ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັັ້ນຄົງສະຫະປະຊາຊາດ ມີກໍານົດລົງຄະແນນສຽງ ລຸນຫຼັງການໂຈມຕີຂອງກຸ່ມຫົວຮຸນແຮງຮູຕີ ໃນຂົງເຂດທະເລແດງ


ແຟ້ມຮູບ-ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍກທງທັບເຮືອສະຫະລັດນີ້ ຖືກຖ່າຍໃນວັນທີ 19 ຕຸລາ 2023, ໄຊຊະນະຂອງລູກສອນໄຟພິຄາດນໍາວິຖີ USS Carney ທີ່ປະທະກັບລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບຂອງກຸ່ມກະບົດຮູຕີ ໃນຂົງເຂດທະເລແດງ.
ແຟ້ມຮູບ-ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍກທງທັບເຮືອສະຫະລັດນີ້ ຖືກຖ່າຍໃນວັນທີ 19 ຕຸລາ 2023, ໄຊຊະນະຂອງລູກສອນໄຟພິຄາດນໍາວິຖີ USS Carney ທີ່ປະທະກັບລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບຂອງກຸ່ມກະບົດຮູຕີ ໃນຂົງເຂດທະເລແດງ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ມີ​ກຳນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບຮ່າງ​ມະຕິ​ຂອງສະຫະລັດ ທີ່ກ່າວ​ປະນາມ ຕໍ່​ການ​ໂຈມຕີຂອງພວກ​ກະບົດຮູຕີທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຢ​ເມນ ​ເຊິ່ງໄດ້ໂຈມຕີກໍາປັ່ນຂົນສົ່ງສິນຄ້າຫຼາຍລໍາຢູ່ຂົງເຂດ​ທະ​ເລ​ແດງ.

ມາດຕະການດັ່ງກ່າວມີຂຶ້ນເພື່ອຕອບໂຕ້ ຕໍ່ການໂຈມຕີຫຼາຍໆຄັ້ງໂດຍນໍາໃຊ້ລູກສອນໄຟ, ເຮືອບິນບໍ່ມີຄົນຂັບ ແລະການແລ່ນເຂົ້າໃກ້ກັບປັ່ນໂດຍຂະບວນເຮືອຂອງພວກຫົວຮຸນແຮງ, ເຊິ່ງໄດ້ລົບກວນການເດີນເຮືອທາງທະເລຜ່ານເສັ້ນທາງນ້ຳອັນສຳຄັນ ທີ່ເຊື່ອມຕໍ່ທະເລອາຣັບ ແລະທະເລເມດີເຕີເຣນຽນ.

ຮ່າງ​ມະຕິດັ່ງກ່າວ ​ຮຽກຮ້ອງ​ໃຫ້​ຍຸຕິ​ການໂຈມຕີໃນທັນທີ, ​ໂດຍ​ກ່າວ​ວ່າ ພວກເຂົາ​ໄດ້​ຂັດຂວາງ​ການ​ຄ້າຢູ່ໃນ​ທົ່ວ​ໂລກ ​ແລະ “ບ່ອນທຳລາຍ​ສິດ​ເສລີ​ພາບໃນການເດີນເຮືອ ພ້ອມທັງທໍາລາຍສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່ໃນ​ພາກ​ພື້ນ.”

ບໍລິສັດຂົນສົ່ງຫຼາຍບໍລິສັດ ໄດ້ປ່ຽນເສັ້ນທາງຂົນສົ່ງຂອງພວກເຂົາເຈົ້າ ເພື່ອຫຼີກ ລ່ຽງທະເລແດງ, ໂດຍການເລືອກເສັ້ນທາງທີ່​ຍາວກວ່າ​ຜ່ານ Cape of Good Hope ຂອງອາຟຣິກາແທນ.

ພວກຮູຕີທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານກ່າວວ່າ ການໂຈມຕີດັ່ງກ່າວ ແມ່ນແນເປົ້າໝາຍໃສ່ກຳປັ່ນທີ່ຂຶ້ນກັບ ຫຼື ພົວພັນກັບ ອິສຣາແອລ, ແລະນັ້ນ ພວກເຂົາໄດ້ສະແດງຄວາມສາມັກຄີ ກັບຊາວປາແລສໄຕນ໌ທີ່ອາໄສຢູ່ໃນແຫຼມກາຊາ.

ກອງທັບ​ສະຫະລັດ​ໄດ້​ລາຍ​ງານ​ການ​ໂຈມ​ຕີ ຢູ່ບໍລິເວນພາກໃຕ້ຂອງທະເລແດງ

​ຄັ້ງ​ໃໝ່​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ​ເຊິ່ງລວ​ມມີ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 18 ລຳ ​ແລະ​ລູກ​ສອນ​ໄຟ​ຕໍ່ຕ້ານ​ກຳ​ປັ່ນອີກ​ 3 ​ລຳ,​ ໂດຍໄດ້​ຍິງເຂົ້າ​ໃສ່ບໍ​ລິ​ເວນ​ທີ່​ກຳ​ປັ່ນ​ຫຼາຍ​ສິບ​ລຳ ​ກໍາລັງປະຕິບັດ​ງານຢູ່.

ກອງ​ບັນຊາ​ການ​ຂອງ​ສະຫະລັດໃນ​ພາກ​ຕາ​ເວັນ​ອອກ​ກາງ ຫຼື CENTCOM ກ່າວ​ວ່າ ກອງ​ກຳລັງ​ຂອງສະຫະລັດແລະ​ອັງກິດ ​ໄດ້​ຍິງ​ເຮືອບິນບໍ່ມີຄົນຂັບ ​ແລະ​ລູກ​ສອນ​ໄຟ​ທັງ​ໝົດ​ຕົກ, ​ເຊິ່ງ​ບໍ່​ມີ​ລາຍ​ງານ​ວ່າ ມີໃຜ​ໄດ້​ຮັບ​ບາດ​ເຈັບ ຫຼືເກີດ​ຄວາມ​ເສຍ​ຫາຍໃດໆ.

ຢູ່ໃນຖະ​ແຫຼງການ​ຂອງ CENTCOM ກ່າວ​ວ່າ ​ນີ້​ແມ່ນການໂຈມຕີ​ຄັ້ງ​ທີ 26 ຂອງ​ກຸ່ມກະບົດຮູຕີ ນັບ​ແຕ່​ວັນ​ທີ 19 ພະຈິກ​ ເປັນ​ຕົ້ນ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG