລູກລະເບີດໃນພື້ນທີ່ຂະຫນາດ ໃຫຍ່ໃນຢູເຄຣນ ໃນຂະນະທີ່ ເງິນຊ່ວຍເຫຼືອເພີ້ມເຕີມກວ່າ 100 ຕື້ໂດລາຂອງ ປະທານາທິບໍດີ ໂຈ ໄບເດັນ, ເຊິ່ງລວມມີການຊ່ວຍເຫຼືອຢູເຄຣນ, ກຳລັງອ່ອນແຮງລົງໃນລັດຖະສະພາ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານໂອລາຟ ໂຊລສ໌ (Olaf Scholz) ຮຽກ ຮ້ອງໃຫ້ບັນດາປະເທດໃນສະຫະພາບຢູໂຣບ ໃນວັນຈັນວານນີ້ ໃຫ້ການຊ່ວຍ ເຫຼືອທາງທະຫານ ແລະການເງິນຕໍ່ຢູເຄຣນ ຫຼາຍຂຶ້ນ. ທ່ານໄດ້ວິຈານປະເທດສະມາຊິກສະຫະພາບຢູໂຣບ ທີ່ບໍ່ສົ່ງມອບອາວຸດທີ່ພຽງພໍໃຫ້ກັບ ກີຢິບ ແລະ ຮຽກຮ້ອງໃຫ້ພວກເຂົາດຳເນີນການໃຫ້ຫຼາຍຂຶ້ນ.

ເຖິງແມ່ນວ່າເຢຍຣະມັນ ຈະຊັກຊ້າໃນການສະຫນັບສະຫນູນຢູເຄຣນ ໃນຊ່ວງເລີ່ມຕົ້ນຂອງສົງຄາມ, ໃນປັດຈຸບັນນີ້ ແມ່ນເປັນນຶ່ງໃນຜູ້ສະໜອງອາວຸດ ແລະ ການຊ່ວຍເຫຼືອທາງດ້ານການເງິນ. ໃນທ້າຍປີກ່ອນ, ປະເທດດັ່ງກ່າວໄດ້ຕົກລົງທີ່ຈະເພີ້ມການຊ່ວຍເຫຼືອທາງທະຫານໃຫ້ກັບຢູເຄຣນ ເປັນສອງເທົ່າໃນປີ 2024 ເປັນ 8,8 ຕື້ໂດລາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG