ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ກ່າວປະນາມ ກຸ່ມຕາລີບານ ໃນການປາບປາມຕໍ່ພວກແມ່ຍິງ ສຳລັບຂໍ້ກ່າວຫາວ່າ ລະເມີດກົດລະບຽບການນຸ່ງຖື


ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງກຸ່ມຕາລີບານຢືນຢູ່ພາຍໃນຄຸກໃກ້ກັບປ້າຍຂອງຄຳສັ່ງໃຫ້ພວກແມ່ຍິງປົກປິດຫົວຂອງພວກເຂົາເຈົ້າ ດ້ວຍຜ້າຄຸມຫົວ ຮີຈາບ (hijab) ໃນລະຫວ່າງ ພິທີການແຈກຢາຍຊຸດໃໝ່ ໂດຍເຈົ້າໜ້າທີ່ຂອງກຸ່ມຕາລີບານ ຢູ່ທີ່ຄຸກ ໃນເມືອງຈາລາລາບາດ, ວັນທີ 5 ກຸມພາ 2023.
ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງກຸ່ມຕາລີບານຢືນຢູ່ພາຍໃນຄຸກໃກ້ກັບປ້າຍຂອງຄຳສັ່ງໃຫ້ພວກແມ່ຍິງປົກປິດຫົວຂອງພວກເຂົາເຈົ້າ ດ້ວຍຜ້າຄຸມຫົວ ຮີຈາບ (hijab) ໃນລະຫວ່າງ ພິທີການແຈກຢາຍຊຸດໃໝ່ ໂດຍເຈົ້າໜ້າທີ່ຂອງກຸ່ມຕາລີບານ ຢູ່ທີ່ຄຸກ ໃນເມືອງຈາລາລາບາດ, ວັນທີ 5 ກຸມພາ 2023.

ອົງການສະຫະປະຊາຊາດ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ຕົນຮູ້ສຶກວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການຈັບກຸມເມື່ອບໍ່ດົນມານີ້ ແລະການຄວບຄຸມຕົວພວກແມ່ຍິງແລະເດັກຍິງ ໂດຍພວກເຈົ້າໜ້າທີ່ກຸ່ມຕາລີບານໃນອັຟການິສຖານ ສຳລັບຂໍ້ກ່າວຫາທີ່ບໍ່ປະຕິບັດຕາມກົດລະບຽບໃນການນຸ່ງຖືຂອງສາສະໜາອິສລາມ.

ຄະນະກຳມາທິການດ້ານການຊ່ວຍເຫຼືອຂອງສະຫະປະຊາຊາດໃນອັຟການິສຖານ ຫຼື UNAMA ໄດ້ເຕືອນໃນຖະແຫລງການສະບັບນຶ່ງວ່າ ການປາບປາມນັ້ນ ເປັນ “ການຊຸກຍູ້ພວກແມ່ຍິງ ໃຫ້ຢູ່ຢ່າງໂດດດ່ຽວຫຼາຍຂຶ້ນຕື່ມ” ແລະໄດ້ຮຽກຮ້ອງໃຫ້ປ່ອຍຕົວພວກທີ່ຖືກຄຸມຂັງໃນທັນທີ.”

ອົງການ UNAMA ກ່າວວ່າ ຕົນໄດ້ບັນທຶກໃນເອກະສານ “ດຳລັດວ່າດ້ວຍຜ້າຄຸມຫົວຫຼືຮີຈາບຫຼາຍສະບັບ ໃນຄວາມພະຍາຍາມເພື່ອບັງຄັບໃຫ້ປະຕິບັດ” ຢູ່ໃນນະຄອນຫຼວງ ກາບູລ ແລະຢູ່ແຂວງພາກກາງ ເດກຸນດີ ບ່ອນທີ່ມີ “ພວກແມ່ຍິງແລະເດັກຍິງຈຳນວນຫຼວງຫຼາຍ ໄດ້ຖືກກ່າວເຕືອນແລະຖືກຄວບຄຸມຕົວ."

ກະຊວງເພື່ອການເຜີຍແຜ່ຄຸນນະທຳແລະການປ້ອງກັນຂອງຕາລີລານ ແລະ ຕຳຫຼວດໄດ້ດຳເນີນການປາບປາມ. ອົງການ UNAMA ໄດ້ກ່າວວ່າ ຕົນໄດ້ສືບສວນຂໍ້ກ່າວອ້າງກ່ຽວກັບ “ການປະພຶດຕໍ່ພວກແມ່ຍິງທີ່ບໍ່ຄ່ອຍດີ” ແລະຂໍ້ກ່າວຫາທີ່ວ່າ ມີການຮຽກຮ້ອງໃຫ້ຈ່າຍເງິນເພື່ອແລກກັບການປ່ອຍຕົວ.

“ມາດຕະການບັງຄັບໃຫ້ປະຕິບັດ ທີ່ພົວພັນກັບການທຳຮ້າຍຮ່າງກາຍ ໂດຍສະ ເພາະແມ່ນການດູໝິ່ນກຽດສັກສີ ແລະເຮັດໃຫ້ພວກແມ່ຍິງແລະເດັກຍິງຕົກຢູ່ໃນອັນຕະລາຍ” ທ່ານນາໂຣຊາ ໂອທຸນບາເຢວາ ຫົວໜ້າຄະນະກຳມາທິການຂອງສະຫະປະຊາຊາດ ໄດ້ກ່າວ.

The United Nations said Thursday it was deeply concerned about recent arrests and detentions of women and girls by Afghanistan's Taliban authorities for alleged non-compliance with Islamic dress code.

The U.N. Assistance Mission in Afghanistan (UNAMA) warned in a statement that the crackdown is "pushing women into even greater isolation" and called for the immediate release of those detained.

The UNAMA says it has documented "a series of hijab decree enforcement campaigns" in the capital, Kabul, and central Daykundi province, where "large numbers of women and girls have been warned and detained."

The Taliban's Ministry for the Propagation of Virtue and the Prevention of Vice and police have been carrying out the crackdown. The UNAMA said that it was investigating claims of "ill-treatment of women" and allegations that payments have been demanded in exchange for release.

"Enforcement measures involving physical violence are especially demeaning and dangerous for Afghan women and girls," said Roza Otunbayeva, the head of the U.N. mission.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG