ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຄານ​ສ​ັນ​ຍາ ທີ່ຈະເຮັດໃຫ້ອະດີດ ​ຜູ້ບັນຊາການ ກອງທັບ ແລະເຈົ້າໜ້າທີ່ສະຫະລັດ ເປັນສ່ວນ​ນຶ່ງຂອງການ​ດຳ​ເນີນຄະດີ


ແຟ້ມ-ເຈົ້າໜ້າທີ່ຮັກສາຄວາມປອດໄພ ຄຸ້ມກັນອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ, ກາງ, ໃນລະຫວ່າງທີ່ທ່ານປາກົດໂຕຢູ່ທີ່ສານສູງນະຄອນຫຼວງອິສລາມາບັດ, ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ວັນທີ 12 ພຶດສະພາ 2023.
ແຟ້ມ-ເຈົ້າໜ້າທີ່ຮັກສາຄວາມປອດໄພ ຄຸ້ມກັນອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ, ກາງ, ໃນລະຫວ່າງທີ່ທ່ານປາກົດໂຕຢູ່ທີ່ສານສູງນະຄອນຫຼວງອິສລາມາບັດ, ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ວັນທີ 12 ພຶດສະພາ 2023.

ອະດີດນາຍົກລັດຖະມົນຕີປາກິສຖານທີ່ຖືກຈໍາຄຸກ ທ່ານອິມຣານ ຄານ, ໄດ້ໃຫ້ຄຳໝັ້ນສັນຍາ ໃນວັນຈັນວານນີ້ ​ຈະເອີ້ນອະ​ດີດ​ຜູ້​ບັນ​ຊາ​ການທະຫານຂອງປະເທດ ແລະ ຜູ້ຕາງຫນ້າສະຖານທູດສະຫະລັດ ໃນລະຫວ່າງການດຳເນີນຄະດີທີ່​ພວມ​ດຳ​ເນີ​ນ​ຢູ່ຂອງທ່ານ ໃນຂໍ້ຫາກ່ຽວກັບການຮົ່ວໄຫຼຄວາມລັບຂອງປະເທດ.

ທ່ານຄານ ໄດ້​ໃຫ້​ການ​ດັ່ງກ່າວ​ໃນ​ລະຫວ່າງ​ການ​ພິຈາລະນາ​ຄະດີ ​ຢູ່​ໃນ​ຄຸກ​ໃຫຍ່ ໃກ້​ກັບ​ນະຄອນຫຼວງອິສລາມາບັດບ່ອນ​ທີ່​ລັດຖະບານ​ກາງ​ກ່າວອ້າງ​ເຖິງ "ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ​ທີ່​ຮ້າຍ​ແຮງ", ​ເຊິ່ງໄດ້​ຕັ້ງຜູ້​ພິພາກ​ສາພິເສດພຽງ​ຄົນ​ດຽວ ​ເພື່ອດຳ​ເນີນ​ຄະ​ດີນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ອາຍຸ 71 ປີ ພາຍໃຕ້ກົດ​ໝາຍ​ວ່າ​ດ້ວຍ ​ຄວາມ​ລັບຂອງ​ທາງ​ການ.

ເຈົ້າ​ໜ້າ​ທີ່ປະຈໍາ​ຄຸກ ​ໄດ້​ອະ​ນຸ​ຍາດ​ໃຫ້​ນັກ​ຂ່າວຂອງອົງການ​ສື່​ມວນ​ຊົນ​ທ້ອງ​ຖິ່ນ 6 ຄົນ​ເຂົ້າ​ຮ່ວມຮັບຟັງ​ການ​ດຳ​ເນີນ​ຄະ​ດີ ​ໃນ​ວັນ​ຈັນ​ວານ​ນີ້ ໃນ​ຂະ​ນະ​ທີ່​ປິດ​ກັ້ນ​ອົງການສື່​ມວນ​ຊົນ​ຂອງຕ່າງ​ປະ​ເທດ ເຊິ່ງເປັນການລະ​ເມີດ​ຄຳ​ສັ່ງ​ຂອງ​ສານ​ລັດ​ຖະ​ບານ​ກາງ​ ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອ​ໃຫ້​ສັງຄົມ ແລະ​ສື່​ມວນ​ຊົນ​ເຂົ້າ​ເຖິງໄດ້.

ມີ​ການ​ອ້າງ​ຄຳ​ເວົ້າ​ຂອງ​ທ່ານຄານ ໃນລະຫວ່າງທີ່ທ່ານກ່າວ ຕໍ່ຜູ້ພິພາກສາວ່າ "ຂ້າພະເຈົ້າຈະລວມເອົານາຍພົນບັດວາ (Bajwa) ແລະເຈົ້າຫນ້າທີ່ສະຖານທູດ ສະຫະລັດ ໃນຖາ​ນະພະຍານ, ເຊິ່ງ ທ່ານບັດວາ ໄດ້ດໍາເນີນການທຸກຢ່າງຕາມຄໍາສັ່ງຂອງ ທ່ານດາໂນລ ລູ (Donald Lu).”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG