ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມເຮັສໂບລລາ ແນເປົ້າໝາຍໃສ່ຖານທັບຂອງ ອິສຣາແອລ ລຸນຫຼັງການໂຈມຕີ ໄດ້ສັງຫານຜູ້ບັນຊາການຂອງພວກຫົວຮຸນແຮງ

ກອງກໍາລັງອິສຣາແອລ ທໍາລາຍເຮືອນຂອງມືປືນກຸ່ມຮາມາສສອງຄົນ ຜູ້ທີ່ທໍາການໂຈມຕີຮ້າຍແຮງໃສ່ສະຖານີຈອດລົດໂດຍສານ ຢູ່ບໍລິເວນທາງເຂົ້ານະຄອນເຈຣູຊາແລັມ ໃນເດືອນພະຈິກ, ທ່າມກາງຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ຍັງຄົງດໍາເນີນຢູ່, ໃນພາກຕາເວັນອອກຂອງນະຄອນຫຼວງເຈຣູຊາແລັມ, ວັນທີ 9 ມັງກອນ 2024.

ກຸ່ມພວກຫົວຮຸນແຮງເຮັສໂບລລາ ທີ່ມີຖານປະ​ຕິ​ບັດ​ງານ ຕັ້ງຢູ່ໃນເລບານອນກ່າວໃນວັນອັງຄານວານນີ້ວ່າ ຕົນປະຕິບັດການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໂດຍແນເປົ້າໝາຍໃສ່ຖານທັບຂອງທະຫານອິສຣາແອລ ເພື່ອເປັນການຕອບໂຕ້ຕໍ່ການສັງຫານຜູ້ບັນຊາການອະວຸໂສ ຂອງກຸ່ມເຮັສໂບລລາ ແລະຮອງຜູ້ນໍາກຸ່ມຫົວຮຸນແຮງຮາມາສ.

ກຸ່ມຮາມາສກ່າວ​ວ່າ ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໄດ້​ແນເປົ້າໝາຍການ​ໂຈມ​ຕີໃສ່​ຖານ​ທັບ​ອິສ​ຣາ​ແອລໃນ​ເມືອງ ຊາຟີດ (Safed), ​ເຊິ່ງ​ເປັນຂົງ​ເຂດ ​ທີ່​ຕັ້ງຫ່າງ​ຈາກບໍລິ ເວນ​ຊາຍ​ແດນຂອງ ​ອິສຣາ​ແອ​ລ ແລະ ເລ​ບາ​ນອນ ປະມານ 10 ກິໂລແມັດ.

ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ ເພື່ອ​ສະ​ກັດ​ກັ້ນ ໃນການ​ຕອບ​ໂຕ້​ຕໍ່​ເຮືອບິນ​ຫລາຍ​ລຳ ​ທີ່ບິນ​ຂ້າມ​ຈາກ​ເລ​ບາ​ນອນ ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ອິສຣາ​ແອ​ລ ​ແລະ​ໄດ້​ເຮັດ​ໃຫ້​ລູກ​ປືນ​ໃຫຍ່​ລູກ​ນຶ່ງຕົກໃສ່​ຖານ​ທັບ​ໃນ​ພາກ
​ເໜືອ​ຂອງ​ອິສຣາ​ແອ​ລ. ກອງທັບອິສຣາແອລ ​ກ່າວ​ວ່າ ບໍ່​ມີ​ຜູ້​ເສຍ​ຊີວິດ ​ແລະຄວາມ​ເສຍ​ຫາຍໃດໆ.

ເຈົ້າ​ໜ້າ​ທີ່ທາງດ້ານຄວາມໝັ້ນຄົງລາຍງານ​ວ່າ ການ​ໂຈມ​ຕີດ້ວຍເຮືອບິນບໍ່ມີຄົນຂັບຂອງອິສຣາແອລ ໃນ​ວັນ​ອັງ​ຄານ​ວານ​ນີ້ ໄດ້​ຖືກ​ລົດ​ຄັນ​ນຶ່ງຢູ່ໃນ​ພາກ​ໃຕ້​ຂອງ​ເລ​ບາ​ນອນ ສົ່ງຜົນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 3 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG