ທ່ານນາງ ກອສແມນ ກ່າວວ່າ 'ການນໍາໃຊ້ຂໍ້ກໍານົດສໍາລັບຕໍ່ຕ້ານການກໍ່ການຮ້າຍທີ່ບໍ່ແຈ່ມແຈ້ງ ແລະບໍ່ກວ້າງຂວາງຂອງລັດຖະບານປາກິສຖານ ກັບບັນດາຜູ້ປະທ້ວງຝ່າຍຄ້ານ ແມ່ນສິ່ງທີ່ໜ້າກັງວົນຫຼາຍທີ່ສຸດ'
ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຄືນໃໝ່ ໃຫ້ກຸ່ມຕາລີບານ ໃນອັຟການິສຖານ ເປີດໂຮງຮຽນຄືນໃໝ່ໃນທັນທີ ໃຫ້ແກ່ເດັກຍິງໄວໜຸ່ມ, ໂດຍກ່າວວ່າ ອຳນາດການປົກຄອງທີ່ແທ້ຈິງ ບໍ່ມີເຫດຜົນໃນການປະຕິເສດສິດທິໃນການສຶກສາໃນທຸກດ້ານ ລວມທັງສາສະໜາ ຫຼືປະເພນີ.
ເຈົ້າໜ້າທີ່ຕໍາຫຼວດ ໄດ້ທຳການຈັບໂຕພະນັກງານຂອງພັກ PTI ຈໍານວນ 61 ຄົນ ທີ່ພົວພັນກັບເຫດການປະທະກັນ ໂດຍກ່າວວ່າ ກໍາລັງຢູ່ພາຍໃຕ້ການດໍາເນີນການຈັບໂຕ
ເຄືອຂ່າຍຂອງກຸ່ມລັດອິສລາມຢູ່ໃນຂົງເຂດ ໄດ້ອ້າງເອົາຄວາມຮັບຜິດຊອບ ກ່ຽວກັບການໂຈມຕີດັ່ງກ່າວ
ທ່ານຄານໄດ້ກ່າວຢູ່ທີ່ກອງປະຊຸມສຳມະນາ ໃນນະຄອນຫຼວງອິສລາມາບັດ ຂະນະທີ່ການກໍ່ການຮ້າຍຄື້ນໃໝ່ ພວມເກີດຂຶ້ນຢູ່ໃນປາກິສຖານ ໂດຍສະເພາະໃນບັນດາເມືອງທາງພາກຕາເວັນຕົກສຽງເໜືອຂອງປະເທດໃກ້ກັບຊາຍແດນອັຟການິສຖານ
ທ່ານຊາຮາບູດດິນ ດີລາວາຣ ໄດ້ກ່າວ ຢູ່ທີ່ງານລ້ຽງໃນການເຊັນສັນຍາກັບ ບໍລິສັດ ຊິນຈຽງນ້ຳມັນແລະແກັສ ເຂດເອເຊຍກາງ ຫຼື CAPEIC ວ່າ ຈະນຳມາຊຶ່ງການລົງທຶນຂອງຈີນ ມູນຄ່າ 150 ລ້ານໂດລາຕໍ່ປີ ສຳລັບການເຈາະນໍ້າມັນຢູ່ໃນອ່າງແມ່ນໍ້າອາມູ
ກຸ່ມຕາລິບານ ໄດ້ເພີ້ມການຂັດຂວາງການມີຊີວິດໃນສາທາລະນະຂອງພວກແມ່ຍິງຫຼາຍຂຶ້ນ ເຖິງແມ່ນວ່າພວກເຂົາຈະມີການໃຫ້ຄໍາໝັ້ນຊໍ້າແລ້ວຊໍ້າອີກວ່າ ພວກເຂົາຈະເຄົາລົບສິດທິຂັ້ນພື້ນຖານຂອງປະຊາຊົນຊາວອັຟການິສຖານທັງໝົດກໍຕາມ
ພວກທີ່ເຫັນເຫດການໃນນະຄອນຫຼວງກາບູລ ຂອງອັຟການິສຖານ ກໍໄດ້ເຫັນພວກນັກສຶກສາພາກັນຮ້ອງໄຫ້ ແລະກອດໃຫ້ກຳລັງໃຈຊຶ່ງກັນແລະກັນຢູ່ປະຕູທາງເຂົ້າສະຖາບັນການສຶກສາຊັ້ນສູງຫຼາຍແຫ່ງ ລວມທັງມະຫາວິທະຍາໄລຫຼວງ ກາບູລ
ໂຄສົກກະຊວງການຕ່າງປະເທດຈີນ ຫວັງ ເວິນບິນ ໄດ້ກ່າວໃນກອງປະຊຸມຖະ ແຫລງຂ່າວຕາມປົກກະຕິ ທີ່ນະຄອນຫຼວງປັກກິ່ງ ວ່າ ລັດຖະບານຂອງທ່ານ ໄດ້ຮູ້ສຶກ “ຕື່ນຕົກໃຈຢ່າງເລິກເຊິ່ງ” ແລະໄດ້ກ່າວປະນາມການໂຈມຕີ