ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ກ່າວວ່າ ຢູເຄຣນ ໄດ້ຢຸດຣັດເຊຍແລ້ວ ແຕ່ຕ້ອງການລະບົບປ້ອງກັນໄພທາງອາກາດ ເພີ້ມຕື່ມ


ໃນຮູບນີ້ ທີ່ສະໜອງໃຫ້ໂດຍຫ້ອງການຖະແຫຼງຂ່າວຂອງປະທານາທິບໍດີຢູເຄຣນ, ປະທານາທິບໍດີລີທົວເນຍ ທ່ານ ກິຕານັສ ເນົາເຊດາ, ຂວາ, ແລະ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຮ່ວມພິທີ ທີ່​ນະ​ຄອນວິລ​ນຽ​ສ, ປະເທດລີທົວເນຍ, ວັນທີ 10 ມັງກອນ 2024. (Ukrainian Presidential Press Office via AP)
ໃນຮູບນີ້ ທີ່ສະໜອງໃຫ້ໂດຍຫ້ອງການຖະແຫຼງຂ່າວຂອງປະທານາທິບໍດີຢູເຄຣນ, ປະທານາທິບໍດີລີທົວເນຍ ທ່ານ ກິຕານັສ ເນົາເຊດາ, ຂວາ, ແລະ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຮ່ວມພິທີ ທີ່​ນະ​ຄອນວິລ​ນຽ​ສ, ປະເທດລີທົວເນຍ, ວັນທີ 10 ມັງກອນ 2024. (Ukrainian Presidential Press Office via AP)

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວໃນວັນພຸດວານນີ້ວ່າ ກໍາລັງຂອງປະເທດຂອງທ່ານ ໄດ້ສະແດງໃຫ້ໂລກເຫັນວ່າ ກອງທັບຣັດເຊຍ ສາມາດຖືກຢຸດໄດ້ ແຕ່ກ່າວວ່າ ລັດຖະບານ ກີຢິບ ຕ້ອງການທີ່ສຸດ ໃຫ້ພັນທະມິດຕາເວັນຕົກ ສົ່ງລະບົບປ້ອງກັນ​ໄພທາງອາກາດ ເພີ້ມຕື່ມອີກ ເພື່ອຍິງເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟຂອງຣັດເຊຍ ທີ່ເຂົ້າມາໂຈມຕີເພີ້ມຫຼາຍຂຶ້ນ.

​ທີ່​ນະ​ຄອນວິລ​ນຽ​ສ (Vilnius), ໃນການຢຸດແວ່​ບ່ອນທໍາອິດ​ເພື່ອການຢ້ຽມຢາມເປັນເວລາສອງມື້ ໃນ​ປະ​ເທດບອລຕິກ (Baltic), ທ່ານເຊເລັນສກີ ໄດ້ພົບປະກັບປະທານາທິບໍດີລີທົວເນຍ ທ່ານ ກິຕານັສ ເນົາເຊດາ (Gitanas Nauseda). ຕໍ່ມາ, ທ່ານເຊເລັນສກີ ກ່າວວ່າ, "ພວກເຮົາໄດ້ພິສູດແລ້ວວ່າຣັດເຊຍສາມາດຖືກຢຸດຢັ້ງໄດ້, ແລະການຂັດຂວາງກໍແມ່ນເປັນໄປໄດ້."

ແຕ່ ທ່ານເຊເລັນສກີ ກ່າວຕື່ມວ່າ, "ພວກເຮົາຂາດລະບົບປ້ອງກັນໄພທາງອາ ກາດທີ່ທັນສະໄໝ ຢ່າງແຮງ, ເຊິ່ງເປັນສິ່ງທີ່ພວກເຮົາຕ້ອງການທີ່ສຸດ," ເພື່ອຕໍ່ສູ້ກັບການບຸກໂຈມຕີທາງອາກາດຂອງຣັດເຊຍຄັ້ງໃໝ່ ໂດຍເຮືອບິນບໍ່ມີຄົນຂັບ ຫຼາຍກວ່າ 500 ລຳ ແລະລູກສອນໄຟ ທີ່ແນເປົ້າໃສ່ຢູເຄຣນໃນລະຫວ່າງວັນທີ 29 ທັນວາ - 2 ມັງກອນ.

ເຖິງຢ່າງໃດກໍ່ຕາມ, ທ່ານຍອມຮັບວ່າ, ສາງອາວຸດມີນ້ອຍໃນບັນດາປະເທດທີ່ສາມາດຊ່ວຍເຫຼືອຢູເຄຣນໄດ້.

“ສາງແມ່ນຫວ່າງເປົ່າ," ທ່ານເຊເລັນສກີ ກ່າວ. “ແລະມີສິ່ງທ້າທາຍຢ່າງຫຼວງຫຼາຍ ໃນການປ້ອງກັນໂລກ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG