ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ລົງນາມໃນຂໍ້ຕົກລົງການຂຸດຄົ້ນບໍ່ແຮ່ ໃນອັຟການິສຖານ ມູນຄ່າຫຼາຍພັນລ້ານໂດລາ


ລັດຖະມົນຕີກະຊວງບໍ່ແຮ່ ແລະນໍ້າມັນຂອງກຸ່ມຕາລີບານ ທ່ານ ຊາຮາບຸດດິນ ດີລາວາ (Shahabuddin Dilawar) ເຊັນສັນຍາການຂຸດຄົ້າບໍ່ແຮ່ກັບນັກລົງທຶນຈີນ ໃນນະຄອນຫຼວງຄາບູລ, ປະເທດອັຟການິສຖານ ວັນທີ 31 ສິງຫາ 2023. (ຫ້ອງການຂໍ້ມູນຕາລີບານ ຜ່ານວີໂອເອ)
ລັດຖະມົນຕີກະຊວງບໍ່ແຮ່ ແລະນໍ້າມັນຂອງກຸ່ມຕາລີບານ ທ່ານ ຊາຮາບຸດດິນ ດີລາວາ (Shahabuddin Dilawar) ເຊັນສັນຍາການຂຸດຄົ້າບໍ່ແຮ່ກັບນັກລົງທຶນຈີນ ໃນນະຄອນຫຼວງຄາບູລ, ປະເທດອັຟການິສຖານ ວັນທີ 31 ສິງຫາ 2023. (ຫ້ອງການຂໍ້ມູນຕາລີບານ ຜ່ານວີໂອເອ)

ກຸ່ມຕາລີບານໃນອັຟການິສຖານ ປະກາດໃນວັນພະຫັດວານນີ້ວ່າ ພວກເຂົາເຈົ້າໄດ້ລົງນາມໃນສັນຍາຂຸດຄົ້ນບໍ່ແຮ່ ມູນຄ່າ 6.5 ຕື້ໂດລາ ກັບບັນດາບໍລິສັດພາຍໃນ ແລະຕ່າງປະເທດ ຈາກຈີນ, ອີຣ່ານ, ເທີກີ ແລະອັງກິດ.

ທ່ານຊາຮາບຸດດິນ ດິລາວາ (Shahabuddin Dilawar), ລັດຖະມົນຕີ​ກະຊວງ​ບໍ່​ແຮ່ ​ແລະ​ນ້ຳມັນ​ຂອງ​ກຸ່ມ​ຕາ​ລິ​ບານ ກ່າວ​ວ່າ ສັນຍາ 7 ສະບັບ​ນີ້ ​ກວມ​ເອົາ​ການ​ຂຸດ​ຄົ້ນ ​ແລະ​ປຸງ​ແຕ່ງ​ຄຳ, ທອງ​ແດງ, ເຫຼັກ​ກ້າ, ທາດ​ເຫຼັກ, ສັງກະສີ ​ໃນ 4 ​ແຂວງ​ຂອງ​ອັຟກາ​ນິສຖານ ​ເຊິ່ງລວມທັງທາຄາຣ໌ (Takhar), ກໍຣ໌ (Ghor), ເຮຣາດ (Herat), ​ແລະ ໂລກາ (Logar).

ພິທີ​ລົງ​ນາມ​ທາງ​ໂທລະພາບ​ທົ່ວປະເທດ ​ໄດ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ອຳນາດ​ການ​ປົກ ຄອງ​ທີ່ແທ້ຈິງຂອງອັຟກາ​ນິສຖານ ​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 2 ປີ​ຂອງ​ການ​ຖອນ​ທະຫານ​ເນ​ໂຕ (NATO) ​ທີ່ນຳພາໂດຍ​ສະຫະລັດ​ທັງ​ໝົດ​ອອກ​ຈາກ​ປະ​ເທດ ຢ່າງວຸ້ນວາຍ ຫລັງ​ຈາກ​ສົງຄາມ​ເກືອບ 20 ປີ​ກັບ​ກຸ່ມຕາລີລານ ຊຶ່ງໃນເວລານັ້ນ ເປັນກຸ່ມກະບົດ.

ທ່ານດິລາວາ (Dilawar) ກ່າວ​ວ່າ ສັນຍາ​ 7 ​ສະບັບ ​ທີ່​ໄດ້​ລົງ​ນາມ​ໃນ​ວັນ​ພະ ຫັດ​ວານ​ນີ້ "ຈະ​ນຳ​ເອົາ​ການ​ລົງທຶນ 6.557 ຕື້​ໂດ​ລາ​ສະຫະລັດ" ​ແລະ​ ສ້າງ​ວຽກ​ເຮັດ​ງານ​ທຳ ​ຫຼາຍ​ພັນ​ຕຳແໜ່ງ ໃນ​ອັຟກາ​ນິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG