ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາ ຊະນະການເລືອກຕັ້ງພາຍໃນພັກ ທີ່ລັດໄອໂອວາ


ອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີຈາກພັກຣີພັບລິກັນ ຂຶ້ນເວທີ ໃນງານລ້ຽງການເລືອກຕັ້ງພາຍໃນພັກ ໃນຕອນກາງຄືນ ທີ່ເມືອງ ເດ ມອຍ (Des Moines), ລັດໄອໂອວາ, ວັນທີ 15 ມັງກອນ 2024.
ອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີຈາກພັກຣີພັບລິກັນ ຂຶ້ນເວທີ ໃນງານລ້ຽງການເລືອກຕັ້ງພາຍໃນພັກ ໃນຕອນກາງຄືນ ທີ່ເມືອງ ເດ ມອຍ (Des Moines), ລັດໄອໂອວາ, ວັນທີ 15 ມັງກອນ 2024.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຊະນະການ​ປະ​ຊຸມ​ເລືອກຕັ້ງ​ຂອງພັກຢູ່ລັດໄອໂອວາ ໃນຄືນວັນຈັນວານນີ້, ໂດຍນັບເປັນການແຂ່ງຂັ້ນສະເໜີຊື່ແບບລັດຕໍ່ລັດ ຄັ້ງທຳອິດ ທີ່ພັກຣີພັບບລີກັນ ຈະໃຊ້ໃນການເລືອກຜູ້ສະໝັກ ທີ່ຈະປະເຊີນໜ້າກັບປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງທົ່ວໄປເດືອນພະຈິກ.

ທ່ານ ທຣຳ ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງນຶ່ງ ຫຼືປະມານ 51 ເປີເຊັນ, ໂດຍຜູ້ປົກຄອງລັດຟລໍຣີດາ ທ່ານ ຣອນ ດີ ແຊນຕິສ ໄດ້ອັນດັບທີ 2 ດ້ວຍ ຄະແນນສຽງ 21 ເປີເຊັນ ແລະ ອະດີດຜູ້ປົກຄອງລັດ ຄາໂຣໄລນາ ໃຕ້ ທ່ານນາງ ນິກກີ ເຮລີ ໄດ້ຄະແນນຕາມຫຼັງຢ່າງໃກ້ຊິດທີ່ 19 ເປີເຊັນ.

"ນີ້ແມ່ນປະສົບການທີ່ບໍ່ຫນ້າເຊື່ອ," ທ່ານທຣໍາ ບອກກັບຜູ້ສະຫນັບສະຫນູນຂອງທ່ານ ໃນຄໍາປາໄສແຫ່ງໄຊຊະນະໃນ ເດ ມອຍ (Des Moines). "ແລະພວກເຂົາບອກວ່າ, ສະນັ້ນ, ຖ້າທ່ານຊະນະ 12 ເປີເຊັນ, ນັ້ນແມ່ນໄຊຊະນະຄັ້ງໃຫຍ່. ນັ້ນຄົງຈະເປັນເລື້ອງຍາກຫຼາຍທີ່ຈະເຮັດ. ຂ້າພະເຈົ້າຄິດວ່າພວກເຮົາໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າ."

ຕົວ​ເລກ​ທີ່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈະສັງ​ເກດ​ເບິ່ງ​ໃນຕະຫຼອດຂະ​ບວນ​ການ​ສະ​ເໜີ​ຊື່​ແມ່ນ​ຈຳ​ນວນຂອງຜູ້ແທນທີ່ພວກ​ເຂົາ​ເຈົ້າຮວບຮວມໄດ້, ໂດຍ​ຄະ​ແນນ​ສຽງ​ໃນ​ແຕ່​ລະ​ລັດ​ຈະ​ກຳ​ນົດຈຳນວນຂອງຜູ້ແທນທີ່​ໄດ້ຮັບການຈັດສັນ ໃຫ້ກັບຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແຕ່​ລະ​ຄົນ​ ໃນ​ການຊອກຫາຜູ້ແທນໃຫ້ໄດ້ 1,215 ຄົນ ເພື່ອ​ໃຫ້ໄດ້​ຮັບ​ສຽງ​ສ່ວນ​ຫຼາຍ.

ລັດໄອໂອວາ ມີຄວາມສໍາຄັນເນື່ອງຈາກການແຂ່ງຂັນຄັ້ງທໍາອິດໃນປະຕິທິນນັ້ນແມ່ນຂ້ອນຂ້າງນ້ອຍໃນແງ່ຂອງຈຳນວນຜູ້ແທນ, ໂດຍ ທ່ານທຣໍາ ໄດ້ຮັບ 20 ຄົນ ຈາກໄຊຊະນະຂອງທ່ານ, ໃນຂະນະທີ່ ທ່ານ ດີ ແຊນຕິສ ໄດ້ແປດຄົນ ແລະ ທ່ານນາງ ເຮລີ ໄດ້ເຈັດຄົນ.

ຜູ້ສະໝັກສາມອັນດັບທຳອິດ ຄາດຄະເນຄວາມໝັ້ນໃຈ ຫຼັງຈາກການປະຊຸມ ພັກ ໃນວັນຈັນ ໃນຂະນະທີ່ພວກເຂົາເບິ່ງໄປທີ່ການແຂ່ງຂັນຄັ້ງຕໍ່ໄປ ໃນລັດ ນິວ ແຮມເຊຍ (New Hampshire) ໃນອາທິດໜ້າ ແລະການເລືອກຕັ້ງຂັ້ນຕົ້ນຂອງ ລັດ ຄາໂຣໄລນາ ໃຕ້ ໃນທ້າຍເດືອນກຸມພາ.

ທ່ານນາງ ເຮລີ ສະແດງໂຕວ່າເປັນ "ຜູ້ນໍາພາແບບອະນຸລັກນິຍົມລຸ້ນໃຫມ່" ໃນຂະນະທີ່ທ່ານນາງເວົ້າກັບຜູ້ສະຫນັບສະຫນູນຂອງທ່ານນາງ, ໃນຂະນະທີ່ກຳນົດຜົນຂອງການແຂ່ງຂັນໃນວັນຈັນ ແລະປະຕິທິນຫຼັກ ທີ່ຈະມາເຖິງ ເປັນນຶ່ງການແຂ່ງຂັນ ກໍຄືການແຂ່ງຂັນລະຫວ່າງທ່ານນາງ ກັບຜູ້ແຂ່ງຂັ້ນແຖວໜ້າ ກໍຄືທ່ານ ທຣໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG