ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ມີຄວາມຫວັງ ເປັນປະທານາທິບໍດີຣັດເຊຍ ເອີ້ນສົງຄາມຢູເຄຣນວ່າ 'ຄວາມຜິດພາດຄັ້ງໃຫຍ່' ໂດຍປູຕິນ


ທ່ານ ບໍຣິສ ນາເດັຊດິນ (Boris Nadezhdin), ນັກການເມືອງອິດສະລະຂອງຣັດເຊຍ ຜູ້ທີ່ປາດຖະໜາຈະລົງສະມັກຊິງຕໍາແໜ່ງປະທານາທິບໍດີ ໃນການເລືອກຕັ້ງປະທານາທິບໍດີໃນເດືອນມີນາ, ເຂົ້າຮ່ວມປະຊຸມກັບບັນດາພັນລະຍາຂອງບັນດາທະຫານ ໃນນະຄອນຫຼວງມົສກູ,​ ປະເທດຣັດເຊຍ ວນັທີ 11 ມັງກອນ 2024.
ທ່ານ ບໍຣິສ ນາເດັຊດິນ (Boris Nadezhdin), ນັກການເມືອງອິດສະລະຂອງຣັດເຊຍ ຜູ້ທີ່ປາດຖະໜາຈະລົງສະມັກຊິງຕໍາແໜ່ງປະທານາທິບໍດີ ໃນການເລືອກຕັ້ງປະທານາທິບໍດີໃນເດືອນມີນາ, ເຂົ້າຮ່ວມປະຊຸມກັບບັນດາພັນລະຍາຂອງບັນດາທະຫານ ໃນນະຄອນຫຼວງມົສກູ,​ ປະເທດຣັດເຊຍ ວນັທີ 11 ມັງກອນ 2024.

ນັກການເມືອງຣັດເຊຍທ່ານນຶ່ງ ທີ່ຫວັງວ່າຈະລົງແຂ່ງຂັນກັບ ປະທານາທິບໍດີ ວລາດີເມຍ ປູຕິນ (Vladimir Putin) ໃນການເລືອກຕັ້ງປະທານາທິບໍດີທີ່ຈະມາເຖິງຂອງປະເທດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການຕັດສິນໃຈຂອງວັງ ເຄຣມລິນ ໃນການເຮັດສົງຄາມກັບຢູເຄຣນວ່າ ເປັນ “ຄວາມຜິດພາດອັນໃຫຍ່ຫຼວງ” ໃນວັນພະຫັດວານນີ້ ເມື່ອທ່ານໄດ້ໂອ້ລົມ ກັບພັນລະຍາ ຂອງບັນດາທະຫານ.

ທ່ານ ບໍຣິສ ນາເດັຊດິນ (Boris Nadezhdin) ບອກພັນລະຍາ ຂອງບັນດາທະຫານວ່າ ສົງຄາມຄັ້ງນີ້ແມ່ນ "ຄວາມຜິດພາດອັນໃຫຍ່ຫຼວງ ຂອງ ປູຕິນ, ແນ່ນອນ, ແລະຜົນໄດ້ຮັບທີ່ຕາມມາ ຈະຮ້າຍແຮງຫຼາຍ."

ທະຫານຢູ່ແຖວໜ້າ ໄດ້“ ໃຊ້ໜີ້ສິນຂອງພວກເຂົາ, ເສຍເລືອດຂອງພວກເຂົາຢູ່ທີ່ນັ້ນ ແລະສ່ຽງຊີວິດຂອງພວກເຂົາ. ພວກເຮົາຕ້ອງການໃຫ້ພວກເຂົາ ກັບຄືນມາ,” ທ່ານກ່າວ.

ທ່ານ ນາເດັຊດິນ ເປັນຕົວແທນຂອງພັກການລິເລີ້ມຂອງພົນລະເຮືອນ ທີ່​ເປັນ​ກາງ​ອຽງ​ຂວາ, ເຊິ່ງບໍ່ມີບ່ອນນັ່ງໃນສະພາ. ທ່ານພະຍາຍາມຮວບຮວມລາຍຊື່ 100,000 ລາຍເຊັນ ຈາກປະຊາຊົນໃນທົ່ວປະເທດ ເພື່ອດໍາເນີນການຕໍ່ຕ້ານທ່ານ ປູຕິນ, ເຊິ່ງເປັນຜູ້ທີ່ໄດ້ນໍາພາຣັດເຊຍ ມາຫຼາຍກວ່າສອງທົດສະວັດ.

ທ່ານປູຕິນ ເກືອບຖືກຮັບປະກັນວ່າ ຈະເປັນ​ຜູ້ຊະນະການເລືອກຕັ້ງໃຫມ່ ໃນເດືອນມີນາຈະ​ມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG