ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ມີຄວາມກັງວົນກ່ຽວກັບການປາບປາມພັກຝ່າຍຄ້ານ ຂອງອະດີດນາຍົກລັດຖະມົນຕີ ອິມຣານ ຄານ ກ່ອນການເລືອກຕັ້ງ


ເຈົ້າໜ້າທີ່ຕໍາຫຼວດ ກັກໂຕຜູ້ສະໜັບສະໜຸນພັກ ເຕເຣັກ-ອີ-ອິນຊາບ (PTI) ປາກິສຖານ ລະຫວ່າງການປະທ້ວງໃນເມືອງເປຊາວາ, ວັນທີ 28 ມັງກອນ 2024.
ເຈົ້າໜ້າທີ່ຕໍາຫຼວດ ກັກໂຕຜູ້ສະໜັບສະໜຸນພັກ ເຕເຣັກ-ອີ-ອິນຊາບ (PTI) ປາກິສຖານ ລະຫວ່າງການປະທ້ວງໃນເມືອງເປຊາວາ, ວັນທີ 28 ມັງກອນ 2024.

ອົງການສິດທິມະນຸດຂອງສະຫະປະຊາຊາດ, ໃນວັນອັງຄານວານນີ້ ໄດ້ສະແດງຄວາມກັງວົນ ກ່ຽວກັບການປາບປາມຂອງພັກຝ່າຍຄ້ານປາກິສຖານ​ຂອງອະດີດນາຍົກລັດຖະມົນຕີ ອິມຣານ ຄານ ກ່ອນການເລືອກຕັ້ງລັດຖະສະພາໃນອາທິດນີ້.
ທ່ານນາງເອລິຊາເບດ ໂຕຣສເຊລ (Elizabeth Throssell), ໂຄສົກຄະນະກຳມາທິການສິດທິມະນຸດຂອງສະຫະປະຊາຊາດ, ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ປາກິສຖານຮັບປະກັນສິດທິໃນການມີສ່ວນຮ່ວມຂອງປະຊາຊົນທັງໝົດເພື່ອຂະບວນການປະຊາທິປະໄຕທີ່​ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ​ນາງ​ກ່າວ​ໃນ​ລະ​ຫວ່າງ​ຖະແຫຼງ​ຂ່າວ​ຢູ່​ນະ​ຄອນ​ເຈ​ນີ​ວາ​ວ່າ "ທຸກ​ຝ່າຍ​ທີ່​ມີ​ສິດ​ ​ຕ້ອງ​ສາ​ມາດ​ແຂ່ງ​ຂັນກັນໄດ້​ຢ່າງ​ຍຸ​ຕິ​ທຳ".

ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດ ຄຸ້ມກັນອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຂອງປາກິສຖານ, ກາງ, ໃນຂະນະທີ່ທ່ານເດີນທາງໄປເຖິງສານສູງ ໃນນະຄອນຫຼວງອິສລາມາບັດ, ວັນທີ 12 ພຶດສະພາ 2023.
ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດ ຄຸ້ມກັນອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຂອງປາກິສຖານ, ກາງ, ໃນຂະນະທີ່ທ່ານເດີນທາງໄປເຖິງສານສູງ ໃນນະຄອນຫຼວງອິສລາມາບັດ, ວັນທີ 12 ພຶດສະພາ 2023.

ທ່ານນາງ ໂຕຣສເຊລ ກ່າວ​ວ່າ “ເຊິ່ງພວກ​ເຮົາ​ຖືກ​ລົບ​ກວນ ດ້ວຍ​ຮູບ​ແບບ​ການ​ກໍ່​ກວນ, ການ​ຈັບ​ກຸມ ​ແລະ ການ​ກັກ​ຂັງ​ທີ່​ແກ່ຍາວ​ຂອງ​ຜູ້ນຳ​ພັກ ເຕເຣັກ-ອີ-ອິນຊາບ ຂອງ​ປາ​ກິ​ສຖານ, ພ້ອມທັງຜູ້​ສະໜັບສະໜຸນຂອງ​ພວກ​ເຂົາ​ເຈົ້າ ເຊິ່ງ​ໄດ້​ສືບ​ຕໍ່​ໄປ​ໃນ​ໄລຍະ​ການເລືອກ​ຕັ້ງ.

ທ່ານ​ນາງ​ກ່າວ​ເນັ້ນຢໍ້າວ່າ “ທຸກ​ຝ່າຍທີ່ມີ​ສິດ​ ຕ້ອງ​ສາມາດ​ແຂ່ງຂັນ​ກັນໄດ້ຢ່າງ​ຍຸດຕິ​ທຳ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG