ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​ການ​ໂຈມ​ຕີ​ສະ​ຫຼະ​ຊີບ ໃສ່ຂະ​ບວນ​ລົດ​ທະ​ຫານ​ປາ​ກິ​ສ​ຖານ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ປະ​ເທດ


ແຜນ​ທີ່​ເມືອງ​ແບບ​ນູ ແລະ​ເຂດ​ອ້ອມ​ແອ້ມ
ແຜນ​ທີ່​ເມືອງ​ແບບ​ນູ ແລະ​ເຂດ​ອ້ອມ​ແອ້ມ

ມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ ໃສ່​ຂະ​ບວນ​ລົດ​ທະ​ຫານ​ປາ​ກິ​ສ​ຖານ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ໃນ​ວັນ​ອາ​ທິດ​ວານນີ້ເຮັດ​ໃຫ້​ທະ​ຫານ​ຢ່າງ​ໜ້ອຍ 11 ຄົນ​ໄດ້​ຮັບ​ບາດ​ເຈັບ.

ແຫຼ່​ງຂ່າວ​ທີ່​ເປັນ​ທາງ​ການ​ຈຳ​ນວນ​ນຶ່ງ​ໄດ້​ໃຫ້​ການ​ຢືນ​ຢັນ​ຕໍ່​ວີ​ໂອ​ເອວ່າ ການ​ໂຈມ​ຕີ​ໄດ້​ມີ​ຂຶ້ນ​ທີ່​ເມືອງ​ແບບ​ນູ (Bannu) ຊຶ່ງ​ເປັນ​ເມືອງ​ຄ້າຍ​ທະ​ຫານ​ໃນ​ແຂວງ​ຄາຍ​ເບີ້​ປັກ​ຕຸງກວ່າ. ພວກ​ເຂົາ​ເຈົ້າ​ໄດ້​ກ່າວ​ເຖິງ​ສະ​ພາບ​ຂອງ​ການ​ໂຈມ​ຕີນີ້​ວ່າ ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ 3 ຄົນ​ມີ​ອາ​ການ​ສາ​ຫັດ.

ສື່ມວນ​ຊົນ​ຂອງກອງ​ທັບ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ເທື່ອນີ້.

ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ ຮາ​ຟິ​ສ ກູ​ລ ບາ​ຮາ​ເດີ (Hafiz Gul Bahadur) ​ທີ່​ຮູ້​ກັນ​ດີ​ວ່າ ມີ​ຄວາມ​ໃກ້​ຊິດ​ກັບ​ກຸ່ມ​ຕາ​ລີ​ບານ ທີ່​ປົກ​ຄອງ​ອັ​ຟ​ການ​ກິ​ສ​ຖານ​ ໃນ​ເວ​ລານີ້ ​ໄດ້​ອ້າງເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ.

ເມືອງ​ແບນ​ນູ ແລະ​ຫຼາຍໆ​ຫົວ​ເມືອງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ໃກ້​ຄຽງ ຮວມ​ທັງ​ວາ​ຊີ​ຣິ​ສ​ຖານ​ເໜືອ ໃນ​ເຂດ​ຊາຍ​ແດນ​ອັ​ຟ​ກາ​ນິ​ສ​ຖານນັ້ນ ມັກ​ຈະ​ຖືກ​ພວກ​ຫົວ​ຮຸນ​ແຮງ​ໂຈມ​ຕີ​ເປັນ​ປະ​ຈຳ.

ປາ​ກິ​ສ​ຖານ​ ກ່າວ​ຫາ​ພວກ​ຫົວ​ຮຸນ​ແຮງ ​ທີ່​ເຂົ້າ​ໄປ​ຫຼົບ​ລີ້​ໜີ​ກົດ​ໝາຍ ໄດ້​ເພີ້ມ​ທະ​ວີ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ໃນ​ປະ​ເທດ ຈາກ​ບ່ອນ​ຫຼົບ​ລີ້​ຢູ່​ໃນ​ອັ​ຟ​ການິ​ສ​ຖານ ນັບ​ຕັ້ງ​ແຕ່​ກຸ່ມ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ​ໄດ້​ເຂົ້າ​ກຳ​ອຳ​ນາດ​ຄືນ​ອີກ ເມື່ອ​ສອງ​ປີ​ກ່ອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG