ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ: ​ເດັກ​ນ້ອຍ ​ປະ​ກອບ​ເປັນ 60 ເປີ​ເຊັນ ຂອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ທີ່​ກັບ​ຄືນ​ມາ​ຈາກ​ປາ​ກິ​ສ​ຖານ


​ພວກ​ເດັກ​ນ້ອຍອົບ​ພະ​ຍົບ​ອັ​ຟ​ກາ​ນິ​ສ​ຖານ​ພາ​ກັນ​ຝີງ​ໄຟ​ທີ່​ສູນ​ແຫ່ງ​ນຶ່ງ ໃກ້​ກັບ​ດ່ານ​ຂ້າມ​ຊາຍ​ແດນ​ທໍ​ຄຳ (Torkham) ລະ​ຫວ່າງ​ປາ​ກິ​ສ​ຖານ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 4 ພະ​ຈິກ 2023.
​ພວກ​ເດັກ​ນ້ອຍອົບ​ພະ​ຍົບ​ອັ​ຟ​ກາ​ນິ​ສ​ຖານ​ພາ​ກັນ​ຝີງ​ໄຟ​ທີ່​ສູນ​ແຫ່ງ​ນຶ່ງ ໃກ້​ກັບ​ດ່ານ​ຂ້າມ​ຊາຍ​ແດນ​ທໍ​ຄຳ (Torkham) ລະ​ຫວ່າງ​ປາ​ກິ​ສ​ຖານ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 4 ພະ​ຈິກ 2023.

ອົງການສະຫະປະຊາຊາດ ແລະບັນດາອົງການໃຫ້ຄວາມຊ່ວຍເຫຼືອທີ່ເປັນພາຄີໃນອັຟການິສຖານ ກ່າວໃນວັນອັງຄານວານນີ້ວ່າ ຕົນຕ້ອງການເງິນທຶນຢ່າງຮີບດ່ວນເພື່ອມາສະໜອງຄວາມຊ່ວຍເຫຼືອໃຫ້ແກ່ພວກຄອບຄົວຊາວອັຟການິສຖານ ຫຼາຍຮ້ອຍພັນຄອບຄົວ “ຫຼັງຈາກໄດ້ເດີນທາງໄປເຖິງ” ຈາກປາກິສຖານໃນແຕ່ລະມື້ ເພື່ອຫລີກລ່ຽງການຈັບກຸມແລະເນລະເທດ.

“ຫຼາຍກວ່າ 60 ເປີເຊັນ ຂອງພວກທີ່ໄປເຖິງ ແມ່ນເດັກນ້ອຍ” ຜູ້ປະສານງານດ້ານມະນຸດສະທຳຂອງອົງການສະຫະປະຊາຊາດກ່າວຢູ່ໃນຖະແຫຼງການ. “ສະພາບການແມ່ນມີຄວາມຫຼໍ່ແຫຼມ ຊຶ່ງຫຼາຍໆຄົນໃນຈຳນວນນີ້ ແມ່ນໄດ້ເດີນທາງມາເປັນເວລາຫຼາຍໆມື້ແລ້ວ ແລະຍັງບໍ່ທັນເປັນທີ່ຈະແຈ້ງວ່າ ພວກເຂົາເຈົ້າຈະກັບຄືນໄປບ່ອນໃດ ຫຼືຕົກຄ້າງຢູ່ທີ່ຊາຍແດນ.”

ອົງການສະຫະປະຊາຊາດໄດ້ອອກຖະແຫຼງການທາງສື່ສັງຄົມ X ຊຶ່ງຮູ້ກັນໃນເມື່ອກ່ອນວ່າທວີດເຕີ້ນັ້ນ ນຶ່ງມື້ຫຼັງຈາກຫຼັງຈາກຫົວໜ້າອົງການສະຫະປະຊາຊາດປະຈຳອັຟການກິສຖານ ທ່ານແດນຽລ ເອນເດຣສ (Daniel Endres) ໄດ້ໄປຢ້ຽມດ່ານຂ້າມຊາຍແດນທໍຄຳ (Torkham) ລະຫວ່າງອັຟການິສຖານ ແລະປາກິສຖານ ເພື່ອພົບພໍ້ກັບພວກທີ່ເດີນທາງໄປຮອດໃໝ່ ແລະຊັ່ງຊາເບິ່ງສະຖານະການທີ່ນັ້ນ.

ລັດຖະບານປາກິສຖານ ໃນຕົ້ນເດືອນຕຸລາຜ່ານມາ ໄດ້ສັ່ງໃຫ້ເນລະເທດຊາວຕ່າງປະເທດທັງໝົດ ທີ່ບໍ່ມີເອກກະສານຢ່າງຖືກຕ້ອງຕາມກົດໝາຍ ຮວມທັງຊາວອັຟການິສຖານ 1 ລ້ານ 7 ແສນຄົນ ໂດຍເຕືອນວ່າ ພວກທີ່ຍັງເຫຼືອຢູ່ໃນປະເທດກາຍວັນທີ 1 ພະຈິກ ຈະຖືກຈັບແລະຂັບໄລ່ກັບຄືນໄປຍັງປະເທດບ້ານເກີດຂອງພວກເຂົາເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG