ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ປະຕິບັດການໂຈມຕີທາງອາກາດ ແລະພາກພື້ນດິນໃສ່ພາກກາງ ແລະພາກໃຕ້ຂອງແຫຼມກາຊາ


ພະນັກງານກາແດງຊາວປາແລັສໄຕນ໌ ກວດເບິ່ງລົດໂຮງໝໍທີ່ໄດ້ຮັບຄວາມເສຍຫາຍ ໃນຂົງເຂດ ເດຍ ອາລ-ບາລາ ທີ່ຕັ້ງຢູ່ທາງພາກກາງຂອງແຫຼມກາຊາ, ວັນທີ 11 ມັງກອນ 2024.
ພະນັກງານກາແດງຊາວປາແລັສໄຕນ໌ ກວດເບິ່ງລົດໂຮງໝໍທີ່ໄດ້ຮັບຄວາມເສຍຫາຍ ໃນຂົງເຂດ ເດຍ ອາລ-ບາລາ ທີ່ຕັ້ງຢູ່ທາງພາກກາງຂອງແຫຼມກາຊາ, ວັນທີ 11 ມັງກອນ 2024.

ກອງທັບອິສຣາແອລ, ໃນວັນພະຫັດວານນີ້ ໄດ້ທຳການໂຈມຕີທາງອາກາດ ແລະທາງບົກ ໃສ່ເຂດພາກກາງ ແລະພາກໃຕ້ຂອງແຫຼມກາຊາ, ໃນຂະນະທີ່ກຸ່ມຮາມາສກ່າວວ່າ ການໂຈມຕີຂອງອິສຣາແອລໃນຕອນກາງຄືນ ໄດ້ສັງຫານປະຊາຊົນຫຼາຍສິບຄົນ.

ກະຊວງ​ສາທາລະນະ​ສຸກໃນ​ເຂດ​ກາຊາ​ກ່າວ​ວ່າ ມີຜູ້​ເສຍ​ຊີວິດ​ຫຼາຍກວ່າ 60 ຄົນ​ ລວມທັງ​ຜູ້​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ ຂອງ​ອິສຣາ​ແອ​ລ​ໃສ່ ຄານ ຢູນິສ ເຊິ່ງ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ສອງ ​ຂອງແຫຼມ​ກາຊາ.

ໃນຕອນແລງຂອງວັນພະຫັດວານນີ້, ກຸ່ມຊ່ວຍ​ເຫຼືອມະນຸດສະທຳກາ​ແດງ​ຂອງ​ປາ​ແລັ​ສ​ໄຕ​ນ໌ກ່າວ​ວ່າ ມີຜູ້ເສຍຊີວິດ 9 ຄົນ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຂອງ​ອິສຣາ​ແອ​ລ​ໃສ່​ເຮືອນ​ຫລັງ​ນຶ່ງ ທີ່ຕັັ້ງຢູ່​ໃນ​ເມືອງຣາຟາ ທາງ​ພາກ​ໃຕ້​ຂອງ​ເຂດກາຊາ.

ກອງທັບ​ອິສຣາ​ແອ​ລ​ ຍັງ​ໄດ້ພາ​ນັກ​ຂ່າວ​ ໄປ​ຢ້ຽມຢາມ​ອຸໂມງ​ໃຕ້​ດິນ ​ໃນ​ເມືອງ ຄານ ຢູນີສ ເຊິ່ງເປັນບ່ອນ​ທີ່​ພວກເຂົາເຈົ້າກ່າວ​ວ່າ ​ມີ​ຫລັກ​ຖານວ່າ​ໂຕປະກັນເຄີຍຖືກຂັງໄວ້ຢູ່ທີ່ນີ້.

ອິສຣາແອລບໍ່ໄດ້ລະບຸຂໍ້ມູນຂອງບັນດາໂຕປະກັນ ຫຼືໃຫ້ຂໍ້ມູນໃດໆກ່ຽວກັບຊະຕາກຳຂອງພວກເຂົາເຈົ້າ, ແຕ່ກ່າວວ່າ ຫຼັກຖານທີ່ຄົ້ນພົບນັ້ນ ລວມມີ DNA.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG